ເກີດເຫດນໍ້າຖ້ວມ ແຂວງຄໍາມ່ວນ ພາຍຫລັງ ຝົນຕົກໜັກ ໃນ ສັປດາ ຜ່ານມາ.
ເມື່ອຊ່ວງສັປດາ ຜ່ານມາ ທີ່ ແຂວງຄໍາມ່ວນມີຝົນຕົກໜັກ ເຮັດໃຫ້ ນໍ້າເຊບັ້ງໄຟ ຍຶ່ງຂຶ້ນ ຈົນລົ້ນຖ້ວມ ໄຮ່ນາ ແລະ ບ້ານເຮືອນ ຂອງ ປະຊາຊົນ ເມືອງທີ່ໄດ້ຮັບ ຜົລກະທົບຫລາຍທີ່ສຸດຄື ເມືອງໜອງບົກ ແລະເມືອງເຊບັ້ງໄຟ. ມາຮອດດຽວນີ້ ນໍ້າໄດ້ລົດລົງແດ່ແລ້ວແຕ່ຍັງມີ ນໍ້າຖ້ວມຂັງ ຢູ່ໃນຫລາຍ ພື້ນທີ່. ຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງ ຄໍາມ່ວນ:
"ກະສິແມ່ ສະພາບ ນໍ້າຝົນລົງແຮງ ແລ້ວກໍນໍ້າເຊ ກໍໄຫລເຂົ້າແນ່ ເມື່ອວັນເສົາ ວັນອາທິດນະ ຝົນລົງໜັກ ຣະຍະກ່ອນ ສາເຫດ ໃຫ້ນໍ້າປະປ່າ ໄຫລລາກ ຫວ່າງວັນ ອັງຄານ ພຸດ ພະຫັດ ນີ້ລະ ມັນຖ້ວມນີ້ລະ ຕໍ່ມາຮອດ ວັນສຸກ ວັນເສົາ ສະພາບ ພື້ນທີ່ ໜອງບົກນີ່ ຈໍານວນໜຶ່ງ ຫາກໍດໍານາ ພາກໃຕ້ໜອງບົກ ລົງໄປທາງປາກ ເຊບັ້ງໄຟ ຫາກໍ່ດໍານາໄດ້ ຖືວ່າ ປັຈຈຸບັນນີ້ ຍັງພວມດໍາຢູ່ ກໍມີ".
ນອກຈາກ ເມືອງໜອງບົກ ແລະ ເຊບັ້ງໄຟ ແລ້ວ ຍັງມີເມືອງອື່ນ ທີ່ຖ້ວມເລັກນ້ອຍ ຄືເມືອງມະຫາໄຊ ເມືອງບົວລະພາ ແລະ ເມືອງ ຍົມມະລາດ ທີ່ມີ 124 ບ້ານ 7032 ຄອບຄົວ 33290 ຄົນ ໄດ້ຮັບຜົລກະທົບ. ໄຮ່ນາ ຖືກນໍ້າຖ້ວມ 6500 ເຮັກຕາ ປະມານ 10 ສ່ວນຮ້ອຍ ຂອງ ເນື້ອທີ່ປັກດໍາ. ຂະນະດຽວກັນ ກໍມີ ງົວ ຄວາຍ ເປັດ ໄກ່ ອີກຈໍານວນໜຶ່ງ, ຊົລປະທານ 9 ແຫ່ງ ແລະ ໜອງປາ 75 ໜອງ ກໍໄດ້ຮັບ ຜົລກະທົບ.
ເຈົ້າໜ້າທີ່ ກ່າວຕໍ່ໄປວ່າ ສິ່ງທີ່ຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເພື່ອຊ່ວຍເຫລືອປະຊາຊົນ ນັ້ນແມ່ນເຣື່ອງ ປູກເຂົ້າ ແລະອາຫານ. ໃນຂະນະນີ້ ທາງແຂວງ ຍັງບໍ່ມີ ມາຕການ ຊ່ວຍເຫລືອ ທີ່ຊັດເຈນ ແຕ່ຈະຊ່ອຍເຫຼືອ ພັນເຂົ້າໃຫ້ ປະຊາຊົນ ເພື່ອປູກແທນເຂົ້າ ທີ່ເສັຽຫາຍນັ້ນ.