ທາງການເຕືອນໃຫ້້ໄວ້ຕາ ຣະດັບ ນໍ້າຂອງ

ແມ່ນໍ້າຂອງ ໃນເຂດນະຄອນຫຼວງວຽງຈັນ
ແມ່ນໍ້າຂອງ ໃນເຂດນະຄອນຫຼວງວຽງຈັນ (RFA/LX)

0:00 / 0:00

ຊາວບ້ານທີ່ອາສັຍຢູ່ລຽບຕາມລຳແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ພາກັນຕື່ນຕົກໃຈ ພາຍຫຼັງທີ່ເຫັນຣະດັບນ້ຳຂອງ ສູງຂຶ້ນນໍາ ເລື້ອຍໆ ຜິດປົກກະຕິ ໃນຣະຍະ 3-4 ມື້ມານີ້. ໃນບາງຈຸດ, ນ້ຳຂອງສູງຂຶ້ນພຽງຣະດັບຖນົນຫົນທາງ ເຮັດໃຫ້ຫຼາຍຄົນ ຢ້ານວ່ານ້ຳອາຈ ຖ້ວມເຂົ້າເຮືອນຊານຂອງຕົນ ແລະຕ້ອງໄດ້ກະກຽມຮັບມື. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ສິງຫາ ນີ້ວ່າ:

“ເອີ, ມັນກະຂຶ້ນຫຼາຍ, ຮວ້າຍກະຈຳຕາຝັ່ງເຈື່ອນພຸ້ນແຫຼະ ຂຶ້ນຫຼາຍແທ້ຫວາ ຊິບໍ່ຖ້ວມບ້ານບໍ? ເຫັນຄົນມາເບິ່ງນ້ຳຂອງ ຢູ່ຫັ້ນຂະເຈົ້າກະ ແຊວໆກັນວ່າຕຽມໂຕວ່າຊັ້ນເດ. ທັງໆທີ່ມັນຍັງບໍ່ທັນ ຮອດຍາມມັນຊ້ຳ ກະຂຶ້ນຫຼາຍຜິດປົກກະຕິລະ. ຄັນບໍ່ຄາ ອັນຄັນຄູ ເຂົາຕັ້ງໄວ້ຫັ້ນ ຖ້ວມໝົດລະອັນທາງລຸ່ມຫັ້ນ, ສ່ຳຫົນທາງລະໄດ໋."

ໃນຂນະດຽວກັນ, ເຈົ້າໜ້າທີ່ອຸຕຸນິຍົມວິທຍາ ກໍໄດ້ຢືນຢັນໃນມື້ດຽວກັນວ່າ ຣະດັບນ້ຳຂອງ ເຖິງວ່າຈະເພີ້ມຂຶ້ນສູງຢ່າງຜິດປົກະຕິກໍ່ຕາມ, ແຕ່ກໍຍັງບໍ່ທັນຂຶ້ນສູງເຖິງຣະດັບຣະວັງພັຍ ຫຼືຕ້ອງໄດ້ອອກແຈ້ງການ ເຕືອນປະຊາຊົນ ທີ່ຢູ່ລຽບຕາມລໍາແມ່ນ້ຳຂອງ ນັ້ນເທື່ອ; ດັ່ງທີ່ທ່ານ ກ່າວວ່າ:

“ຢູ່ວຽງຈັນມື້ນີ້ມັນມີແຕ່ 10 ແມັດ 55, ແຕ່ວ່າເຂດຣະວັງພັຍແມ່ນ 11 ແມັດເນາະ ແລະເຂດອັນຕະຣາຍແມ່ນ 12 ແມັດ, ແຕ່ວ່າອັນນີ້ 10 ແມັດ 55. ຍັງບໍ່ທັນໄດ້ມີເພາະວ່າເຮົາເບິ່ງປະຣິມານນ້ຳຝົນເນາະ ຝົນມັນຍັງບໍ່ທັນ ຖືວ່າແຖວນະຄອນຫຼວງ ເຮົາກະ ບໍ່ທັນມີຝົນ ລະແຖວ ພາກເໜືອ ຝົນກະບໍ່ຫຼາຍແລ້ວ ຣະດັບນ້ຳກະອາຈຂຶ້ນຢູ່, ແຕ່ກະບໍ່ທັນເຖິງຂັ້ນ ທີ່ວ່າເຖິງຂັ້ນຣະວັງພັຍເນາະ."

ນາງກ່າວຕື່ມວ່າ ເພື່ອຄວາມບໍ່ປະໝາດ, ກໍຢາກໃຫ້ປະຊາຊົນ ທີ່ອາໃສຢູ່ລຽບ ຕາມລໍາແມ່ນ້ຳຂອງ ແລະແມ່ນ້ຳສາຂາ ຕິດຕາມສະພາບ ຂຶ້ນລົງຂອງນ້ຳຢ່າງໃກ້ຊິດ ເພື່ອຈະໄດ້ກຽມໂຕໃຫ້ທ່ວງທັນ.

ຢ່າງໃດກໍ່ດີ, ມາຮອດມື້ນີ້ ວັນທີ 3 ສິງຫາ, ຣະດັບນ້ຳຂອງ ແລະໃນແມ່ນ້ຳ ສາຂາແຫ່ງຕ່າງໆ, ໂດຍສະເພາະນ້ຳງື່ມ ກໍມີຣະດັບສູງຂຶ້ນນໍາ ເລື້ອຍໆ ເຊັ່ນດຽວກັນ, ເຊິ່ງຊາວບ້ານໃນເຂດນ້ຳງື່ມ ກໍຍັງຕິດຕາມສະພາບນ້ຳຢູ່ຕລອດ ເພື່ອປະເມີນວ່າ ຈະສືບຕໍ່ ຫຼົກກ້າ ເພື່ອດຳນາປີ ຫຼືບໍ່? ຖ້າຣະດັບນໍ້າຍັງສູງ ກໍຢ້ານວ່າ ນ້ຳຈະຖ້ວມໄຮ່ນາ ຂອງພວກຕົນ ທີ່ປັກດຳແລ້ວ.