ຈີນປ່ອຍນໍ້າຈາກເຂື່ອນຈິງຫົງ
2014.09.09
ທາງການ ລາວ ເຕືອນ ປະຊາຊົນ ທີ່ ຢູ່ແຄມຝັ່ງ ແມ່ນໍ້າຂອງ ໃຫ້ ຣະວັງ ຣະດັບນໍ້າ ທີ່ຈະສູງ ຂຶ້ນ ຖ້ວມຢ່າງ ກະທັນຫັນ ພາຍຫລັງ ທີ່ ທາງການ ຈີນ ຢືນຢັນ ວ່າໄດ້ ປ່ອຍນໍ້າ ອອກຈາກ ເຂື່ອນ ຈິງຫົງ ຣະຫວ່າງ ວັນທີ 4 ຫາ ວັນທີ 10 ກັນຍາ. ເຂື່ອນນີ້ ເປັນເຂື່ອນ ໄຟຟ້າ ທີ່ກັ້ນ ແມ່ນໍ້າຂອງ ໃນເຂດ ປະເທສຈີນ ອັນຈະເຮັດ ໃຫ້ ຣະດັບນໍ້າ ໃນ ແມ່ນໍ້າຂອງ ສູງຂຶ້ນ ຢ່າງ ໜ້ອຍ 3 ແມັດ ພາຍໃນ 24 ຊົ່ວໂໃມງ ຖ້າຫາກວ່າ ຈີນປ່ອຍນໍ້າ ລົງມາ 8,000 ຫາ 9,000 ແມັດກ້ອນ ຕໍ່ ວິນາທີ. ດັ່ງ ເຈົ້າໜ້າທີ່ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຂອງລາວ ເວົ້າວ່າ:
"ສະຖານີ ວັດແທກ ຂອງລາວ ກໍຢູ່ເມືອງ ຫ້ວຍຊາຍ ເນາະ ໄດ້ມີການ ວັດແທກ ດຽວນີ້ ຫນີ້ 6 ແມັຕປາຍ ນະ ສຸດເຂດ ການວັດແທກ ການເຕືອນ ພັຍ 16 ແມັຕ ນໍ້າຂອງ ຫນີ້ ມັນເລີ່ມ ຂຶ້ນຮອດ 6 ແມັຕ ປາຍ ຕັ້ງແຕ່ ວັນທີ 1 ເດືອນ 9 ມານີ້ ຈີນ ເຂົາວ່າສິ ເປີດນໍ້າ ລົງມາ ສິໄດ້ບອກ ໃຫ້ ພະນັກງານ ເຂົາ ຕິດຕາມ".
ທ່ານກ່າວ ຕໍ່ໄປວ່າ ຣະດັບ ນໍ້າຂອງ ທີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂນະນີ້ ຢູ່ ທີ່ປະມານ 6 ຫາ 7 ແມັດ ຈາກຄວາມສູງ ຂອງ ຕະລິ່ງ 16 ແມັດ. ແຕ່ ສັງເກດ ເຫັນວ່າ ຣະດັບນໍ້າ ເລີ່ມ ສູງຂຶ້ນ ຕັ້ງແຕ່ ຕົ້ນເດືອນ ກັນຍາ ມາ, ຖ້າ ຈີນ ປ່ອຍນໍ້າ ຈາກ ເຂື່ອນ ໄຟຟ້າ ຂນາດໃຫຽ່ ທີ່ວ່ານັ້ນ ລົງມາຕື່ມ ອີກ ກໍອາຈມີ ຜົລກະທົບ ຕໍ່ ປະຊາຊົນ ລາວ ທີ່ ປູກພືດພັນ ຕ່າງໆ ຕາມແຄມຝັ່ງ ແມ່ນໍ້າຂອງ ແລະ ຕໍ່ການ ລ້ຽງປາ.
ເຖິງຢ່າງໃດ ກໍຕາມ ທາງການລາວ ກໍຍັງ ບໍ່ທັນໄດ້ ແຈ້ງເຕືອນ ປະຊາຊົນ ຢ່າງເປັນ ທາງການ ໃຫ້ ເຝົ້າຣະວັງ ແລະ ຕຣຽມການ ໂຍກຍ້າຍ ເອົາໄວ້ ເພື່ອ ຄວາມປອດພັຍ ແລະ ຫລີກ ເວັ້ນ ຄວາມເສັຍຫາຍ ຫລາຍ ທີ່ ອາຈເກີດຂຶ້ນ ນັ້ນເທື່ອ.
ທາງການຈີນ ເປີດເຜີຍ ເມື່ອບໍ່ດົນ ມານີ້ວ່າ ຈະປ່ອຍນໍ້າ ຈາກ ເຂື່ອນ ຈິງຫົງ ໃນ ຣະຫວ່າງ ວັນ ດັ່ງກ່າວ ເພື່ອ ຣະບາຍນໍ້າ ອອກຈາກ ເຂື່ອນ ທີ່ ມີຫລາຍເກີນ ຂອບເຂດ. ກົມ ຊົລປະທານ ຂອງໄທ ຣາຍງານ ວ່າ ປັດຈຸບັນ ເຂື່ອນນີ້ ໄດ້ປ່ອຍນໍ້າ ລົງມາ ໃນ ປິຣິມານ 535 ແມັດກ້ອນ ຕໍ່ ວິນາທີ ອັນຈະເຮັດ ໃຫ້ ນໍ້າຂອງ ຕອນລຸ່ມ ໃນຊ່ວງ ອາທິດໜ້າ ຈະເພີ່ມຂຶ້ນ ເຖິງ 591 ລ້ານ ຫາ 602 ລ້ານ ແມັດກ້ອນ.