ມ.ໂພນທອງຖນົນເປ່ເພ ເປັນຕົມ
2017.07.13
ປະຊາຊົນ 43 ບ້ານ ຢູ່ເມືອງໂພນທອງ ແຂວງຫລວງພຣະບາງ ເດີນທາງໄປ-ມາ ຫຍູ້ງຍາກຫລາຍ ໃນຊ່ວງ ຣະດູຝົນນີ້ ຍ້ອນເສັ້ນທາງ ຫລາຍບ່ອນ ເປ່ເພ ເປັນຂີ້ຕົມເປັນຫລຸມ ຣະຫວ່າງ ເມືອງໂພນທອງ ໄປຫາຊາຍແດນວຽດນາມ ໄລຍະທາງ 30 ປາຍ ກິໂລແມັຕ ແລະ ທາງຈາກເມືອງ ໂພນທອງ ໄປຫາທາງ ໝາຍເລກ 1C ເມືອງງອຍ ໄລຍະທາງ 60 ປາຍ ກິໂລແມັຕ ກໍຢູ່ໃນສະພາບ ດຽວກັນ. ດັ່ງເຈົ້າ ໜ້າທີ່ ເມືອງໂພທອງ ແຂວງຫລວງພຣະບາງ ກ່າວໃນວັນທີ 12 ກໍຣະກະດາ ນີ້ວ່າ:
"ມັນກະວ່າບໍ່ໄດ້ ມັນມີເປັນຈຸດໄປນ່າ ມັນຕໍ່ເນື່ອງ ບາງທີມັນກໍລະຍະ ເປັນຫລັກ ບາງທີກໍ ເປັນຫລັກ ບາງທີກໍ 9 ຫລັກ 10 ຫລັກ ແຕ່ວ່າ ອອກນີ້ໄປ ນາຊອນ ໄປບໍ່ໄດ້ເລີຍ ອອກນີ້ໄປ ດ່ານວຽດນາມ ກໍໄປບໍ່ໄດ້ເລີຍ ເພິ່ນກໍວ່າໄດ້ ປະມູນແລ້ວ ແຕ່ວ່າ ບໍຣິສັດ ບໍ່ມາເຮັດນໍ ຫຼືວ່າ ແນວໃດ ພວກເຮົາ ກໍມີສເນີກັບສເນີ ເພິ່ນກໍບໍ່ແກ້ບໍ່ໄຂ".
ເສັ້ນທາງໃນບາງບ່ອນຣະຫວ່າງ ເມືອງໂພນທອງ ໄປຫາ ເມືອງ ຫຼວງພຣະບາງ ເປັນທາງບໍ່ດີ, ຍາມຝົນເປັນຂີ້ຕົມ. ປະຊາຊົນທີ່ໃຊ້ ເສັ້ນ ທາງນີ້ມີຄວາມສ່ຽງຕໍ່ ອັນຕຣາຍ ແລະເສັຽເວລາໄປຫຼາຍຊົ່ວໂມງ ກວ່າຈະເດີນທາງ ຮອດທີ່ໝາຍ. ຕົວຢ່າງວ່າ ເຈົ້າໜ້າທີ່ ເມືອງໂພນທອງ ໄປຮ່ວມກອງປະຊຸມ ຢູ່ເມືອງ ຫລວງພຣະບາງ ກໍຈະຕ້ອງໃຊ້ ເວລາເດີນທາງ ເປັນມື້ 2 ມື້ ກວ່າຈະໄປຮອດ. ຖ້າເປັນຣະດູຝົນ ບາງເທື່ອ ກໍບໍ່ສາມາດ ໄປໄດ້.
ທີ່ຜ່ານມາເຈົ້າໜ້າທີ່ ເມືອງໂພນທອງ ໄດ້ຣາຍງານໄປຍັງ ແຂວງຫຼວງພຣະບາງ ທຸກປີເລີ່ມແຕ່ປີ 2009 ມາເພື່ອໃຫ້ພາກສ່ວນ ກ່ຽວຂ້ອງ ລົງມາຊ່ວຍປັບປຸງ ເສັ້ນທາງທີ່ ເປ່ເພ ທີ່ວ່ານັ້ນ ແຕ່ເຈົ້າໜ້າທີ່ ແຂວງ ຫລວງພຣະບາງ ກໍບອກ ພຽງແຕ່ວ່າ ໄດ້ປະມູນ ບໍຣິສັດ ຮັບເໝົາ ເສັ້ນທາງ ໄດ້ແລ້ວ. ແຕ່ຈົນເຖິງດຽວນີ້ ກໍຍັງບໍ່ທັນ ໄດ້ຮັບການ ແກ້ໄຂເທື່ອ.
ເຈົ້າໜ້າທີ່ເມືອງໂພນທອງ ເວົ້າຕື່ມວ່າ ເມືອງໂພນທອງ ຕັ້ງຢູ່ຫ່າງຈາກ ເມືອງຫລວງພຣະບາງ 230 ກິໂລແມັຕ ເປັນເມືອງ ທີ່ຕິດກັບ ຊາຍແດນ ແຂວງດຽນບຽນຟູ ຂອງວຽດນາມ ຍັງມີການພັທນາ ໂຄງຮ່າງພື້ນຖານ ໜ້ອຍທີ່ສຸດ ໂດຍສະເພາະ ເສັ້ນທາງ ໄປມາໃນແຕ່ ລະແຫ່ງ ຍັງເປັນທາງດິນແດງ.