ຊາວບ້ານຫ້ວຍຄົງຮຽກຮ້ອງ ຊ່ອຍແກ້ ບັນຫາ

ຈໍາປາທອງ
2018.08.27
f-coal ການຂຸດຄົ້ນຖ່ານຫີນ ຂອງບໍຣິສັດຕ່າງປະເທດ ໃນສປປລາວ
Screen captured LNTV video

ປະຊາຊົນບ້ານຫ້ວຍຄົງ ເມືອງຊໍາເໜືອ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກການສ້າງໂຮງງານໄຟໄຟ້າ ຖ່ານຫີນຂອງບໍຣິສັດ CCF ຂອງຈີນ ໄດ້ຍື່ນໜັງສືຮຽກຮ້ອງໄປຍັງ ຫ້ອງການປົກຄອງ ເມືອງຊໍາເໜືອ ແລະແຂວງຫົວພັນ ຕື່ມອີກເທື່ອນຶ່ງ ເພື່ອຂໍໃຫ້ ຊ່ອຍແກ້ໄຂບັນຫາ ຄ່າຊົດເຊີຍຄວາມເສັຍຫາຍ ຍ້ອນທາງໂຮງງານ ເຮັດໃຫ້ດິນແດງ ໃຫລເຂົ້າຖົມນາ ພວກເຂົາເຈົ້າ. ທີ່ຜ່ານມາທາງບໍຣິສັດ ຮັບປາກວ່າຈະໃຫ້ ແຕ່ຈົນມາເຖິງປັດຈຸບັນ ກໍຍັງບໍ່ທັນໃຫ້ຫຍັງເທື່ອ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງຊໍາເໜືອ ຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ສິງຫານີ້ເ

"ກຽມສິເຮັດໃບຣາຍງານໄປຫາ ທ່ານເຈົ້າເມືອງ ເຈົ້າແຂວງ ທາງບ້ານຮຽກຮ້ອງກະແມ່ນນຶ່ງ ຊົດເຊີຍເສັຍຫາຍຫັ້ນ, ອັນສອງມາກໍຖນົນ ຫົນທາງ ນີ້ກໍເພໝົດ ລົງຖົມໃສ່ຫ້ວຍ, ຫ້ວຍແລ້ວໃຫລໃສ່ນາ ໃສ່ທາງຫັ້ນເດ."

ທ່ານກ່າວຕື່ມວ່າ ໃນຣະຫວ່າງກາງປີນີ້ ທາງບໍຣິສັດຈີນຮັບປາກວ່າ ຈະໃຫ້ຄ່າຊົດເຊີຍ ຄວາມເສັຍຫາຍແກ່ຊາວບ້ານຫ້ວຍຄົງ ເຮັກຕານຶ່ງ 90 ລ້ານກີບ ແຕ່ປັດຈຸບັນ ກໍຍັງມິດງຽບຢູ່ຄືເກົ່າ, ດັ່ງນັ້ນຊາວບ້ານຈຶ່ງຮຽກຮ້ອງທາງຂັ້ນເທິງຊ່ອຍແກ້ໄຂ ຢ່າງຮີບດ່ວນ ເຖິງແມ່ນວ່າຈະເຄີຍໄດ້ ຮຽກຮ້ອງເຖິງ 2-3 ຄັ້ງມາແລ້ວກໍຕາມ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການປົກຄອງ ເມືອງຊໍາເໜືອ ເພື່ອຂໍຮູ້ກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂ ບັນຫາດັ່ງກ່າວ ແລະໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ກ່ຽວຂ້ອງວ່າ ຂນະນີ້ກໍາລັງດໍາເນີນການແກ້ໄຂຢູ່ ແຕ່ທ່ານບໍ່ສາມາດໃຫ້ຣາຍຣະອຽດໄດ້.

ປະຊາຊົນ 2 ບ້ານ ທີ່ໄດ້ຮັບຜົລກະທົບ ຈາກທາງໂຮງງານໄຟຟ້າຖ່ານຫິນ ຂອງຈີນ ຄືບ້ານຫ້ວຍຄົງ, 80 ຄອບຄົວແລະບ້ານຫລັກຊາວ, 20 ຄອບຄົວ. ສ່ວນເນື້ອທີ່ດິນນາ ທີ່ໄດ້ຮັບຜົລກະທົບ ຍັງບໍ່ທັນຖືກເປີດເຜີຍວ່າ ມີຈໍານວນເທົ່າໃດເຮັກຕາກັນແທ້.

ມີຣາຍງານວ່າ ທາງ ບໍຣິສັດ CCF ຂອງຈີນ ຫາກໍ່ໄດ້ກັບມາສືບຕໍ່ ການກໍ່ສ້າງໂຮງງານ ພາຍຫລັງໄດ້ໂຈະໄປຫລາຍເດືອນ ແຕ່ຄນະຜູ້ ບໍຣິຫານໂຮງງານ ຍັງບໍ່ມາປະຈໍາຢູ່, ລໍຖ້າໃຫ້ສ້າງໂຮງງານແລ້ວກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.