ມ.ລອງເລັ່ງສ້າງຂົວ ຊົ່ວຄາວ

ເຈົ້າໜ້າທີ່ຫ້ອງການ ຢູ່ ເມືອງລອງ ກໍາລັງເລັ່ງ ກໍ່ສ້າງຂົວ ຂ້າມນໍ້າລອງ ຊົ່ວຄາວ ເພື່ອແກ້ໄຂ ການສັນຈອນໄປມາ ຂອງ ປະຊາຊົນ.

ສະພາບຂົວນໍ້າລອງ ທີ່ຂາດ ຍ້ອນບໍ່ສາມາດຕ້ານ ກະແສນໍ້າຈາກຝົນຕົກໜັກ ແລະກະແສນໍ້າ ທີ່ປ່ອຍຈາກເຂື່ອນ ໄດ້ Screen captured : Muang long flooded july-30-2018 : credit/Northern page

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງລອງ ແຂວງຫລວງນໍ້າທາ ເລັ່ງກໍ່ສ້າງຂົວຂ້າມນໍ້າລອງ ຊົ່ວຄາວ ເພື່ອໃຫ້ປະຊາຊົນ ໄດ້ເດີນທາງໄປມາໄດ້ ແລະ ປະຢັດຄ່າໃຊ້ຈ່າຍ ທີ່ຕ້ອງຈ້າງເຮືອ. ເນື່ອງຈາກນຶ່ງອາທິດຜ່ານມາ ປະຊາຊົນມີຄວາມຫຍຸ້ງຍາກລຳບາກ ໃນການເດີນທາງໄປມາ ຍ້ອນຂົວຂ້າມນໍ້າລອງ ຖືກແຮງກະແສນໍ້າພັດໄປ ເຮັດໃຫ້ບໍ່ສາມາດ ສັນຈອນໄປມາໄດ້.

ໃນໄລຍະທີ່ຂົວນໍ້າລອງຂາດນັ້ນ ປະຊາຊົນຕ້ອງເດີນທາງດ້ວຍເຮືອ ເຮັດໃຫ້ຕ້ອງເສັຽຄ່າໃຊ້ຈ່າຍໃນການໄປ-ມາ ຄົນນຶ່ງ 5 ພັນກີບ ຕໍ່ນຶ່ງເທື່ອ ສ່ວນຣົດຈັກແມ່ນ 20 ພັນກີບຕໍ່ຄັນ.

ຕໍ່ເຫດການດັ່ງກ່າວ ທາງເຈົ້າໜ້າທີ່ເມືອງລອງ ໄດ້ຣະດົມທຶນຈາກສັງຄົມ ເພື່ອສ້າງຂົວຊົ່ວຄາວ ໃຫ້ປະຊາຊົນສາມາດ ເດີນທາງໄປມາໄດ້. ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ສິງຫາ ນີ້ວ່າ:

“ການລະດົມທຶນ ຈາກຫລາຍພາກສ່ວນ ບໍ່ວ່າຈະປັນນັກທຸລະກິດ ຫລືວ່າຜູ້ມີຈິດໃຈຢາກຊ່ອຍເຫລືອ ຜູ້ລະເລັກລະໜ້ອຍເພື່ອເຮັດໃຫ້ ການສ້າງຂົວສຳເລັດ ເຮັດໃຫ້ປະຊາຊົນເດີນທາງໄປມາໄດ້ສະດວກ ກະຊິມີແຕ່ລົດຈັກຂ້າມໄດ້ ສ່ວນລົດໃຫຍ່ ແມ່ນຍັງຂ້າມບໍ່ໄດ້.”

ທ່ານກ່າວຕື່ມວ່າ ຂົວຊົ່ວຄາວດັ່ງກ່າວເປັນຂົວໄມ້ ກວ້າງ 2 ແມັດ ແລະຍາວ 40 ປາຍແມັດ ຄາດວ່າຈະສ້າງແລ້ວໃນທ້າຍເດືອນນີ້. ເມືອງລອງ ເປັນເມືອງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກພັຍທຳມະຊາດ ໃນຄັ້ງນີ້ຫຼາຍສົມຄວນ ເຮັດໃຫ້ປະຊາຊົນໄດ້ຮັບ ຜົລກະທົບ 9 ບ້ານ ເຮືອນຖືກນໍ້າຖ້ວມເສັຽຫາຍ ເສັ້ນທາງຫຼາຍສາຍ ຖືກຕັດຂາດ ຂົວຂ້າມນໍ້າ ສອງແຫ່ງ ຖືກພັດນໍ້າພັດເຊາະໄປ ແລະປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງແກ້ໄຂບັນຫານີ້ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org