ປະຊາຊົນເມືອງລອງ ແຂວງຫຼວງນໍ້າທາ ຫຼາຍພັນຄົນໄດ້ຮັບຜົລກະທົບຈາກພັຍທຳມະຊາດ ຝົນຕົກໜັກ ເຂື່ອນປ່ອຍນໍ້າ ເຮັດໃຫ້ນໍ້າຖ້ວມ ແລະພັດເອົາຂົວ ຂ້າມນໍ້າລອງ ຫັກລົງ ເສັຍຫາຍ ໃນວັນທີ 30 ກໍຣະກະດາ ຜ່ານມາ; ເຮັດໃຫ້ການເດີນທາງໄປມາ ຂອງປະຊາຊົນໄດ້ ຮັບຍາກລຳບາກ ຍ້ອນຂົວດັ່ງກ່າວ ເປັນຂົວຂ້າມໄປສູ່ຊາຍແດນ ລາວ-ພະມ້າ. ດັ່ງປະຊາຊົນຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການເດີນທາງ ໄປມາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນຈັນ ທີ່ຜ່ານມາວ່າ:
"ໄປບໍ່ໄດ້ມາບໍ່ໄດ້ແລ້ວ ຂີ່ເຮືອເຮັດຈັ່ງໃດ ບໍ່ດົນສັງນ່າປະມານ 2ຫາ3 ນາທີ ໄປວາບເລີຍນ່າ ນໍ້າມັນໃຫຍ່ຂື້ນເນາະ ມັນໃຫຍ່ຂື້ນພຽງຂົວ ບາດນີ້ ແລະມັນເສາະຂົວເດ ແລະມີຕົ້ນໄມ້ໃຫຍ່ໄຫລມາ ຂົວກະໄປເລີຍຮຽບຮ້ອຍ ໜັກໜ່ວງ ທີ່ສຸດປີນີ້ນະໄປບໍ່ໄດ້ ແລ້ວມາບໍ່ໄດ້ແລ້ວ."
ຂົວດັ່ງກ່າວເປັນຂົວເຫຼັກກວ້າງ 2,50 ແມັດຍາວ 32 ແມັດ ຊຶ່ງກໍ່ສ້າງມາໄດ້ຫຼາຍ 10 ປີແລ້ວໃນໄລຍະຫຼາຍປີຜ່ານມາ ບໍ່ເຄີຍມີເຫດການ ອຸທົກກະພັຍຮ້າຍແຮງ ແບບນີ້ ຍ້ອນວ່າປີນີ້ມີຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ຈຶ່ງເຮັດໃຫ້ເກີດນໍ້ານອງ ເຮັດໃຫ້ນໍ້າ ທີ່ປ່ອຍຈາກເຂື່ອນໄຟຟ້າ ນໍ້າລອງຈຳນວນຫຼວງຫຼາຍ ໄຫລເຂົ້າຖ້ວມບ້ານປະຊາຊົນຫຼາຍບ້ານ ໃນເຂດເມືອງລອງ ນອກຈາກນັ້ນຍັງໄຫຼຖ້ວມນາ ເສັຍຫາຍຫຼາຍ ສົມຄວນ.
ສາເຫດທີ່ຂົວຂ້າມນໍ້າລອງໄດ້ຮັບຜົລເສັຍຫາຍ ແມ່ນຍ້ອນນໍ້າທີ່ເສາະຕົ້ນໄມ້ ຈຳນວນຫຼາຍມາປ້ານນໍ້າ ຢູ່ຂົວເຮັດໃຫ້ຂົວດັ່ງກ່າວບໍ່ສາມາດ ຮັບແຮງດັນ ຈາກນໍ້າທີ່ໄຫລແຮງໄດ້ ເຮັດໃຫ້ຂົວໄຫລ ໄປຕາມນໍ້າ ເສັຍຫາຍໝົດ.
ຜົລກະທົບຈາກຂົວນໍ້າລອງ ເສັຍຫາຍໃນຄັ້ງນີ້ ເຮັດໃຫ້ປະຊາຊົນຫລາຍພັນຄົນ ບໍ່ສາມາດເດີນທາງໄປມາ ຣະວ່າງເມືອງ ຫາ ເມືອງ ແລະ ເມືອງຫາແຂວງໄດ້; ປະຈຸບັນແມ່ນລໍຖ້າໃຫ້ນໍ້າບົກລົງ ຈຶ່ງສາມາດສ້ອມແປງ ເພື່ອໃຫ້ປະຊາຊົນສາມາດເດີນທາງ ໄປມາໄດ້ແລະອາດຈະໃຊ້ ເວລາດົນສົມຄວນ.