ມ.ມະຫາໄຊ ປະຊາຊົນ ເດືອດຮ້ອນ
2019.01.10
ປະຊາຊົນ 17 ຄອບຄົວ ຢູ່ບ້ານໂພວາ ເມືອງມະຫາໄຊ ແຂວງຄໍາມ່ວນ ທີ່ຖືກຜົນກະທົບ ຈາກໂຮງງານຊີມັງວຽດນາມ ທີ່ສ້າງທັບຄອງ ຊົລປະທານ ຂອງຊາວບ້ານ ຈົນບໍ່ມີນໍ້າສິປູກເຂົ້ານັ້ນ, ປັດຈຸບັນແຮງໄດ້ຮັບ ຄວາມເດືອດຮ້ອນຕື່ມອີກ ຍ້ອນພາຍຫລັງ ບໍ່ມີນໍ້າປູກເຂົ້າ ໃນທີ່ດິນຂອງຕົນເອງແລ້ວ ຕ້ອງໄປເຊົ່າດິນ ໃນເຂດບ້ານອື່ນປູກ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ່ 9 ມົກກະຣາ ນີ້ວ່າ:
ອ່ານເອົາ “ນາໂຕບ່ອນ 17 ຄອບຄົວນີ້ ບໍ່ໄດ້ເຮັດແລ້ວ ດຽວນີ້ມີແຕ່ ຂໍໄປເຮັດຢູ່ທົ່ງພຸ້ນແຫລະ ເຂົາເຈົ້າໄປເຮັດຢູ່ເມືອງຍົມມະລາດ ຕ້ອງຈ່າຍເງິນໃຫ້ເຈົ້າຂອງນາ ແລະເຂົາເຈົ້າໄລ່ ແບບໄຮ່ນາເນາະ ສົມມຸດໄຮ່ໃຫຍ່ໆ ກໍໄຮ່ລະ 2-3 ແສນ ພຸ້ນລະ.”
ທ່ານກ່າວຕື່ມວ່າ ນັບແຕ່ໂຮງງານຊີມັງວຽດນາມ ຊຶ່ງມີຄົນລາວເປັນຫຸ້ນສ່ວນ ມາສ້າງທັບຄອງຊົລປະທານ ຂອງຊາວບ້ານ ເມື່ອ 3 ປີກ່ອນ ຊາວບ້ານ ກໍບໍ່ໄດ້ປູກເຂົ້າເລີຍ ຍ້ອນບໍ່ມີນໍ້າ, ແຕ່ມາປີນີ້ ຊາວບ້ານຢາກມີຣາຍໄດ້ ບໍ່ຢາກຢູ່ລ້າຄືເກົ່າແລ້ວ ຈຶ່ງໄປຂໍເຊົ່ານາ ຂອງປະຊາຊົນ ບ້ານອື່ນປູກເຂົ້າ ເຊົ່າໄລ່ລະ 2-3 ແສນກີບ ຊຶ່ງຕ້ອງໃຊ້ເງິນຕົນເອງ.
ສ່ວນເຣື້ອງການຊົດເຊີຍນັ້ນ ເຖິງແມ່ນວ່າຕລອດ 3 ປີມານີ້ ຊາວບ້ານຈະຮຽກຮ້ອງ ໃຫ້ທາງໂຮງງານ ມາສ້າງອ່າງເກັບນໍ້າ ໃຫ້ແລ້ວ ກໍຕາມ ແຕ່ໂຮງງານ ບໍ່ຍອມຮັບຂໍ້ສເນີນີ້ ໂຮງງານຊົດເຊີຍໃຫ້ຄອບຄົວລະ 60 ລ້ານກີບ ແລະສັມປະທານເນື້ອທີ່ໄປນໍາ ແຕ່ຊາວບ້ານ ກໍບໍ່ຍອມ ຄືກັນ, ຈຶ່ງຕົກລົງກັນບໍ່ໄດ້ ຈົນມາຮອດທຸກມື້ນີ້. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:
“ຍັງຄືເກົ່າຫັ້ນແຫລະ ຄືເພິ່ນຢາກເອົາເງິນຊົດເຊີຍ ໃຫ້ເນາະ ຢາກໄດ້ດິນຄືເກົ່າຫັັ້ນລະ ແລ້ວບາດນີ້ ປະຊາຊົນບໍ່ຍອມ ເຂົາເຈົ້າກໍຢາກ ໃຫ້ເຮັດຄອງໃຫ້ ຍັງຄາຢູ່ດຽວນີ້ ກໍບໍ່ຮູ້ວ່າ ມື້ໃດ ກອງເລຂາເພິ່ນລົງມານະ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ກ່ຽວກັບບັນຫາດັ່ງກ່າວນີ້ ໃນວັນທີ 25 ທັນວາ 2018 ຜ່ານມາ ເຈົ້າໜ້າທີ່ເມືອງມະຫາໄຊ ພ້ອມກອງເລຂາ ເຈົ້າເມືອງໄດ້ລົງມາພົບກັບຊາວບ້ານ ເພື່ອໂອ້ລົມກັນ ໂດຍພຍາຍາມບອກວ່າ ໃຫ້ຊາວບ້ານຮັບຂໍ້ສເນີຂອງທາງ ໂຮງງານ ແຕ່ຊາວບ້ານ ກໍຍັງບໍ່ຍິນຍອມ ຍັງຢາກໃຫ້ສ້າງອ່າງເກັບນໍ້າໃຫ້ຢູ່.