ເຈົ້າໜ້າທີ່ສືບສວນເຣື້ອງ ອ່າງ ເກັບນໍ້າແຕກ
2018.10.31

ປັຈຈຸບັນເຈົ້າໜ້າທີ່ ຜແນກປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ກໍາລັງສຶບສວນ ກໍຣະນີຄົນງານລາວ ໃນສວນປູກກ້ວຍ ຂອງຈີນ ເສັຍຊີວິດ 4 ຄົນ ຢູ່ເມືອງນານ ຍ້ອນອ່າງເກັບນໍ້າ ແຕກ ໃນສວນກ້ວຍ ຂອງບໍໍຣິສັດ KP ຢູ່ບ້ານທົ່ງພຽງວິໄລ, ດັ່ງເຈົ້າໜ້າທີ່ ຫ້ອງການ ປົກຄອງເມືອງນານ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:
“ປກສ ແຂວງກໍລົງໄປເບິ່ງຕົວຈີງ ໄປກວດກາສັລສູດເບິ່ງຕົວຈີງ ເພາະວ່າຄະດີຄົນລົງຄົນຕາຍ ແລ້ວແຂວງຮັບຜິດຊອບເດ້ ຢູ່ໃນຂັ້ນຕອນ ເພິ່ນກໍາລັງກວດກາ ເພິ່ນຊິເຮັດແນວໃດ ຍັງບໍ່ທັນຮູ້ເທື່ອ ເພິ່ນຍາດເອົາໄປເຮັດກ່ອນ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ທັນແຈ້ງຂໍ້ຫາ ຕໍ່ເຈົ້າຂອງບໍຣິສັດ ດັ່ງກ່າວຍ້ອນກໍາລັງສອບສວນ ຜູ້ກ່ຽວຢູ່, ສໍາລັບສົພຂອງຄົນ ງານ 4 ຄົນ ຊຶ່ງເປັນຊົນເຜົ່າມົ້ງ ຈາກຕ່າງແຂວງນັ້ນ ໄດ້ນໍາໄປ ເຮັດພິທີ ທາງສາສນາແລ້ວ ໂດຍທາງບໍຣິສັດ ໄດ້ຊ່ວຍເຫລືອເຣື້ອງຄ່າ ໃຊ້ຈ່າຍ ສ່ວນ ຄົນງານທີ່ບາດເຈັບ ອີກ 6 ຄົນ ທີ່ຖືກນໍາສົ່ງໄປປິ່ນປົວ ຢູ່ໂຮງໝໍ ແຂວງຫຼວງພຣະບາງ ແລະແຂວງໄຊຍະບູຣີ ນັ້ນມີ ຣາຍງານວ່າທຸກຄົນ ປອດພັຍໝົດແລ້ວ.
ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງນານ ກ່າວວ່າ ທາງຫ້ອງການ ຕຽມຫາຣື ກັບເຈົ້າຂອງ ບໍຣິສັດຈີນ ກ່ຽວກັບເຣືອງຄ່າຫົວ ຂອງຄົນງານ ທີ່ເສັຍຊີວິດ ແລະຜູ້ບາດເຈັບ ຕາມກົດໝາຍຄຸ້ມຄອງ ແຮງງານ ທ່ານວ່າ:
“ຄນະກັມມະການຫັ້ນເພິ່ນລົງແກ້ເບິ່ງ ໃບສັນຍາ ແຮງງານແຫລະ ຕອນເພິ່ນສັນຍາແຮງງານ ກະເຈົ້າຂອງສວນກ້ວຍພວກຈີນ ຕ້ອງໄດ້ໃຊ້ ຄ່າຫົວ ໃຫ້ເຂົາແຫລະ ໂຕນີ້ເຣື້ອງຄ່າຕອບແທນ ຂ້ອຍກໍຍັງບໍ່ຮູ້ ເພາະວ່າ ໄດ້ລົງມາແກ້ມື້ອື່ນ ມື້ຮື ຜແນກ ພວກຂ້ອຍຊິລົງມາສົບທົບ ລົງໄປວຽກໂຕນີ້.”
ທ່ານກ່າວຕື່ມວ່າ ອ່າງນໍ້າໃນສວນກ້ວຍຈີນ ດັ່ງກ່າວເຮັດດ້ວຍດິນຈີ່ ທີ່ບໍ່ໄດ້ມາດຕະຖານ ແລະຕັ້ງຢູ່ສູງກວ່າ ຣະດັບພື້ນດິນ ປະມານ 12 ແມັດ ເກັບນໍ້າໄວ້ໃຫ້ຄົນງານ ອາບແລະໃຊ້ກິນ, ໃນມື້ເກີດເຫດ ຄືວັນທີ່ 27 ຕຸລາ ອ່າງນໍ້າແຕກ ດິນຈີ່ຕົກລົງ ໃສ່ຄົນງານ 10 ຄົນ ທີ່ກໍາລັງ ອາບນໍ້າຢູ່ນັ້ນ ຕາມຣາຍງານ.