ຫຼາຍພາກສ່ວນຄັດຄ້ານ ເຂື່ອນນໍ້າຂອງ ພາກເໜືອ

ຊາວປະມົງ ທັງສອງຟາກຝັ່ງ ລາວແລະໄທ ທີ່ຝາກອະນາຄົດ ໄວ້ກັບການຫາປາ ຕາມລໍາແມ່ນໍ້າຂອງ
ຊາວປະມົງ ທັງສອງຟາກຝັ່ງ ລາວແລະໄທ ທີ່ຝາກອະນາຄົດ ໄວ້ກັບການຫາປາ ຕາມລໍາແມ່ນໍ້າຂອງ (RFA/TP )

0:00 / 0:00

ໂຄງການເຂື່ອນໄຟຟ້າ ປາກແບງ ແລະ ເຂື່ອນປາກລາຍ ທີ່ລົງທຶນໂດຍບໍຣິສັດຕ້າຖັງຂອງຈີນ ທີ່ຈະສ້າງໃສ່ແມ່ນໍ້າຂອງ ໃນເຂດພາກເໜືອ ຂອງລາວ ປັຈຈຸບັນຍັງບໍ່ທັນໄດ້ລົງມືກໍ່ສ້າງເທື່ອ, ເຖິງແມ່ນວ່າຈະສຳເຣັດ ການປຶກສາຫາລືລ່ວງໜ້າ ກັບຄນະ ກັມມາທິການ ແມ່ນໍ້າຂອງ ໄປແລ້ວກໍ່ຕາມ, ດັ່ງທ່ານ ວິມູນ ເພີ່ມພົງສາຈະເລີນ ໂຕແທນເຄືອຂ່າຍ ພະລັງງານເພື່ອນິເວດວິທຍາ ໃນລຸ່ມແມ່ນໍ້າຂອງ ຈາກປະເທດໄທ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 12 ພືສຈິກາ ວ່າ:

"ຂ້າພະເຈົ້າຄິດວ່າ ຈີນ ຍັງຄົງຕ້ອງການເຂົ້າມາມີອິດທິພົນ ທາງດ້ານພະລັງງານ ໃນອາຊຽນ ແຕ່ໃນຂນະດຽວກັນຈີນ ກໍ່ໄດ້ລົງທຶນທາງດ້ານ ພະລັງງານນໍ້າຫຼາຍເພື່ອ ສນອງໃຫ້ກັບໂຄງການຕ່າງໆຂອງຈິນ ທີ່ເຂົ້າມາລົງທຶນໃນເຂດນີ້."

ທ່ານ ວິມູນ ໄດ້ກ່າວຕື່ມວ່າ ອາຊຽນໄດ້ຕົກລົງຮ່ວມມືກັນ ແລະ ວາງນະໂຍບາຍ ການຜລິດ ແລະ ໃຊ້ພະລັງງານຮ່ວມກັນ ຂອງບັນດາ ປະເທດ ສາມະຊິກອາຊຽນ ແຕ່ປີ 2015 ທີ່ຕອນນີ້ມີຢູ່ 2 ໂຄງການຫຼັກຄື ເຄືອຂ່າຍຣະບົບສົ່ງໄຟຟ້າອາຊຽນ ແລະ ໂຄງການເຊື່ອມໂຍງ ທໍ່ສົ່ງແກັສ ທັມມະຊາດ.

ໃນຂນະທີ່ ທ່ານ ພາລາກອນ ຈັນບັນຍົງ ເຈົ້າໜ້າທີ່ກອງວາງແຜນ ຄນະກັມມາທິການ ແມ່ນໍ້າຂອງ ໄດ້ໃຫ້ສຳພາດຕໍ່ ນັກຂ່າວເອເຊັຽເສຣີ ໃນວັນທີ 06 ພຶສຈິກາ ວ່າ. ສາເຫດທີ່ເຂື່ອນໄຟຟ້າ ປາກແບງ ແລະ ເຂື່ອນໄຟຟ້າ ປາກລາຍ ລົງທຶນໂດຍບໍຣິສັດຈີນ ນັ້ນຍັງບໍ່ທັນໄດ້ລົງມື ກໍ່ສ້າງເທື່ອ ຍ້ອນເຂື່ອນໄຟຟ້າທັງສອງແຫ່ງຍັງ ຊອກຫາຕລາດຂາຍບໍ່ໄດ້ ເຮັດໃຫ້ການກໍ່ສ້າງເຂື່ອນໄຟຟ້າ ທັງສອງແຫ່ງຕ້ອງຫຼ້າຊ້າ.

ທ່ານ ພາລາກອນ ກ່າວຕື່ມວ່າ ຈີນ ໄດ້ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ທັງໝົດ 11 ແຫ່ງ ໃນນີ້ກຳລັງດຳເນີນ ການກໍ່ສ້າງ 4 ແຫ່ງ ເຊິ່ງເຮັດໃຫ້ ພະລັງງານສຳຮອງ ຂອງປະເທດຈີນ ພຽງພໍຕໍ່ການຊົມໃຊ້ພາຍໃນປະເທດ, ໃນກໍຣະນີໂຄງການ ກໍ່ສ້າງເຂື່ອນໄຟຟ້າ ແຂວງ ຫຼວງພຣະບາງ ນັ້ນໄດ້ມີຕລາດຮັບຊື້ແລ້ວ ຄື ໄທ ແລະ ວຽດນາມ.

ເຖິງແນວໃດກໍ່ຕາມ ເຣື່ອງຂອງໂຄງການເຂື່ອນໄຟຟ້າຫຼວງພຣະບາງ ທີ່ໄດ້ຜ່ານການປຶກສາຫາລືລ່ວງໜ້າ ເມື່ອວັນທີ 08 ຕຸລາ ຜ່ານມາ ຕາມແຜນການຈະລົງມືກໍ່ສ້າງ ວັນທີ 20 ເມສາ 2020 ນັ້ນ ກຸ່ມຮັກຊຽງຂອງ ກຽມຍື່ນໜັງສື ຕໍ່ສຳນັກງານຊັພຍາກອນ ນໍ້າ ປະເທດໄທ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງ ກັບໂຄງການເຂື່ອນຫຼວງພຣະບາງ ເພື່ອພິຈາຣະນາແຜນການສ້າງຄືນໃໝ່. ດັ່ງທ່ານ ຊານນະຣົງ ວົງສາ ເຄືອຂ່າຍພາກ ປະຊາສັງຄົມ ກຸ່ມຮັກຊຽງຂອງ ໃຫ້ສຳພາດຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 12 ພຶສຈິກາ ວ່າ:

"ສິ່ງທີ່ເຮົາຮຽກຮ້ອງໄປນນັ້ນ ເຊິ່ງເປັນການສເນີຂອງພວກເຮົາເຖິງ ເຂື່ອນໄຟຟ້າປາກແບງ ຫຼວງພຣະບາງ ພວກເຮົາບໍ່ໄດ້ຄາດຫວັງ ຫຍັງຫຼາຍ ແຕ່ເຮົາໄດ້ໃຊ້ສິດ ຂອງເຮົາເທົ່າທີ່ມີ ຮຽກຮ້ອງກັບທຸກໜ່ວຍງານ ເພາະຜ່ານມານໍ້າຂອງ ບົກແຫ້ງຫຼາຍ."

ຜ່ານມາ ພາກປະຊາສັງຄົມໃນໄທ ກໍໄດ້ເຄື່ອນໄຫວ ເພື່ອໃຫ້ໂຄງການກໍ່ສ້າງເຂື່ອນ ໄດ້ທົບທວນຄືນໃໝ່ ເຖິງຜົລກະທົບ ທີ່ຈະຕາມມາ ເຊັ່ນນໍ້າຖ້ວມພັຍແລ້ງ ເຊິ່ງມັນໄດ້ສ້າງຜົລກະທົບ ໃຫ້ກັບປະຊາຊົນຜູ້ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ໂດຍທັມມະຊາດ ມີການປ່ຽນແປງ ຢ່າງໄວວາ ພາຍຫຼັງທີ່ມີການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທັງໃນຈີນ ແລະ ໃນລາວ.