ມ.ມະຫາໄຊເຮັດນາບໍ່ໄດ້ ຫຼັງພັຍ ນໍ້າຖ້ວມ
2018.11.05
ເນື້ອທີ່ດິນນາຂອງປະຊາຊົນ ໃນຫຼາຍບ້ານ ຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ບໍ່ສາມາດປູກເຂົ້າໄດ້ ຍ້ອນດິນນາແຫ້ງ ປູກເຂົ້າກໍຕາຍ ຍ້ອນ ຜົລກະທົບຈາກນໍ້າຖ້ວມໃຫຍ່ ເຖິງສອງຄັ້ງ ດັ່ງນັ້ນ ຊາວບ້ານ ຈຶ່ງຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ມາຊ່ອຍແກ້ໄຂ ບັນຫາດັ່ງກ່າວ ໂດຍ ດ່ວນ. ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ທ້ອງຖິ່ນ ທີ່ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 2 ພຶສຈິການີ້ວ່າ:
"ເອີ ດິນມັນກໍ່ເສັຽໝົດ ການປູກເຂົ້າຕາຍໝົດ ຢູ່ທົ່ງນາຄຸ້ມເໜືອນີ້ເນາະ ກັບອັນໜອງປາຂາວ ແລະຢູ່ໂພວ່າ ບໍ່ມີຈັກເຈົ້າເລີຍ ນາປີ ຍັງບໍ່ໄດ້ ໃດ ປີນີ້ໃດ ດິນມັນເປັນດິນແຫ້ງໄປເລີຍ ມັນມີແຕ່ແບບເສັຽ ແບບບໍ່ມີຜົລ ແລະຫ່ຽວແຫ້ງໄປເລີຍຫັ້ນແຫຼະ ກະສິກັມ ກໍຄືບໍ່ເຫັນລົງມາກວດ ເບິ່ງດິນ ຈັງຊັ້ນຈັງຊີ້ຄືບໍ່ເຫັນ."
ທ່ານກ່າວຕື່ມວ່າ ປະຊາຊົນປູກເຂົ້າບໍ່ໄດ້ ຍ້ອນດິນມີສະພາບແຫ້ງກະດ້າງ ພາຍຫຼັງທີ່ ເມືອງມະຫາໄຊ ຖືກນໍ້າຖ້ວມໃຫຍ່ 2 ຄັ້ງ ເມື່ອຣະດູ ທີ່ຜ່ານມາ. ເຂດບ້ານທີ່ປະສົບບັນຫາ ປູກເຂົ້າບໍ່ໄດ້ ແມ່ນບ້ານໂນນແດງ, ບ້ານໂພວາ, ບ້ານໜອງປາຂາວ ແລະ ບ້ານທົ່ງນົກຄຸ້ມເໜືອ ສ່ວນບ້ານອື່ນໆ ນັ້ນກໍ່ປະສົບບັນຫາ ແບບດຽວກັນ ແຕ່ບໍ່ໜັກຍັງມີດິນ ກະສິກັມປູກເຂົ້າໄດ້ຢູ່.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ເມືອງມະຫາໄຊ ໃຫ້ເຫດຜົລວ່າ ທາງການຍັງບໍ່ທັນ ໄດ້ແກ້ໄຂບັນຫາ ດິນເສັຽຈາກນໍ້າຖ້ວມ ປັດຈຸບັນ ກຳລັງສ້ອມແປງ ຣະບົບຊົລປະທານໃຫ້ແລ້ວກ່ອນ.
"ປະຊາຊົນຂະເຈົ້ານໍ້າຖ້ວມນາ ທາງເມືອງກໍເດືອນນີ້ ກະວ່າໃຫ້ໄດ້ລົງ ອະນາມັຍ ຄອງແລ້ວນີ້ຜົລກະທົບ ທາງອ້ອມດຽວນີ້ ຍັງຄົ້ນຄວ້າ ກຽມເຮັດຄອງໃຫ້ ຄືເວົ້າຫັ້ນແຫຼະ ຍັງຫຼາຍອັນຫຼາຍແນວ ໄທເຮົາຍັງຄາເຮັດໂຕນີ້."
ເຖິງແນວໃດກໍ່ຕາມ ບັນຫາດັ່ງກ່າວມັນສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວ ເນື່ອງຈາກ ປະຊາຊົນເຂດນີ້ ໂດຍພື້ນຖານເປັນຊາວນາທັງໝົດ ດັ່ງນັ້ນຊາວບ້ານຈຶ່ງຮຽກຮ້ອງມາຍັງທາງການ ສົ່ງວິຊາການ ເຂົ້າມາຊ່ອຍແກ້ໄຂ ໂດຍໄວ.