ສວນກ້ວຍປູກໃກ້ ໂຮງຮຽນ ຖືກຟັນ ຖິ້ມແລ້ວ
2017.12.08
ປັນຫາຄຣູແລະນັກຮຽນ ບ້ານເລົາຊີ ເມືອງສິງ ແຂວງຫຼວງນໍ້າທາ ທີ່ໄດ້ຮັບກິ່ນຂິວ ຈາກສານເຄມີ ໃນສວນກ້ວນຈີນ ທີ່ຢູ່ໃກ້ໂຮງຮຽນນັ້ນ ໄດ້ຮັບການແກ້ໄຂ ຈາກພາກສ່ວນກ່ຽວຂ້ອງແລ້ວ ປັດຈຸບັນ ທາງການໄດ້ສັ່ງໃຫ້ ເຈົ້າຂອງສວນກ້ວຍ ໃນບໍຣິເວນດັ່ງກ່າວ ຕັດຕົ້ນກ້ວຍ ອອກໝົດແລ້ວ ຫຼັງຈາກຄຣູໄດ້ຮຽກຮ້ອງ ໃຫ້ແກ້ບັນຫານີ້ ເພາະມັນສົ່ງຜົນກະທົບ ຕໍ່ການຮຽນການສອນ, ດັ່ງເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມືອງສິງ ກ່າວໃນມື້ວັນທີ່ 7 ທັນວາ ນີ້ວ່າ:
“ດຽວນີ້ ຂະເຈົ້າລົບລ້າງໝົດລະເດ ອັນນີ້ນີແຕ່ກ່ອນພວກຄູນັກຮຽນ ເຂົາເຈົ້າຮຽກຮ້ອງເນາະ ເຂົາເຮັດສວນກ້ວຍ ແຄມໂຮງຮຽນ ແລ້ວມີ ຜົນກະທົບ ຕໍ່ນັກຮຽນ ແກ້ໄຂກັນໝົດແລ້ວ ຕັດຖີ້ມກັນໝົດລະເດ່ ດຽວນີ້ບໍ່ມີແລ້ວ 20-30 ເຮັກຕ້ານີ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ເນື້ອທີ່ສວນກ້ວຍຢູ່ເມືອງສິງ ໄດ້ຫຼຸດລົງຫຼາຍແລ້ວ ຍັງເຫຼືອບໍ່ຮອດ 300 ເຮັກຕາ ເນື່ອງຈາກ ບໍຣິສັດປູກກ້ວຍ ຈໍານວນນຶ່ງ ໄດ້ກັບຄືນເມືອ ປະເທດຈີນ ຍ້ອນຕົ້ນກ້ວຍຈຳນວນຫຼາຍ ເກີດພຍາດ ເຮັດໃຫ້ໝາກກ້ວຍ ບໍ່ໄດ້ມາຕຖານ ທີ່ ຈະສົ່ງຂາຍໄດ້. ບໍຣິສັດຈີນຈໍານວນນຶ່ງ ປະຖິ້ມສວນກ້ວຍໄປ ໃນຂະນະທີ່ ອີກຈຳນວນນຶ່ງ ກຳລັງເກັບກູ້ ຜົນຜລິດຢູ່ ຄາດວ່າຈະເກັບກູ້ໝົດ ໃນທ້າຍປີນີ້.
ທ່ານຢືນຢັນວ່າ ສວນກ້ວຍທຸກແຫ່ງຢູ່ເມືອງສິງ ຈະໝົດໄປໃນທ້າຍປີນີ້ ເພາະສັນຍາປູກກ້ວຍແຕ່ລະແຫ່ງ ມີອາຍຸຮອດປີ 2017 ເທົ່ານັ້ນ. ຂະນະນີ້ ຊາວກະສິກອນໃນເມືອງນີ້ ເລີ່ມປູກອ້ອຍໃສ່ເນື້ອທີ່ ທີ່ເຄີຍປູກກ້ວຍ ຊື່ງກໍໄດ້ຮັບຜົນດີ ແລະຄາດວ່າຈະມີ ສວນອ້ອຍຫຼາຍຂື້ນ ແທນສວນກ້ວຍ.
ປັດຈຸບັນທົ່ວແຂວງຫຼວງນໍ້າທາ ຍັງເຫຼືອເນື້ອທີ່ປູກກ້ວຍປະມານ 2.000 ເຮັກຕາ. ເມື່ອທ້າຍເດືອນທີ່ຜ່ານມາ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ໄດ້ອອກກົດຣະບຽບ ກະສິກັມສະອາດ 9 ຂໍ້ ບັງຄັບໃຊ້ໃນສວນກ້ວຍ ທຸກແຫ່ງ ທີ່ຍັງເຫລືອຢູ່ ເພື່ອປົກປ້ອງຄວາມ ປອດພັຍ ຂອງສິ່ງແວດລ້ອມ ແລະປະຊາຊົນ.