ຂ.ຫຼວງນໍ້າທາສັ່ງປິດ ໂຮງງານ ຂາດ ມາຕຖານ

ໄມຊູລີ
2018.05.01
F-LT-factory ໂຮງງານຜລິດເຈັ້ຽ ຂອງຈີນ ທີ່ແຂວງຫຼວງນໍ້າທາ
RFA/VD

ທາງການແຂວງຫລວງນໍ້າທາຈະເຂັ້ມງວດ ໂດຍສັ່ງໂຈະໂຮງງານຕ່າງໆ ທີ່ບໍ່ໄດ້ມາຕຖານ ຢູ່ພາຍໃນແຂວງຍ້ອນຜ່ານມາ ມີຫຼາຍໂຮງງານ ບໍ່ປະຕິບັດລະບຽບ ກົດໝາຍ ໃນການຮັກສາ ສິ່ງແວດລ້ອມ.

ໂຮງງານດັ່ງກ່າວ ໄດ້ປ່ອຍນໍ້າເສັຍ ລົງໃສ່ແມ່ນໍ້າ, ສົ່ງກິ່ນເໝັນ ແລະເຮັດຕາມໃຈມັກ. ດັ່ງ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສລີ ໃນວັນທີ 22 ເມສານີ້ ວ່າ:

“ຕໍ່ໄປຈະເຂັ້ມງວດກ່ຽວກັບ ບັນດາບໍລິສັດທຸກໆ ບໍລິສັດບໍ່ວ່າຈະເປັນຂອງລາວຫຼືຈີນ ທີ່ເຂົ້າມາຕັ້ງໃນບ້ານເຮົາສ່ວນຫຼາຍ ຈະແມ່ນໂຮງງານ ຂອງຈີນ ທີ່ມັກເຮັດຕາມໃຈໂຕເອງ ເຮັດໃຫ້ມັນມີບັນຫາ ຫຼາຍຢ່າງຕາມມາ ເປັນຕົ້ນກະແມ່ນ ທາງດ້ານສຸຂພາບ ແລະສິ່ງແວດລ້ອມ ຕໍ່ໄປ ພວກເຮົາຈະເຂັ້ມງວດ ຖ້າບໍ່ໄດ້ຕາມມາຕຖານ ແມ່ນສັ່ງໂຈະຢ່າງດຽວ.”

ໂຮງງານທີ່ບໍ່ໄດ້ມາຕຖານ ຊຶ່ງສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມແລະປະຊາຊົນ ຢູ່ແຂວງນີ້ແມ່ນໂຮງງານ  ໜີບຢາງພາລາ, ໂຮງງານຜລິດເຈັ້ຽ, ໂຮງງານຜລິດແປ້ງມັນຕົ້ນ, ໂຮງງານຜລິດຖົງຢາງ ແລະໂຮງງານຂຸດຄົ້ນບໍ່ ທອງແດງ. ໃນຈໍານວນໂຮງງານ ທີ່ວ່ານັ້ນກໍມີ ໂຮງງານຈີນ ທີ່ບໍ່ໃສ່ໃຈໃນ ການຮັກສາສິ່ງແວດລ້ອມ. ດັ່ງປະຊາຊົນ ທ່ານນຶ່ງກ່າວ ໃນວັນທີ 30 ເມສານີ້ ວ່າ:

“ຄັນເພິ່ນເຮັດໄດ້ກະດີ ໃຜກະຮູ້ວ່າຈີນມັນເຂົ້າມາເຮັດທຸລະກິດ ອັນໃດກະຢ່າ ມັນບໍ່ໄດ້ຄຳນຶງວ່າ ຈະມີຜົນກະທົບແນວໃດ ຕໍ່ພໍ່ແມ່ປະຊາຊົນ ອັນນີ້ກະເຫັນດີນຳ.”

ບັນຫາຕົ້ນຕໍທີ່ເຮັດໃຫ້ ໂຮງງານ ສ້າງຜົນກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະສິ່ງແວດລ້ອມ ແມ່ນຍ້ອນການ ກໍ່ສ້າງບໍ່ໄດ້ມາຕຖານ ອ່າງບໍາບັດນໍ້າເສັຍບໍ່ໄດ້ ຄຸນນະພາບ ເຮັດໃຫ້ໂຮງງານຕ່າງໆ ປ່ອຍນໍ້າເສັຍລົງສູ່ແມ່ນ້ຳ ຊຶ່ງເປັນການປ່ອຍສານຜິດ ທີ່ຮ້າຍແຮງທີ່ເປັນ ອັນຕະລາຍ ຕໍ່ຊີວິດຂອງ ປະຊາຊົນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.