ເຂື່ອນນ້ຳເອົ້າຈະຈ່າຍຄ່າ ເສັຽຫາຍ

ສະພາບຂອງພື້ນທີ່ ຖນົນຫົນທາງ ທີ່ຖືກປົກຄຸມດ້ວຍນໍ້າແລະດິນຕົມ ທີ່ໄຫຼຊຸລົງມາ ຈາກ ເຂື່ອນນໍ້າເອົ້າ
ສະພາບຂອງພື້ນທີ່ ຖນົນຫົນທາງ ທີ່ຖືກປົກຄຸມດ້ວຍນໍ້າແລະດິນຕົມ ທີ່ໄຫຼຊຸລົງມາ ຈາກ ເຂື່ອນນໍ້າເອົ້າ (Courtesy of Tholakhong)

0:00 / 0:00

ປັຈຈຸບັນທາງການ ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ບໍຣິສັດບໍ່ທອງ ອິນເຕີ ກຣຸປ ທີ່ກໍ່ສ້າງເຂື່ອນ ໄຟຟ້ານ້ຳເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຈະຄົ້ນຄວ້າ ເຣຶ່ອງຄ່າຊົດ ເຊີຍຄວາມເສັຍຫາຍ ຂອງປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ.

ໃນຂະນະນີ້ຍັງເກັບກຳຂໍ້ມູນ ກ່ຽວກັບຄວາມເສັຍຫາຍ ນັ້ນຍັງບໍ່ທັນແລ້ວເທື່ອ ແລະການທົດແທນ ຄວາມເສັຍຫາຍ ກໍແມ່ນທາງ ບໍຣິສັດ ກໍ່ສ້າງ ເຂື່ອນ ເປັນຜູ້ຮັບຜິດຊອບ. ດັ່ງ ເຈົ້າໜ້າທີ່ ເມືອງທ່າໂທມ ເວົ້າໃນມື້ວັນທີ 4 ຕຸລາ ນີ້ວ່າ:

"ຕາມນັ້ນແທ້ ກະທາງບໍຣິສັດຫັ້ນແຫລະ ຈະຕ້ອງໄດ້ທົດແທນ ເຣຶ່ອງທີ່ຜົລຜລິດ ເສັຍຫາຍ ໃນທາງຄະນະກັມການ ແຂວງໄຊສົມບູນ ກັບເມືອງທ່າໂທມ ສົມທົບ ກັບບໍໍຣິສັດໄດ້ຂໍ້ມູນ ແລ້ວສິນໍາສເນີໄປໃຫ້ ທາງສອງແຂວງ ພິຈາຣະນາ ຄົ້ນຄວ້າ ກັບ ບໍຣິສັດ".

ທ່ານເວົ້າວ່າ ຣາຍລະອຽດຂອງການຄົ້ນຄວ້າ ເຣຶ່ອງຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ວ່ານັ້ນ ມາຮອດຂະນະນີ້ ຍັງບໍ່ສາມາດ ເວົ້າໄດ້ເທື່ອ ຕ້ອງໄດ້ລໍໃຫ້ ຄະນະກຳມະການ ທີ່ກ່ຽວຂ້ອງ ປຶກສາຫາ ລືກັນຕາມຂັ້ນຕອນກ່ອນ,ປັດຈຸບັນ ຍັງບໍ່ຮູ້ວ່າ ຄະນະກຳມະການ ຈະປຶກສາກັນ ເມື່ອໃດ.

ທ່ານກ່າວອີກວ່າ ຢ່າງໃດກໍຕາມ ຫລັງຈາກເຂື່ອນໄຟຟ້ານ້ຳເອົ້າ ແຕກ ແລ້ວ ທາງບໍຣິສັດ ບໍ່ທອງ ອິນເຕີ ກຣຸປ ກໍໄດ້ຊ່ອມແປງ ໄຟຟ້າ ໃຫ້ຊຸມຊົນ ທີ່ໄດ້ຮັບ ຜົລກະທົບ, ຊ່ອມແປງ ຣະບົບນ້ຳລິນ ທີ່ເພພັງ ໃຫ້ກັບມາໃຊ້ໄດ້ ເປັນປົກກະຕິ. ອັນ ສະແດງວ່າ ທາງບໍຣິສັດກໍມີ ຄວາມຮັບຜິດຊອບຢູ່.

ສຳລັບຂໍ້ມູນກ່ຽວກັບ ຄວາມເສັຍຫາຍຂອງດິນນາ, ສວນ, ເຄື່ອງປູກຂອງຝັງ, ສັດລ້ຽງ ແລະບ້ານເຮືອນ ຂອງປະຊາຊົນ ນັ້ນມາເຖິງ ປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ສາມາດ ສະຫລຸບໄດ້ເທື່ອ, ກຳລັງສຳຣວດກັນຢູ່. ແຕ່ກໍຮູ້ວ່າ ມີເຮືອນຂອງ ປະຊາຊົນ ຫລັງນຶ່ງ ໄດ້ຮັບຜົລກະທົບ ແຕ່ບໍ່ເສັຍຫາຍໜັກ, ນ້ຳຂີ້ຕົມ ໄຫລເຂົ້າເຮືອນ ສູງປະມານ 40 ຊັງຕິແມັດ. ສູ່ມື້ນີ້ ເຈົ້າຂອງເຮືອນ ກໍຍັງຢູ່ເຮືອນ ຫລັງນັ້ນໄດ້ຢູ່.