ຂີ້ເຫຍື້ອຕາມແຄມທາງ ສົ່ງກິ່ນ ສ້າງບັນຫາ
2018.07.20

ປະຊາຊົນບ້ານປ່າຄາ ແລະບ້ານໂພນສຳພັນ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກກິ່ນເໝັນ ຂອງກອງຂີ້ເຫຍື້ອທີ່ທາງເມືອງ ເອົາມາຖິ້ມ ເຊິ່ງສະຖານທີ່ບ່ອນຖິ້ມຂີ້ເຫຍື້ອນີ້ ຕິດກັບເສັ້ນທາງ ຢູ່ຣະຫວ່າງກາງບ້ານປ່າຄາ ແລະ ບ້ານໂພນສຳພັນ ແລະເປັນເສັ້ນທາງທຽວ ຂອງປະຊາຊົນຫຼາຍບ້ານນຳອີກ ເລີ້ມແຕ່ເມືອງລອງໄປຫາ ບ້ານຊຽງກົກ ຊາຍແດນລາວ-ພະມ້າ ເຮັດໃຫ້ປະຊາຊົນເຂດບ້ານດັ່ງກ່າວໄດ້ຮັບ ຜົນກະທົບ ດັ່ງປະຊາຊົນບ້ານປ່າຄາ ຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 10 ກໍຣະກະດາ ວ່າ:
“ເວລາເຮົາກາຍທາງມັນກະເໝັນ ຊ່ວງນີ້ແຫ່ງເປັນຊ່ວງຍາມຝົນແດ່ ຂີ້ເຫຍື່ອມັນປຽກກະແຮງເໝັນ ຢາກໃຫ້ທາງຂັ້ນເທິງເພິ່ນ ຈັດບ່ອນຖິ້ມ ຂີ້ເຫຍື່ອ ໃຫ້ໄກຈາກບ່ອນຢູ່ ປະຊາຊົນແດ່ແລະກະເຮັດບ່ອນຖິ້ມຂີ້ເຫຍື່ອ ບໍ່ໃຫ້ມັນມີກິ່ນເໝັນ ອີກຢ່າງນື່ງບ່ອນຖິ້ມ ຂີ້ເຫຍື່ອ ໃນປະຈຸບັນ ມັນກະໃກ້ແຫລ່ງນໍ້າແດ່ ຢ້ານມັນມີເຊື້ອພຍາດໄຫລລົງນໍ້າ.”
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ ສິ່ງແວດລ້ອມ ປະຈຳເມືອງລອງ ທ່ານນຶ່ງ ແຕ່ທ່ານ ບໍ່ປະສົງອອກຊື່ ແລະສຽງແທ້ ໂດຍທ່ານກ່າວວ່າ:
“ບັນຫາໃນການຈັດສັນບ່ອນຖິ້ມຂີ້ເຫຍື້ອ ຂອງເມືອງເຮົານີ້ ຜ່ານມາແມ່ນບໍ່ທັນມີງົບປະມານ ທີ່ຈະຈັດສັນ ພວກເຮົາກໍ່ໄດ້ສະເໜີໄປຫາທາງ ເມືອງແລ້ວ ແຕ່ວ່າບໍ່ມີງົບປະມານ ດຽວນີ້ ກະມີແຕ່ຖິ້ມຢູ່ເຂດນີ້ໄປກ່ອນ ເພາະວ່າ ມັນບໍ່ມີບ່ອນຖິ້ມ ລໍຖ້າການຈັດສັນ ໃໝ່.”
ສ່ວນຫຼາຍແລ້ວ ຂີ້ເຫຍື້ອທີ່ເອົາມາຖິ້ມນັ້ນ ແມ່ນບໍ່ໄດ້ແຍກປະເພດ ຖິ້ມຮວມກັນເລີຍ ຊຶ່ງອາຈສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ໃນໄລຍະຍາວ ນອກຈາກນີ້ ກໍອາຈສົ່ງຜົນກະທົບ ຕໍ່ສຸຂພາບຂອງປະຊາຊົນ ທີ່ອາສັຍຢູ່ໃກ້ເຂດ ດັ່ງກ່າວ.
ເຖິງຢ່າງໃດກໍ່ຕາມ ປະຊາຊົນທັງ 2 ບ້ານ ຢາກຮຽກຮ້ອງໃຫ້ທາງພາກສ່ວນ ທີ່ກ່ຽວຂ້ອງ ລົງມາແກ້ໄຂ ຈັດສັນບ່ອນຖິ້ມຂີ່ເຫຍື້ອ ໃຫ້ເປັນ ຣະບຽບ ແລະໃຫ້ຫ່າງໄກຈາກໝູ່ບ້ານ ເພື່ອປ້ອງກັນຜົນກະທົບຕ່າງໆ ທີ່ຈະເກີດຂຶ້ນ ໃນອະນາຄົດ.