ຜູ້ສ້າງເຂື່ອນນໍ້າເອົ້າຈະ ສໍາຣວດ ພື້ນທີ່ ເສັຽຫາຍ

ໄມຊູລີ
2017.10.25
F-Nam-Ao ນໍ້າດິນຕົມ ທີ່ໄຫລເຂົ້າສູ່ບ້ານເຮືອນ ຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ
Screen captured citizen video

ພາຍໃນຕົ້ນເດືອນພຶສຈິກາປີນີ້ ບໍຣິສັດນໍ້າເອົ້າ Inter Groups ຊຶ່ງເປັນບໍຣິສັດ ກໍ່ສ້າງເຂື່ອນໄຟຟ້ານໍ້າເອົ້າ ຢູ່ເມືອງຜາໄຊແຂວງຊຽງຂວາງ ຈະອອກສໍາຣວດພື້ນທີ່ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຮັບຄວາມເສັຍຫາຍ ຈາກເຂື່ອນນໍ້າເອົ້າແຕກ, ເພື່ອຮິບໂຮມຂໍ້ມູນຄວາມເສັຽ ຫາຍທັງໝົດ ກ່ອນຈະນໍາໄປສູ່ ຂັ້ນຕອນຂອງການຊົດເຊີຍ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົນກະທົບ. ດັ່ງເຈົ້າໜ້າທີ່ ເມືອງທ່າໂທມ ທ່ານນຶ່ງ ກ່າວໃນວັນທີ່ 24 ຕູລາ ນີ້ວ່າ:

"ດຽວນີ້ ສິໃຫ້ທາງບໍຣິສັດ ລົງມາສົມທົບເພື່ອກວດກາ ເບິ່ງຂໍ້ມູນຕົວຈິງ ເບິ່ງບາງອັນມັນເປັນແນວໃດ ເພື່ອເຂົ້າສູ່ ຂະບວນການ ປະມານ ຕົ້ນເດືອນ 11 ນີ້ແຫລະ ເພິ່ນກໍສິພາທິມງານ ເພິ່ນລົງມາເລີຍ”.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ຫລັງເກີດເຫດ, ທາງບໍຣິສັດຊີ້ແຈງວ່າ ມີເນື້ອທີ່ເສັຍຫາຍບາງສ່ວນ ທີ່ທາງບໍຣິສັດ ບໍ່ສາມາດ ຮັບຮອງໄດ້ວ່າ ແມ່ນຖືກຜົນກະທົບ ຈາກເຂື່ອນແຕກ ຊື່ງເນື້ອທີ່ ດັ່ງກ່າວອາດ ເກິດຈາກສາເຫດອື່ນ ມາກ່ອນແລ້ວ ດັ່ງນັ້ນ ຈຶ່ງໃຫ້ເຈົ້າໜ້າທີ່ ຂອງບໍຣິສັດ ລົງພື້ນທີ່ ສໍາຣວດດ້ວຍຕົວເອງ ເພື່ອຄວາມກະຈ່າງແຈ້ງ ແຕ່ຍັງບໍ່ຮູ້ວ່າຈະໃຊ້ເວລາສໍາຣວດ ຈັກມື້ຈຶ່ງຈະສໍາເຣັດ.

ທ່ານວ່າ ໃນເບື້ອງຕົ້ນ ທາງບໍຣິສັດ ຮັບປາກກັບຊາວບ້ານວ່າຈະຊ່ວຍເຫຼືອ ເຂົ້າສານເພື່ອທົດແທນ ເຂົ້າໄຮ່ເຂົ້ານາ ຂອງປະຊາຊົນ ທີ່ຂີ້ຕົມ ຖົມ ສ່ວນເຣື້ອງການຊົດເຊີຍ ເປັນເງິນຫຼື ອື່ນໆນັ້ນ ຍັງບໍ່ມີຣາຍລະອຽດ ທີ່ແນ່ນອນເທື່ອ ສໍາລັບ ປະຊາຊົນເຈົ້າຂອງ ດິນໄຮ່ດິນນາ ທີ່ຖຶກ ກະທົບ ກໍຮຽກຮ້ອງຂໍຊົດເຊີຍ ເຂົ້າສານ ເພື່ອບໍ່ໃຫ້ ພວກເຂົາເຈົ້າມີບັນຫາ ຂາດແຄນເຂົ້າກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.