ດຳຣັຖສບັບໃໝ່ ຄຸ້ມຄອງອ່າງຮັບນ້ຳ ຕາມເຂື່ອນ

ໂຕຢ່າງເຂື່ອນໄຟຟ້າພະລັງງານນ້ຳ ໃນປະເທດລາວ ທີ່ຕ້ອງມີອ່າງຮັບນ້ຳ ເພື່ອເອົານ້ຳ ມາປັ່ນກະແສໄຟຟ້າ
ໂຕຢ່າງເຂື່ອນໄຟຟ້າພະລັງງານນ້ຳ ໃນປະເທດລາວ ທີ່ຕ້ອງມີອ່າງຮັບນ້ຳ ເພື່ອເອົານ້ຳ ມາປັ່ນກະແສໄຟຟ້າ (RFA)

0:00 / 0:00

ໃນວັນທີ 4 ມີນາ 2021 ນີ້, ຖືເປັນມື້ບັງຄັບໃຊ້ ຢ່າງເປັນທາງການແລ້ວ, ພາຍຫຼັງທີ່ຣັຖບານລາວ ໄດ້ອອກດຳຣັຖສບັບໃໝ່ ຈຳນວນ 18 ໜ້າ ວ່າດ້ວຍ ການຄຸ້ມຄອງອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ສບັບເລຂທີ 20/ລບ ລົງວັນທີ 20 ມົກຣາ 2021 ດ້ວຍຈຸດປະສົງ ເພື່ອຫຼຸດຜ່ອນຜົລກະທົບ ຈາກເຂື່ອນແຫ່ງຕ່າງໆ ທີ່ມີອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ແລະ ເຮັດໃຫ້ມີການຄຸ້ມຄອງອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ຢ່າງຮັບປະກັນ ທັງຮັກສາຄວາມສົມດຸນ ຂອງຣະບົບນິເວດ ແລະ ການນຳໃຊ້ນ້ຳ ຢ່າງມີປະສິດທິຜົລ ຕາມທິດຍືນຍົງ ແລະ ສີຂຽວ.

ດຳຣັຖດັ່ງກ່າວ ໄດ້ຣະບຸບາງມາດຕຣາ ທີ່ສຳຄັນ ກ່ຽວກັບການຄຸ້ມຄອງອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ຂອງຜູ້ທີ່ໄດ້ຮັບສັມປະທານສ້າງເຂື່ອນ ຫຼືຄຸ້ມຄອງເຂື່ອນ ເປັນຕົ້ນແມ່ນມາດຕຣາ 22 ເຖິງມາດຕຣາ 27 ທີ່ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບສັມປະທານສ້າງເຂື່ອນ ຫຼືຄຸ້ມຄອງເຂື່ອນ ຕ້ອງມີແຜນຄາດຄະເນການກັກເກັບນ້ຳ ແລະ ການປ່ອຍນ້ຳ, ການແຈ້ງເຕືອນ, ການປ່ອຍນ້ຳໃນກໍຣະນີສຸກເສີນ, ການແກ້ໄຂຄວາມເສັຽຫາຍ ທີ່ເກີດຈາກການກັກເກັບນ້ຳ ແລະ ການປ່ອຍນ້ຳ. ກໍຣະນີຈຳເປັນ ແລະ ສຸກເສີນ ຕ້ອງມີການຕິດຕາມ, ແລກປ່ຽນຂໍ້ມູນ ແລະ ຣາຍງານ ຣະດັບນ້ຳ ທຸກໆຊົ່ວໂມງ.

ກ່ຽວກັບດຳຣັຖສບັບດັ່ງກ່າວນີ້, ນັກວິຊາການດ້ານສິ່ງແວດລ້ອມ ແລະ ສັງຄົມ ໃນລາວ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ໄດ້ໃຫ້ຄວາມເຫັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ ນີ້ວ່າ "ດຳຣັຖສບັບດັ່ງກ່າວ ເປັນສິ່ງທີ່ດີ ທັງຕໍ່ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຊ້ໃນການຕິດຕາມ ແລະ ບັງຄັບໃຊ້ຕໍ່ບັນດາເຈົ້າຂອງ ຜູ້ສັມປະທານເຂື່ອນແຫ່ງຕ່າງໆ ທີ່ເປັນຜູ້ບໍຣິຫານອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ໃຫ້ປະຕິບັດໄປຕາມກົດໝາຍ ແລະ ຣະບຽບການ ໃນການຮັກສາຜົລປໂຍດ ຂອງປະຊາຊົນ ທີ່ຢູ່ກ້ອງເຂື່ອນ."

ໃນຂະນະດຽວກັນ, ນັກວິຊາການຜູ້ນີ້ ກໍເວົ້າໃນທຳນອງ ທີ່ເປັນຫ່ວງເຊັ່ນດຽວກັນວ່າ "ເຖິງວ່າຈະມີດຳຣັຖອອກມາບັງຄັບໃຊ້,​ ແຕ່ພາກປະຕິບັດໂຕຈິງ ກໍຄົງບໍ່ແມ່ນເຣື່ອງງ່າຍ ແລະ ຕ້ອງໃຊ້ເວລາດົນ ເພາະພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ປະກອບໂຄງຮ່າງການຈັດຕັ້ງ ໃຫ້ມີທີມງານທີ່ສະເພາະ ໃນການຕິດຕາມ ແລະ ບັງຄັບໃຊ້ດຳຣັຖນີ້. ອີກຢ່າງນຶ່ງ ຖ້າຈະປະຕິບັດກັບທຸກເຂື່ອນ ໃນມາຕຖານດຽວກັນ ກໍຄົງເປັນເຣື່ອງທີ່ທ້າທາຍ ພໍສົມຄວນ ເພາະແຕ່ລະອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ລ້ວນແຕ່ແມ່ນຜົລປໂຍດ ອັນມະຫາສານ ຂອງກຸ່ມນາຍທຶນ ທີ່ລົງທຶນກັບເຂື່ອນແຫ່ງຕ່າງໆ ຈຳນວນຫຼາຍລ້ານໂດ່ລ້າຣ ເປັນຕົ້ນກໍແມ່ນເຂື່ອນ ຂອງນັກລົງທຶນຈີນ ທີ່ພວກເຂົາລ້ວນແຕ່ຜູກຂາດບາງສາຍນ້ຳ ແລະ ມີອຳນາດຕໍ່ລອງໃນການໃຊ້ນ້ຳ ຫຼາຍກວ່າເຈົ້າໜ້າທີ່ຂັ້ນທ້ອງຖິ່ນ."

ນອກຈາກນີ້, ໂດຍອ້າງອີງແຫຼ່ງຂ່າວ ຈາກສຳນັກຂ່າວຣອຍເຕີ້ ເມື່ອວັນທີ 25 ກຸມພາ ນີ້ວ່າ ທ່ານ ແກ່ຣີ້ ລີ, ຜູ້ອຳນວຍການ ອົງການແມ່ນ້ຳສາກົລ ປະຈຳຂົງເຂດເອເຊັຽ ໄດ້ກ່າວວ່າ "ເຖິງວ່າຣັຖບານລາວ ໄດ້ອອກດຳຣັຖ ແລະ ຣະບຽບການຫຼາຍຢ່າງ ກ່ຽວກັບການຄຸ້ມຄອງເຂື່ອນ ໃນໄລຍະຫຼາຍປີມານີ້, ແຕ່ຄວາມອາດສາມາດ ຂອງອົງການຈັດຕັ້ງ,​ ການບັງຄັບໃຊ້ ແລະ ຣະບົບຕິດຕາມກວດກາ ຍັງຄົງບໍ່ເຂັ້ມແຂງ ແລະ ເຂັ້ມງວດເທື່ອ."

ຄຽງຄູ່ກັນນີ້, ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ທັງໃນພາກພື້ນ ແລະ ສາກົລ ກໍຮຽກຮ້ອງໃຫ້ມີການບໍຣິຫານຈັດການນ້ຳ ໃນເຂດອ່າງໂຕ່ງ, ອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ໃຫ້ດີກວ່ານີ້ ທັງເຂື່ອນໃນລາວ ແລະ ປະເທດຈີນ.

ເຖິງຢ່າງໃດກໍຕາມ, ຊາວລາວທ່ານນຶ່ງ ກໍໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ 2021 ນີ້ວ່າ ຖືເປັນເຣື່ອງທີ່ດີ ຖ້າຫາກຣັຖບານລາວ ຈະມີການຄຸ້ມຄອງ ແລະ ບັງຄັບໃຊ້ດຳຣັຖສບັບໃໝ່ນີ້ ເພື່ອຮັກສາຜົລປໂຍດ ຂອງປະຊາຊົນ ທີ່ອາສັຍຢູ່ລຸ່ມເຂື່ອນ.

ສຽງ1: "ເຫັນດຳຣັຖເພິ່ນວາງອອກມາເນາະ ກ່ຽວກັບການຄຸ້ມຄອງ ດຳຣັຖວ່າດ້ວຍ ຄຸ້ມຄອງການນຳໃຊ້ຊັພຍາກອນທັມຊາດນີ້ເນາະ ກະຖືວ່າມີຄວາມຫວັງທີ່ດີເນາະ ສຳລັບເພິ່ນຈະຄຸ້ມຄອງວ່າ ສິດ ແລະ ຜົລປໂຍດ ຂອງປະຊາຊົນເນາະ. ສຳລັບການປະຕິບັດ ຄັນປະຕິບັດໜ້າວຽກເຂັ້ມງວດນີ້ ກະລົງໄປຕິດຕາມ ຂໍ້ມູນຂ່າວສານ ຢ່າງເຂັ້ມງວດ ຫຼືວ່າຕິດຕາມຢ່າງຖ້ວນຖີ່ເນາະ ກະຄຶດວ່າມັນຊິເປັນຜົລງານ ທີ່ວ່າອອກມາໄດ້ດີເນາະ."

ເປັນທີ່ຮັບຮູ້ກັນດີວ່າ ໃນໄລຍະ 3-4 ປີມານີ້, ມັກເກີດປະກົດການລຳນ້ຳແຫ່ງຕ່າງໆ ບົກແຫ້ງຜິດປົກກະຕິ ເນື່ອງຈາກເຂື່ອນແຫ່ງຕ່າງໆ ບໍ່ປ່ອຍນ້ຳມາແບບປົກກະຕິ ແລະ ບໍ່ມີການແຈ້ງເຕືອນຊາວບ້ານເຂດລຸ່ມເຂື່ອນ ໃຫ້ມີການປັບໂຕຕໍ່ ສະພາບນ້ຳແຫ້ງນັ້ນແນວໃດ.​ ນອກຈາກນີ້, ເຂື່ອນບາງແຫ່ງ ກໍມັກປ່ອຍນ້ຳມາແບບກະທັນຫັນ ໂດຍທີ່ບໍ່ແຈ້ງເຕືອນຊາວບ້ານ ໃຫ້ຣະມັດຣະວັງ ຫຼືປັບໂຕ ເພື່ອຮັບມືກັບຄວາມເສັຽຫາຍ ຕໍ່ຊີວິຕ ແລະ ຊັພສິນ ທີ່ອາຈເກີດຂຶ້ນ.

ໂຕຢ່າງທີ່ຈະແຈ້ງ ກໍແມ່ນລຳນ້ຳຄານ ແລະ ລຳນ້ຳອູ ທີ່ມັກເກີດປະກົດການນ້ຳແຫ້ງຜິດປົກກະຕິ ຈົນເຮືອໂດຍສານ ບໍ່ສາມາດແລ່ນເຮືອໄດ້ ແລະ ຊາວບ້ານ ທີ່ອາສັຍນ້ຳ ຈາກລຳນ້ຳດັ່ງກ່າວ ເພື່ອທຳການກະເສຕ ຕາມແຄມນ້ຳ ກໍບໍ່ສາມາດເຮັດໄດ້, ຈາກທີ່ແຕ່ກ່ອນ ບໍ່ເຄີຍມີປະກົດການດັ່ງກ່າວ.

ຫຼ້າສຸດນີ້, ເມື່ອວັນທີ 28 ທັນວາ 2020, ກໍເກີດມີປະກົດການລຳນ້ຳອູ ບົກແຫ້ງຜິດປົກກະຕິ ຈົນເຮັດໃຫ້ເຮືອທ່ອງທ່ຽວ ທີ່ສາມາດເດີນເຮືອໄປມາໄດ້ຕລອດປີ ຕ້ອງຈອດປະໄວ້ ເນື່ອງຈາກຣະດັບນ້ຳອູ ບໍ່ສູງພໍ ທີ່ຈະສາມາດເດີນເຮືອໄດ້ ແລະ ເມື່ອວັນທີ 26 ມົກຣາ 2021, ກໍເກີດມີການປ່ອຍນ້ຳ ຈາກເຂື່ອນນ້ຳແບງ ແຂວງອຸດົມໄຊ ຢ່າງກະທັນ ແລະ ປຣາສະຈາກການແຈ້ງເຕືອນລ່ວງໜ້າ ເຮັດໃຫ້ກະແສນ້ຳ ຈາກການປ່ອຍນ້ຳອອກຈາກເຂື່ອນ ພັດເຮືອຫາປາ ຂອງຊາວບ້ານໃນເຂດດັ່ງກ່າວ ຈຳນວນຫຼາຍ 10 ລຳ ລົງນ້ຳຂອງ ຈົນຊາວບ້ານຕ້ອງພາກັນໄປລາກເອົາເຮືອ ກັບຄືນມາ ຜ່າກະແສນ້ຳ ຢ່າງຍາກລຳບາກ.