ຊາວບ້ານຫ້ວຍຂຸມ ອີກ 5 ຄອບຄົວ ໄດ້ຄ່າຊົດເຊີຍ
2019.03.07
ເມື່ອອາທິດຜ່ານມາ, ຊາວບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ອີກ 5 ຄອບຄົວ, ໄດ້ຮັບຄ່າຊົດເຊີຍຈາກໂຄງການສ້າງທາງຣົຖໄຟ ລາວ-ຈີນ ຊຶ່ງເປັນຈໍານວນຄອບຄົວ ຊຸດທີ່ສອງ ທີ່ໄດ້ຮັບເງິນຈາກໂຄງການນີ້, ໂດຍຊາວບ້ານ 5 ຄອບຄົວນີ້ເປັນຄອບຄົວ ທີ່ເສັຽເຮືອນ ໃຫ້ແກ່ໂຄງການ ທາງຣົຖໄຟ ລາວ-ຈີນ, ແຕ່ບໍ່ມີຣາຍລະອຽດວ່າ, ແຕ່ລະຄອບຄົວ ໄດ້ເງິນຄ່າຊົດເຊີຍ ເທົ່າໃດແທ້. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 6 ມິນາ ນີ້ວ່າ:
“ຣົຖໄຟກໍໄດ້ສອງຊຸດແລ້ວ, ຊຸດທີ່ສອງໄດ້ອາທິດແລ້ວໄປນີ້, ວັນພະຫັດແລ້ວນີ້ໄດ້ 5 ຄອບຄົວ ໄດ້ແຕ່ເຮືອນນະ ບ້ານຫ້ວຍຂຸມ ໄດ້ເທື່ອທີ່ ສອງ.”
ກ່ຽວກັບວ່າຊາວບ້ານພໍໃຈ ກັບຄ່າຊົດເຊີຍຫຼືບໍ່ນັ້ນ, ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ຈາກການສືບຖາມ ຜູ້ທີ່ໄດ້ຮັບຄ່າຊົດເຊີຍໃນເບື້ອງຕົ້ນສ່ວນໃຫຍ່ ມີແຕ່ບອກວ່າ ໄດ້ເງິນຫລາຍ ສົມເຫດສົມຜົນຢູ່ ກັບການເສັຍເຮືອນ ແລະວ່າພວກເຂົາເຈົ້າ ຈະເອົາເງິນສ່ວນນີ້ ໄປປຸກເຮືອນຫລັງໃໝ່, ບາງຄອບຄົວ ກໍວ່າຈະໄປຊື້ ທັງທີ່ດິນ ແລະອຸປກອນ ວັສດຸ ປຸກເຮືອນກໍມີ.
ເຖິງຢ່າງໃດກໍຕາມ, ຍັງມີຊາວບ້ານ ອີກຫລາຍຄອບຄົວ ທີ່ຍັງລໍຖ້າການຊົດເຊີຍ ຈາກໂຄງການນີ້ຢູ່, ຊຶ່ງເປັນກຸ່ມທີ່ເສັຽດິນສວນ ແລະ ດິນ ລ້ຽງສັດໃຫ້ແກ່ໂຄງການ ແຕ່ບໍ່ຮູ້ຈໍານວນ, ໂດຍຄາດວ່າຊາວບ້ານກຸ່ມນີ້ ຈະໄດ້ຄ່າຊົດເຊີຍເປັນຊຸດທີ 3 ແຕ່ຍັງບໍ່ມີ ກໍານົດທີ່ແນ່ນອນເທື່ອ.
ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຍເສຣີ ໄດ້ພຍາຍາມ ຕິດຕໍ່ໄປຫາຊາວບ້ານ ບ້ານຫ້ວຍຂຸມ, ຜູ້ທີ່ໄດ້ຮັບຄ່າຊົດເຊີຍ ແຕ່ບໍ່ສາມາດຕິດຕໍ່ຜູ້ໃດ ໄດ້ເທື່ອ ຍ້ອນການສື່ສານຫາກັນ ກໍບໍ່ສະດວກ.
ເມື່ອ ເດືອນສິງຫາ 2018 ຜ່ານມາ ຊາວບ້ານ ບ້ານຫ້ວຍຂຸມ ຈໍານວນ 13 ຄອບຄົວ ທີ່ເສັຍດິນນາ ໃຫ້ແກ່ໂຄງການ ຣົຖໄຟ ລາວ-ຈີນ ໄດ້ຮັບເງິນ ຄ່າຊົດເຊີຍ ເປັນຊຸດທໍາອິກ ຂອງ ແຂວງອຸດົມໄຊ ຮວມທັງໝົດ ເປັນມູນຄ່າ 20 ຕຶ້ ກິບ.
ເຖິງຢ່າງໃດກໍຕາມ ຣາຍງານວ່າ ຢູ່ເມືອງໄຊ ຍັງມີຜູ້ໄດ້ ຮັບຜົນກະທົບ ຈາກໂຄງການສ້າງທາງຣົຖໄຟ ລາວ-ຈີນ ອີກ ຫລາຍຄອບຄົວ ແລະ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຮວມທັງປະຊາຊົນ ຢູ່ເມືອງງາ ແລະເມືອງນາໝໍ້ ເຊັ່ນກັນ, ແຕ່ຍັງບໍ່ມີຈໍານວນ ທີ່ແນ່ນອນ.