ມ.ພູຄູນສັ່ງຍ້າຍເຕົາອົບ ເຄື່ອງປ່າ ຂອງດົງ

ປະຊາ​ຊົນ​ ຮ້ອງທຸກ ຕໍ່ການ​ດຳ​ເນີນ​ທຸຣະ​ກິດ ຂອງ​ຄົນ​ຈີນ ​ຢູ່​ທາງ​ເລກ 7 ​ເມືອງ​ພູ​ຄູນ ​​ແຂວງຫລວງ​ພະ​ບາງ ວ່າ​ເຮັດ​ໃຫ້​ມີ​ຄວັນ ​ແລະ ກິ່ນ​ຂິວ​ກະຈາຍ​ໄປ​ທົ່ວ ​ເຂດ​ໃກ້​ຄຽງ ​ສົ່ງ​ຜົນ​ໃຫ້ ​ປະຊາຊົນ​ຫາຍ​ໃຈ​ລຳບາກ
ປະຊາ​ຊົນ​ ຮ້ອງທຸກ ຕໍ່ການ​ດຳ​ເນີນ​ທຸຣະ​ກິດ ຂອງ​ຄົນ​ຈີນ ​ຢູ່​ທາງ​ເລກ 7 ​ເມືອງ​ພູ​ຄູນ ​​ແຂວງຫລວງ​ພະ​ບາງ ວ່າ​ເຮັດ​ໃຫ້​ມີ​ຄວັນ ​ແລະ ກິ່ນ​ຂິວ​ກະຈາຍ​ໄປ​ທົ່ວ ​ເຂດ​ໃກ້​ຄຽງ ​ສົ່ງ​ຜົນ​ໃຫ້ ​ປະຊາຊົນ​ຫາຍ​ໃຈ​ລຳບາກ (screen captured : laophattananews)

0:00 / 0:00

ໂຮງງານເຕົາອົບ ເຄື່ອງປ່າຂອງດົງ ແລະເຜົາຖ່ານຫິນ ຂອງຈີນ ຢູ່ແຄມທາງເລັກ 7 ເມືອງພູຄຸນ ແຂວງຫລວງພຣະບາງ ຈະຍ້າຍ ໄປສ້າງ ຢູ່ພຶ້ນທີ່ຫ່າງໄກ ຈາກຊຸມຊົນ ພາຍໃນ 2 ປີຂ້າງໜ້ານີ້ ຍ້ອນປັຈຈຸບັນ ໂຮງງານດັ່ງກ່າວ ຍັງບໍ່ໝົດສັນຍາເຊົ່າທີ່ດິນຈົນກວ່າ ຈະເຖິງປີ 2020 ເຖິງແມ່ນວ່າກ່ອນໜ້ານີ້ ປະຊາຊາຊົນ ທີ່ຢູ່ອ້ອມແອ້ມ ໂຮງງານໄດ້ຮຽກຮ້ອງ ໄປຫາທາງການ ເພື່ອຍ້າຍໂຮງງານ ດັ່ງກ່າວແລ້ວກໍຕາມ, ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດແລະສິ່ງແວດລ້ອມ ເມືອງພູຄຸນ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:

“ມັນບໍ່ຖຶກຍ້ອນວ່າ ສະຖານທີ່ຫັ້ນ ແຕະຊຸມຊົນ ຕໍ່ໜ້າສິໄດ້ ຍົກຍ້າຍສະຖານທີ່ ແຕ່ວ່າ ມັນໍບ່ໝົດຄ່າເຊົ່າ ສັມປະທານ ດິນຫັ້ນ ມັນຄາເຣື້ອງສັນຍາເຂົາ ໄດ້ຈ່າຍ ຄ່າເຊົ່າລ່ວງໜ້າ ເນາະຮອດ 2020 ພຸ້ນລະ.”

ທ່ານກ່າວຕຶ່ມວ່າ ໃນປັຈຸບັນທາງໂຮງງານ ກໍຍັງໃຊ້ເຕົາອົບເຄື່ອງແລະມີຄວັນຈາກໂຮງງານຄືເກົ່າ ແຕ່ປາຣິມານຄວັນ ກໍຫຼຸດລົງ ແດ່ແລ້ວ ເພາະເຈົ້າໜ້າທີ່ ບໍ່ອານຸຍາດໃຫ້ໂຮງງານ ເຜົາຖ່ານຫິນຕຶ່ມ ໂດຍໄດ້ ລົງກວດກາ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ ສົ່ງຜົນຕໍ່ ສຸຂພາບ ຂອງປະຊາຊົນ.

ກ່ອນໜ້ານີ້ ປະຊາຊົນທີ່ຢູ່ອ້ອມແອ້ມ ໂຮງງານປະມານ 7 ຄອບຄົວຈົ່ມວ່າເຕົາອົບ ຂອງໂຮງງານຈີນສົ່ງຜົນກະທົບຕໍ່ ສຸຂພາບ ຮ່າງກາຍຂອງເຂົາເຈົ້າ; ເປັນຕົ້ນເຮັດໃຫ້ຕາແດງ, ໄອ, ຫັນໃຈບໍ່ອອກ ບາງຄົນ ຕ້ອງໄດ້ນໍາສົ່ງເຂົ້າໂຮງໝໍ ເພື່ອປິ່ນປົວ ສະນັ້ນ ພວກເຂົາເຈົ້າຈຶ່ງໄດ້ ຮ້ອງຮຽນໃຫ້ທາງການ ລົງມາຊ່ວຍແກ້ໄຂ ບັນຫາ ດັ່ງກ່າວ.

ຢ່າງໃດກໍຕາມ ໂຮງງານຈີນແຫ່ງນີ້ ເປັນໂຮງງານຂນາດນ້ອຍ ເປິດກິຈການມາແລ້ວ 3 ປີ ແຕ່ຫາກໍເຣີ້ມເຜົາ ຖ່ານຫີນ ມາແຕ່ ເດືອນເມສາ ທີ່ຜ່ານມາ ແລະໂຮງງານນີ້ ຕັ້ງຂຶ້ນຫ່າງ ຈາກຊຸມຊົນ ແລະເຂດເທສບານ ເມືອງພູຄຸນ ພຽງແຕ່ 500 ແມັດເທົ່ານັ້ນ ແຕ່ບໍ່ມີປ້າຍຊື່ ໂຮງງານຢ່າງ ຈະແຈ້ງແຕ່ຢ່າງໃດ.