ທາງການລາວ ຈະບໍ່ໂຍກຍ້າຍ ຊາວບ້ານໜອງປີງ ແລະ ບ້ານລ່ອງມ້າ, ເຊິ່ງເປັນຊົນເຜົ່າສະລາງ ທີ່ເມືອງນາກາຍ ແຂວງຄຳມ່ວນ 22 ຄອບຄົວ ອອກຈາກ ປ່າສງວນແຫ່ງຊາດ ຫີນໜາມໜໍ່ ທີ່ກຳລັງ ສເນີ ເປັນມໍຣະດົກໂລກ ທາງທັມມະຊາດ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ຕໍ່ວິທຍຸເອເຊັຽເສຣີ ເມື່ອ 22 ກຸມພາ ຜ່ານມາ:
"ເພາະວ່າ ບັນຫາໂຕນີ້ ເບື້ອງຕົ້ນ ກໍວ່າ ຈະເຄື່ອນຍ້າຍ ໂດຍສະເພາະ ການເຄື່ອນຍ້າຍປະຊາຊົນ ຢູ່ໃນເຂດບ້ານໜອງປີງ ບ້ານລ່ອງມ້າເນາະ ປະຊາຊົນ ເຂົາກໍບໍ່ໄດ້ມີ ຜົລກະທົບຫຍັງ ຫຼືວ່າ ການພັທນາ ແຫຼ່ງທ່ອງທ່ຽວ ແບບຊຸມຊົນ ມີສ່ວນຮ່ວມ ການອະນຸຮັກ ໃຫ້ຊຸມຊົນ ມີສ່ວນຮ່ວມ ຫາກວ່າ ເຄື່ອນຍ້າຍໄປ ຊໍ່າກັບວ່າ ລັກສະນະ ການຄຸ້ມຄອງມັນຍາກ ເພາະວ່າ ດຽວນີ້ ເຮົາເອົາ ປະຊາຊົນເປັນຫຼັກ ໃນການຄຸ້ມຄອງເນາະ ."
ເບື້ອງຕົ້ນ ທາງການລາວ ຕົກລົງ ຈະໂຍກຍ້າຍ ຊາວບ້ານ ອອກຈາກເຂດປ່າສງວນ ຫຼື ເຂດປ່າຄຸ້ມຄອງ ແຕ່ອົງການ ຢູ່ນີເຊັຟ (UNESCO)ເຫັນວ່າ ຊາວບ້ານເຫລົ່ານັ້ນ ບໍ່ໄດ້ສ້າງ ຜົລກະທົບຫຍັງ ໃຫ້ປ່າສະຫງວນ ບໍ່ຈຳເປັນ ຕ້ອງໂຍກຍ້າຍ ອອກຈາກບ້ານເດີມ ແຕ່ທາງການລາວ ຕ້ອງເຮັດຂໍ້ຕົກລົງ ຮ່ວມກັນ ເພື່ອໃຫ້ຊາວບ້ານ ແລະ ປ່າ ຢູ່ຮ່ວມກັນໄດ້ ຢ່າງຍືນຍົງ ຮວມເຖິງ ປະຊາຊົນ ປະມານ 2,000 ຄອບຄົວ ທີ່ອາສັຍ ຢູ່ຂອບເຂດອ້ອມແອ້ມ ປ່າສງວນ ຫີນໜາມໜໍ່ ຫຼື (BUFFER ZONE.)
ໃນສ່ວນ ຂອງການຍື່ນຄຳຮ້ອງ ສເນີປ່າສງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍຣະດົກໂລກ ທາງທັມມະຊາດ ຕໍ່ອົງການ ຢູ່ເນັສໂກ (UNESCO) ນັ້ນ ຄາດວ່າ ຈະແມ່ນ ທ້າຍປີນີ້:
" ຄາດວ່າ ແຜນພວກເຮົາ ກໍຄິດວ່າ ເດືອນ 12 ປີນີ້ແຫຼະ ພວກເຮົາ ສິໄດ້ສົ່ງຄຳຮ້ອງ ສບັບສຸດທ້າຍ ຕົ້ນສົມບູນແບບເນາະ ໄປໃຫ້ທາງ ຢູ່ເນັສໂກ (UNESCO) ແລ້ວກໍລໍຖ້າວ່າ ຂະເຈົ້າ ຈະໃຫ້ເຮົາປັບປຸງຫຍັງຕື່ມ ດຽວນີ້ ກໍຂຸ້ນຂ້ຽວກັນຢູ່."
ເຈົ້າໜ້າທີ່ ທ່ານນີ້ ຢືນຢັນວ່າ ກົມມໍຣະດົກໂລກ ກໍໄດ້ລົງພື້ນທີ່ ໂຄສະນາ ກ່ຽວກັບ ການປົກປັກຮັກສາປ່າໄມ້, ສັດປ່າ ເພື່ອສະກັດກັ້ນ ບໍ່ໃຫ້ມີ ການຣະເມີດ ຂໍ້ບັງຄັບ ຂອງອົງການ ຢູ່ເນັສໂກ ( UNESCO) ສ່ວນໃຫຍ່ແລ້ວ ປະຊາຊົນ ເຂົ້າໃຈດີ ໃນຂໍ້ຕົກລົງ.
ເຖິງຢ່າງໃດກໍຕາມ, ປ່າສງວນແຫ່ງຊາດ ຫີນໜາມໜໍ່ ເມືອງນາກາຍ ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 82,000 ເຮັກຕາຣ໌ ອຸດົມສົມບູນ ດ້ວຍພັນໄມ້ ຫຼາຍຊນິດ ແລະ ຍັງເປັນ ແຫຼ່ງອາສັຍຂອງສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຫຼາຍຊນິດ ເປັນຕົ້ນ: ຊ້າງປ່າ ຫຼາຍຮ້ອຍໂຕ, ເສືອ, ກວາງ, ສະນີ ແລະ ນິ່ມ.