ບໍ່ແຮ່ຈະປິດແຕ່ອາດຖິ້ມ ບັນຫາ ມົລພິດ

ສະມາຊິກ ສະພາແຫ່ງຊາດ ກັງວົນ ໃນບັນຫາ ສິ່ງແວດລ້ອມ ທີ່ເກີດຂຶ້ນ ຍ້ອນການຂຸດຄົ້ນ ບໍ່ແຮ່ 2 ແຫ່ງ ທີ່ຈະປິດລົງ ໃນປີ 2020.

ການຂຸດຄົ້ນບໍ່ຄໍາ ທີ່ເມືອງເຊໂປນ ແຂວງສວັນນະເຂດ Public Domain

ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນ ຕັ້ງຄຳຖາມຕໍ່ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ໃນກອງປະຊຸມສະພາແຫ່ງຊາດ ເຖິງແນວທາງການແກ້ໄຂບັນຫາ ສິ່ງແວດລ້ອມ ໃນໂຄງການ ຂຸດຄົ້ນບໍ່ແຮ່ 2 ແຫ່ງທີ່ຈະ ປິດລົງໃນປີ 2020 ຍ້ອນກັງວົນນຳວ່າ ອາດຈະເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນໃນພື້ນທີ່ ຖ້າບໍ່ມີການບຳບັດ ແລະຟຶ້ນຟູດິນ ໃຫ້ດີ, ດັ່ງທີ່ທ່ານກ່າວວ່າ:

“ປັນຫາຂອງພວກເຮົາໃນປີ 2020 ນີ້ ຈະມີບໍ່ໃຫຍ່ 2 ບໍ່ ຈະປິດ ສະພາບແວດລ້ອມ ທ່ານໄດ້ວາງແຜນແນວໃດ ກົດໝາຍວ່າແຮ່ທາດ ພວກເຮົາຂຽນຈະແຈ້ງ ກ່ອນຈະປິດບໍ່ ເລື່ອງສິ່ງແວດລ້ອມ ຈະຕ້ອງຖືກປັບປຸງຄືນໝົດ, ສະນັ້ນ ຢາກຖາມມີການກຽມໄວ້ ແລ້ວເບາະ ເຊັ່ນບໍ່ຄຳເຊໂປນ, ບໍ່ພູເບັ້ຍ ດຽວນີ້ທາງຜູ້ແທນ ຈາກສວັນນະເຂດ ຢູ່ເຊໂປນວ່າ ທາງຈົນສິໄປບໍ່ໄດ້ ປີ 2020 ເຂົາປິດແລ້ວ ແຮ່ງຊິ ໄປບໍ່ໄດ້.”

ເນື່ອງຈາກສະພາບແວດລ້ອມ ພາຍໃນພື້ນທີ່ສັມປະທານ ໂຄງການຂຸດຄົ້ນບໍ່ແຮ່ທັງ 2 ແຫ່ງຄືໂຄງການຂຸດຄົ້ນບໍ່ຄຳເຊໂປນແລະໂຄງການ ຂຸດຄົ້ນບໍ່ຄຳພູເບັ້ຍ ເສື່ອມໂຊມລົງຫລາຍ ເປັນຕົ້ນນໍ້າເປື້ອນ, ປ່າໄມ້ຈຳນວນຫຼວງຫຼາຍຖືກຕັດ ແລະເສັ້ນທາງ ເປ່ເພຢ່າງໜັັກ ແຕ່ບໍ່ໄດ້ ຮັບການຟື້ນຟູພໍເທົ່າໃດ ຈາກເຈົ້າຂອງທັງ 2 ໂຄງການນັ້ນ.

ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກ່າວຕອບຄຳຖາມ ສະມາຊິກສະພາແຫ່ງຊາດ ໃນຕອນນຶ່ງວ່າ, ປັດຈຸບັນ ທາງກະຊວງກໍຮັບຮູ້ ກ່ຽວກັບເຣື້ອງທີ່ວ່ານັ້ນ ແລະຈະໄດ້ປະສານ ກັບຊ່ຽວຊານຕ່າງປະເທດ ເພື່ອຫາທາງແກ້ໄຂ:

“ພວກຂ້າພະເຈົ້າກໍ່ຮັບຮູ້ ຖືວ່າໂຄງການພູເບັ້ຍມາຍນີ້ງ ກັບເຊໂປນ ຈະມີການປິດບໍ່ ຄວາມຈິງພວກເຮົາກໍມີແທ້ແລ້ວ ທຶນໃນການປິດບໍ່ ອັນນີ້ກໍເວົ້າຄວາມຈິງ ພວກຂ້າພະເຈົ້າກໍໄດ້ສະເໜີ ຈະໄດ້ມີການປະສານ ກັບຊ່ຽວຊ່ຽນຕ່າງປະເທດ ສະເພາະພາກສ່ວນ ພວກເຮົາ ກໍບໍ່ມີບົດຮຽນ ໂຄງການໃຫຍ່ປານນີ້ ໃນຫັ້ນກໍ່ໄດ້ເວົ້າລວມທັງ ເລື່ອງບັນຫາພູເບັ້ຍມາຍນີ້ງ ໄດ້ປ່ອຍນໍ້າຫ່າງແຫອອກ ອັນນີ້ບໍ່ຖືກໄດ໋ ພວກຂ້າພະເຈົ້າ ກ່ໄດ້ບອກວ່າ ຕ້ອງມີການຢຸດເຊົາ.”

ກ່ຽວກັບເຣື້ອງນີ້ ປະຊາຊົນທ່ານນຶ່ງ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ RFA ໃນວັນທີ 28 ພຶສຈິກາ ນີ້ວ່າດຽວນີ້ ສະພາບ ເສັ້ນທາງ ພາຍໃນເມືອງເຊໂປນ ເປ່ເພໜັກ, ເປັນຂຸມ, ເປັນບວກ, ຍ້ອນວ່າມີຣົດບັນທຸກຂນາດໃຫຍ່ ທຽວເຂົ້າ-ອອກ ບໍ່ຄຳເຊໂປນ ໃນແຕ່ລະມື້ຫລາຍສິບຄັນ ໂດຍບໍ່ມີການສ້ອມແປງທາງຄືນ:

“ເອີ ຄັນວ່າບັນທຸກເກີນ ມັນກໍ່ສ້າງຄວາມເສັຍຫາຍ ໃຫ້ແກ່ເສັ້ນທາງແຫຼະເນາະ ຄັນທາງມັນເພກໍສີ້ນເປືອງ ງົບປະມານ ຂອງພັກຂອງລັດ ນີ້ແຫລະ.”

ເວົ້າເຖິງຜົນກະທົບຕໍ່ສິ່ງແວດລ້ອມຢູ່ ສປປລາວ, ນອກຈາກການຂຸດຄົ້ນບໍ່ແຮ່ 2 ແຫ່ງນັ້ນແລ້ວ ຣະຍະຜ່ານມາ ກໍເກີດມີຢູ່ຫຼາຍເຂດ ຍ້ອນ ໂຄງການຕ່າງໆກໍຂຶ້ນ ເປັນຕົ້ນການໃຊ້ສານເຄມີໃນສວນກ້ວຍຈີນ ທີ່ໄຫຼລົງຫ້ວຍຈົນປາຕາຍ ໂຮງງານຈີນໃນເຂດ ອຸດສາຫະກັມໂນນທອງ ສົ່ງກິ່ນເໝັນ ເຮັດໃຫ້ປະຊາຊົນ ບ້ານສະພັງຄະນົງ, ເມືອງໄຊທານີ ນະຄອນຫລວງວຽງຈັນ ເດືອດຮ້ອນ ແລະໂຮງງານເຈັ້ຍ ຊັນເປເປີ້ ຂອງຈີນ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ສົ່ງກິ່ນຂີວອອກມາ, ປະຊາຊົນຫຼາຍຮ້ອຍ ຄອບຄົວ ຢູ່ບ້ານມັນຈິ ໄດ້ຮັບຜົນກະທົບ. ເຖິງປານນັ້ນບັນຫາດັ່ງກ່າວ ກໍຍັງບໍ່ໄດ້ຮັບການແກ້ໄຂ ຈາກທາງການໃຫ້ຕົກໄປໄດ້ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org