ຫ້ວຍຮ່ອງລໍານ້ຳຢູ່ ມ.ແບງ ມີ ມົລພິດ
2014.12.05

ຊາວບ້ານ ທີ່ ເມືອງແບງ ແຂວງ ອຸດົມໄຊ ເວົ້າວ່າ ໄດ້ພົບເຫັນ ສານເຄມີ ປົນເປື້ອນ ໃນ ລໍານ້ຳ ຫຼາຍສາຍ ຍ້ອນ ຊາວ ກະສິ ກອນ ໃຊ້ຢາຂ້າ ແມງໄມ້ ຫຼາຍ ເກີນໄປ, ຈຶ່ງຂໍໃຫ້ ທາງການ ເຂົ້າມາ ກວດກາ ແກ້ໄຂ. ດັ່ງ ທ່ານກ່າວ ໃນຕອນ ນຶ່ງວ່າ:
"ສ່ວນມາກ ຫ້ວຍ ທີ່ວ່າຕັກ ໄປກິນ ຕັກໄປໃຊ້ ປະຊາຊົນ ໄປໃຊ້ ຢາຂ້າຫຍ້າ ຫັ້ນແຫຼະ ທຸກຫ້ວຍ ທຸກບ່ອນ ຫັ້ນຫນາ ເຮັດແນວໃດ ບໍ່ມີ ບ່ອນຕັກ ບໍ່ມີ ບ່ອນກິນ ໄປຊົມ ໄປຊື້ ຢູ່ຕລາດ ໄປຊື້ ນ້ຳດື່ມ ກໍຂ້ອນຂ້າງ ຍາກ ເວົ້າເຣື້ອງ ເສຖກິດນະ".
ຊາວບ້ານ ເວົ້າຕື່ມວ່າ ຍ້ອນ ຫຼາຍບ້ານ ໃນ ເມືອງແບງ ຍັງບໍ່ມີ ນ້ຳ ສະອາດໃຊ້ ຕ້ອງ ໄດ້ເພິ່ງພາ ນ້ຳຫ້ວຍ ໃຊ້ອາບແລະກິນ ແຕ່ ໃນ ຣະຍະ ປີ ຜ່ານມາ ພົບວ່າມີ ສານເຄມີ ປົ້ນເປື້ອນ ໃນ ຫ້ວຍ ແຫ່ງນີ້ ໂດຍສະເພາະ ໃນເຂດ ຕົ້ນນ້ຳ ຍ້ອນ ປະຊາຊົນ ແລະ ຊາວ ກະສິກອນ ໃຊ້ ຂ້າແມງໄມ້ ແລະ ຫຍ້າຕາມ ແຄມນ້ຳ ເຮັດໃຫ້ ສານເຄມີ ໄຫລລົງ ສູ່ລໍານ້ຳ ສົ່ງ ຜົລກະທົບ ຕໍ່ ສຸຂພາບ ຂອງ ປະຊາຊົນ ແລະ ສັດສາ ວາສິ່ງ.
ທ່ານວ່າ ຊາວບ້ານ ໄດ້ ແຈ້ງການ ໄປຫາ ຜແນກ ກະສິກັມ ແລະ ປ່າໄມ້ ຮ່ວມທັງ ຫ້ອງການ ປົກຄອງ ເມືອງ ແຕ່ ຍັງບໍ່ໄດ້ ຮັບ ຄຳ ຕອບ ໃນການ ແກ້ໄຂ ບັນຫາ ດັ່ງກ່າວ, ຊາວບ້ານ ກໍຍັງ ຈຳເປັນຕ້ອງ ໄດ້ໃຊ້ ຫ້ວຍນໍ້າ ລໍາທານ ນັ້ນຢູ່.
ເຈົ້າຫນ້າທີ່ ກໍຍອມ ຮັບຮູ້ວ່າ ແຫລ່ງນ້ຳ ຫຼາຍສາຍ ມີ ສານເຄມີ ປົນເປື້ອນ ຍ້ອນ ຢາ ຂ້າຫຍ້າ ຂ້າ ແມງໄມ້, ທາງການ ກໍໄດ້ແຕ່ ສັ່ງ ຫ້າມ ບໍ່ໃຫ້ໃຊ້ ແຕ່ ບັນຫາ ນໍ້າມີ ມົລພິດ ຍັງບໍ່ມີ ການ ແກ້ໄຂ ຜູ້ຝ່າຝຶນ ໃຊ້ ຢາຂ້າ ແມງໄມ້ ກໍຍັງມີ ຢູ່.