ເຂື່ອນນ້ຳແບງ-2 ແຕກ ທາງການ ວ່າບໍ່ແມ່ນ
2018.07.23
ປະຊາຊົນຫລາຍຄົນ ເວົ້າວ່າ ເຂື່ອນນ້ຳແບງ 2 ທີ່ເມືອງປາກແບງ ແຂວງອຸດົມໄຊ ແຕກໃນວັນທີ 22 ກໍຣະກະດາ ທີ່ຜ່ານມາ. ສາຍເຫດທີ່ ເຮັດໃຫ້ເຂື່ອນປາກແບງ 2 ແຕກຍ້ອນຝົນຕົກໜັກ ແຕ່ວັນທີ 17 ຫາ ວັນທີ 22 ກໍຣະກະດາ ຊຶ່ງເຮັດໃຫ້ເຂື່ອນດັ່ງກ່າວ ຮັບປະຣິມານນໍ້າ ບໍ່ໄດ້ ຈຶ່ງແຕກ ເຮັດໃຫ້ບ້ານເຮືອນ ຂອງປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ໄດ້ຮັບຜົນເສັຍຫາຍຢ່າງໜັກ ນອກຈາກບ້ານເຮືອນ ຂອງປະຊາຊົນແລ້ວ ເສັ້ນທາງຫລາຍສາຍ ທີ່ເປັນເສັ້ນທາງສາຍຫລັກ ກໍ່ໄດ້ຮັບຜົນກະທົບ ເຊັ່ນກັນ.
ໃນເມືອງແບງ ມີບ້ານທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້ມີ 17 ບ້ານ, 777 ຄອບຄົວ, ມີປະຊາກອນ ທັງໝົດ 4,721 ຄົນ, ບ້ານເຮືອນທີ່ໄດ້ຮັບ ຜົນເສັຍຫາຍມີທັງໝົດ 125 ຫຼັງ, ດີນເຈື່ອນຖົມເຮືອນ 5 ຫຼັງ, ເນື້ອທີ່ດິນນາເສັຍຫາຍ 227 ເຮັກຕາ ປະເມີນ ຄວາມເສັຍຫາຍເບື້ອງຕົ້ນ 1,456 ລ້ານກີບ. ອິງຕາມຂໍ້ມູນຈາກຜແນກແຮງງານ ສວັດດີການແຂວງອຸດົມໄຊ. ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົນກະທົບ ຢູ່ບ້ານມົກພ່າງໄດ້ ກ່າວຕໍ່ວິທຍຸເອເຊັຍເສລີ ໃນວັນທີ 22 ກໍຣະກະດາ ນີ້ວ່າ:
“ມັນເກີດຂຶ້ນເວລາ 10 ໂມງເຊົ້າ ບັນຫາມັນກະຍ້ອນຝົນຕົກໜັກຫຼາຍມື້ ເຮັດໃຫ້ເຂື່ອນນີ້ມັນຮັບນໍ້າບໍ່ໄຫວມັນຈຶ່ງແຕກ ບ້ານເຮືອນຫຼາຍຫຼັງ ກະໄຫລໄປນໍານໍ້າ ບາງຄົນກະເອົາຫຍັງບໍ່ທັນຊໍ້າ ນໍ້າມັນມາໄວໂພດ ຫລາຍຄອບຄົວກະຍັງບໍ່ທັນມີບ່ອນຢູ່ ອາສັຍເທື່ອ ເສັ້ນທາງໄປມາ ກະຂາດຫລາຍບ່ອນ ປະຈຸບັນນີ້ແມ່ນ ໄດ້ຮັບຄວາມລຳບາກຫລາຍ.”
ແຕ່ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງປາກແບງ ທ່ານນຶ່ງ ທີ່ບໍ່ປະສົງບອກກຊື່ກ່າວວ່າ:
“ບໍ່ເຂື່ອນບໍ່ໄດ້ແຕກ ປົກກະຕິ ບໍ່ເປັນຫຍັງ ນ້ຳລົງແລ້ວດຽວນີ້ນະ ມັນກໍເນື່ອງມາຈາກຝົນຫັ່ນແຫລະ ມັນຝົນຕິດຕໍ່ມາຫລາຍມື້ ກໍດຽວນີ້ ຝົນເຊົາແລ້ວ ມັນກໍລົງແລ້ວເດ່.”
ເຂື່ອນປາກແບງ 2 ເປັນເຂື່ອນຂະໜາດນ້ອຍ ສ້າງໂດຍບໍລິສັດຈີນຊຶ່ງໄດ້ເລີ່ມກໍ່ສ້າງມາແຕ່ປີ 2010 ເປັນຕົ້້ນມາ ປະຊາຊົນຫລາຍຄົນໄດ້ ໃຫ້ຄຳເຫັນວ່າ ການກໍ່ສ້າງເຄື່ອນດັ່ງກ່າວ ແມ່ນບໍ່ໄດ້ມາດຕະຖານ ຈີ່ງເຮັດໃຫ້ເຂື່ອນແຕກ ຍ້ອນບໍ່ສາມາດຮັບນໍ້າໄດ້.
ເຖິງຢ່າງໃດກໍຕາມ ປະຊາຊົນທີ່ໄດ້ຮັບຜົນກະທົບ ຢາກໃຫ້ເຈົ້າຂອງເຂື່ອນ ຮັບຜິດຊອບຕໍ່ຄວາມເສັຍຫາຍ ໃນຄັ້ງນີ້ ພ້ອມທັງຢາກໃຫ້ບໍຣິສັດ ຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ.
ແຂວງອຸດົມໄຊ ມີທັງໝົດ 3 ເມືອງ ທີ່ໄດ້ຮັບຜົນກະທົບ ຈາກພັຍທັມມະຊາດໃນຄັ້ງນີ້ມີ; ເມືອງແບງ, ໃນເມືອປາກແບງ ແລະເມືອງຮຸນ. ນອກຈາກແຂວງອຸດົມໄຊແລ້ວ ຍັງມີຫລາຍແຂວງ ທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ ເປັນຕົ້ນແມ່ນແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ, ສວັນນະເຂດ ອັດຕະປື ແລະແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບຢ່າງໜັກ.