ມ.ງອຍ ຕ້ອງການທຶນສ້າງ ບ້ານຈັດສັນ

ທາງ 1C ໄປເມືອງງອຍ, ແຂວງຫຼວງພຣະບາງ ເສັຽຫາຍໜັກ ດິນເຈື່ອນ ແລະ ນໍ້າເຊາະທາງ 31 ສິງຫາ 2018
ທາງ 1C ໄປເມືອງງອຍ, ແຂວງຫຼວງພຣະບາງ ເສັຽຫາຍໜັກ ດິນເຈື່ອນ ແລະ ນໍ້າເຊາະທາງ 31 ສິງຫາ 2018 (Screen captured : FB friend https://tinyurl.com/y8x2gtaa)

0:00 / 0:00

ທາງການເມືອງງອຍ ແຂວງຫລວງພຣະບາງ ຮ້ອງຂໍ ງົບປະມານ ແລະວັສດຸກໍ່ສ້າງເປັນຕົ້ນ ສັງກະສີ ເພື່ອນໍາມາສ້າງບ້ານຈັດສັນ ໃຫ້ແກ່ ປະຊາຊົນບ້ານຫ້ວຍເຫລັກ ຈຳນວນ 41 ຄອບຄົວ ທີ່ຂາດບ່ອນຢູ່ອາໃສ ຍ້ອນຖືກດິນເຈື່ອນ ທັບເຮືອນ ເມື່ອຕົ້ນເດືອນ ກັນຍາ ຜ່ານມາ. ເຖິງແມ່ນວ່າຈະຂຽນໃບສເນີໄປຫາຂັ້ນແຂວງແລ້ວກໍ່ຕາມ ແຕ່ຍັງບໍ່ມີຄວາມຄືບໜ້າ, ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງເມືອງງອຍ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 12 ກັນຍາ ນີ້ວ່າ:

"ຄວາມຕ້ອງການສູງສຸດ ກະຄືຢາກໄດ້ເປັນສັງກະສີ ເປັນຕະປູ ແລ້ວກະເປັນເຄື່ອງໃນການກໍ່ສ້າງຢ້າວເຮືອນ ໃຫ້ຂະເຈົ້າທີ່ເສັຍຫາຍແດ່ ກາຢາກໄດ້ງົບປະມານ ຈຳນວນນຶ່ງມາຈັດສັນ ບຸກເບີກປ່າເພື່ອຈັດຕັ້ງເປັນບ່ອນຕັ້ງເຮືອນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ທຸກມື້ນີ້ຄນະກັມມະການ ຂັ້ນເມືອງສາມາດຊອກບ່ອນ ທີ່ຈະສ້າງເປັນບ້ານຈັດສັນໃຫ້ປະຊາຊົນໄດ້ແລ້ວ ແຕ່ຍັງເຮັດ ຫຍັງບໍ່ໄດ້ ເພາະຂາດງົບປະມານ, ສຳລັບປະຊາຊົນ 41 ຄອບຄົວ ທີ່ໃຊ້ໂຮງຮຽນ ແລະ ຫ້ອງການບ້ານເປັນບ່ອນຢູ່ ອາໃສໃນກ່ອນໜ້ານີ້, ແລະຫລ້າສຸດກໍ່ຖືກຍ້າຍໄປອາໃສຢູ່ຕູບ ທີ່ທາງການສ້າງໃຫ້ ແລະ ຈະຢູ່ໄປເລື້ອຍໆ ຈົນກວ່າການສ້າງບ້ານຈັດສັນຈະສຳເຣັດ.

ນັບຕັ້ງແຕ່ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈາກເຫດດັ່ງກ່າວ ທາງການເມືອງງອຍໄດ້ໃຫ້ ການຊ່ອຍເຫລືອເບື້ອງຕົ້ນ ດ້ວຍການມອບ ອາຫານແລະນໍ້າດື່ມ ເຊິ່ງຈະສືບຕໍ່ຊ່ອຍເຫລືອໄປເລື້ອຍໆ ເພາະຫລາຍຄອບຄົວບໍ່ມີເງິນຊື້ເຂົ້າສານ, ນໍ້າດື່ມ ແລະ ເຄື່ອງໃຊ້ຕ່າງໆ.

ຢ່າງໃດກໍ່ຕາມ ຕາມບ້ານອື່ນໆ ໃນເມືອງງອຍ ຍັງມີປະຊາຊົນອີກຫລາຍຄອບຄົວ ທີ່ອາໃສຢູ່ ບໍຣິເວັນຕີນພູ ເຊິ່ງຊ່ຽງຕໍ່ການຖືກດິນເຈື່ອນ ທັບເຮືອນອີກ ແຕ່ເຈົ້າໜ້າທີ່ກ່າວວ່າ ຍັງບໍ່ມີແຜນຍົກຍ້າຍ ປະຊາຊົນເຂດດັ່ງກ່າວ ໄປຢູ່ບ່ອນໃໝ່ຈົນກວ່າທາງເມືອງ ຈະມີງົບປະມານສຳລັບ ການຍົກຍ້າຍ.