ຊາວເມືອງປາກແບງລໍຖ້າ ຄ່າ ຊົດເຊີຍ

ໄມຊູລີ
2017.11.27
F-PAKBENG ແມ່ນໍ້າຂອງ ໃນເຂດປາກແບງ
RFA/NY

ປະຊາຊົນ}າຍຄອບຄົວທີ່ບ້ານຫ້ວຍກ້ຽງ ເມືອງປາກແບງແຂວງອຸດົມໄຊ ທີ່ເສັຽທີ່ດິນປູກຝັງທັງໝົດ 10 ປາຍເຮັກຕາ ໃຫ້ແກ່ໂຄງການ ສ້າງເຂື່ອນປາກແບງ ຍັງລໍຖ້າເງິນຊົດເຊີຍ ຈາກ ໂຄງການດັ່ງກ່າວ ຊຶ່ງປັຈຈຸບັນ ທາງບໍຣິສັດ Datang Overseas Investment ຈາກປະເທດຈີນ ຊຶ່ງເປັນຜູ້ລົງທຶນຍັງບໍ່ໄດ້ ຕິດຕໍ່ມາຍັງ ເຈົ້າໜ້າທີ່ ແຂວງອຸດົມໄຊ ເທື່ອ ດັ່ງທ່ານກ່າວ ໃນວັນທີ 27 ພຶສຈິກາ ນີ້ວ່າ:

“ຢູ່ບ້ານຫ້ວຍກ້ຽງ ເພິ່ນກໍບໍ່ທັນໄດ້ວ່າຫຍັງ ຄືເວົ້າເມື່ອກີ້ນີ້ ລາວວ່າມີແຕ່ 10 ປາຍເຮັກຕ່າຫັ້ນເນາະ ດຽວນີ້ກໍຍັງບໍ່ທັນຊົດເຊີຍໃຫ້ເຂົາເຈົ້າ ເທື່ອ ຖ້າໃຫ້ເຂົາເຈົ້າມາພຸ້ນແຫລະ ເຂົາເຈົ້າຊິຊົດເຊີຍໃຫ້ ເນາະ ປະຊາຊົນຫັ້ນ ກໍເຊັນໝົດແລ້ວ ແຕ່ວ່າຍັງບໍ່ທັນໄດ້ ທົດແທນ.”

ທ່ານກ່າວຕື່ມວ່າ ໂຄງການສ້າງເຂື່ອນປາກແບງ ໄດ້ກວມເອົາດິນປະຊາຊົນ ຈໍານວນດັ່ງກ່າວ ເພື່ອສ້າງບ່ອນພັກໃຫ້ ຄົນງານຈີນ ທີ່ຈະ ເຂົ້າມາສ້າງ ເຂື່ອນນີ້ ໃນອານາຄົດ ຊຶ່ງປະຊາຊົນກໍບໍ່ໄດ້ ມີຄວາມຂັດຂ້ອງໃດໆ ເພາະເຂົ້າໃຈ ແນວທາງພັທນາຂອງ ຣັຖບານ ພຽງແຕ່ ຮຽກຮ້ອງໃ ຫ້ທາງບໍຣິສັດ ຈ່າຍຄ່າຊົດເຊີຍ ໃຫ້ໂດຍໄວແດ່ ເພື່ອຈະໄດ້ນໍາເອົາເງິນສ່ວນນັ້ນ ໄປໝູນໃຊ້ ຊອກຊື້ທີ່ດິນບ່ອນໃໝ່ ເພື່ອການ ປູກຝັງ.

ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ ຢ່າງໃດກໍຕາມ ຄາດວ່າທາງບໍຣິສັດຈີນ ດັ່ງກ່າວ ຈະເຂົ້າມາເຮັດໂຄງການ ສ້າງເຂື່ອນປາກແບງ ພາຍໃນປີ 2018 ພ້ອມກັບຄ່າຊົດເຊີຍ ໃຫ້ປະຊາຊົນ ໄປພ້ອມໆກັນ ແຕ່ຍັງຄາດຄະເນ ບໍ່ໄດ້ວ່າ ທາງບໍຣິສັດ ຈະເຂົ້າມາໃນຣະຍະ ໃດກັນແທ້ ຊຶ່ງ ເຣື້ອງນີ້ຍັງຈະຕ້ອງ ມີການຕິດຕໍ່ພົວພັນກັນ ຢູ່ເລື່ອຍມາ.

ຢ່າງໃດກໍຕາມ ປັຈຈຸບັນໂຄງການເຂື່ອນປາກແບງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຍັງບໍ່ທັນດໍາເນີນການລົງມືສ້າງ ເທື່ອຍ້ອນຣັຖບານ ລາວ ຍັງບໍ່ອະນຸຍາດ ໃຫ້ເຣີ້ມລົງມືເທື່ອ ເນື່ອງຈາກ ກໍາລັງຢູ່ໃນຂັ້ນຕອນ ພິຈາຣະນາຢ່າງຣະອຽດເສັຍກ່ອນ ເຖີງແມ່ນ ຂະບວນການ ປຶກສາຫາຣື ລ່ວງໜ່າ 6 ເດືອນ ໄດ້ສໍາເຣັດໄປແລ້ວກໍຕາມ. ຜ່ານມາ ບໍຣິສັດຮັບເຫມົາ ພຽງແຕ່ສ້າງ ທາງເບຕົງ ຈາກເສັ້ນທາງໃຫຍ່ ເຂົ້າໄປຫາ ບ່ອນກຽມກໍ່ສ້າງ ແຕ່ເນື້ອທີ່ ບໍຣິເວນ ທີ່ຈະສ້າງເຂື່ອນປາກແບງນັ້ນ ຍັງເປົ່າແປນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.