ເຂື່ອນດອນສະໂຮງຍັງຕ້ອງ ຫາລື ກັນ


2014.01.12
F-Don sahong ດອນຫະຫົງ ໃນຂົງເຂດ ທີ່ ໂຄງການ ສ້າງເຂື່ອນ ມີຂື້ນ.
RFA

 

ໂຄງການສ້າງເຂື່ອນດອນສະໂຮງ ຢູ່ຄອນພະເພັງ ພາກໃຕ້ຂອງລາວ ຈະກາຍມາເປັນຈຸດສົນທະນາ ກັນອີກຢູ່ກອງປະຊຸມພິເສດ ເຈົ້າໜ້າທີ່ ປະເທດສະມາຊິກ ກັມມາທິການ ແມ່ນໍ້າຂອງ  MRC ລາວ ໄທ ວຽດນາມ ແລະ ກໍາພູຊາ ຊຶ່ງຈະມີຂຶ້ນພາຍໃນອາທິດນີ້ ທີ່ນະຄອນຫລວງ ວຽງຈັນ. ກອງປະຊຸມດັ່ງກ່າວ ຈະເປັນໂອກາດດີ ສໍາລັບລາວ ທີ່ຕ້ອງຮັບຟັງ ຄໍາເຫັນ ຂອງປະເທດສະມາຊິກ ທີ່ຂໍໃຫ້ການຕັດສີນໃຈໃນການ ສ້າງຫລືບໍ່ສ້າງເຂື່ອນ ດອນສະໂຮງນີ້ເປັນຂອງທັງ 4 ປະເທດ ແທນທີ່ຈະເປັນການຕັດສີນໃຈ ຂອງປະເທດດຽວ.

ຕາມລາຍງານໜັງສືພິມບາງກອກໂພສ. ລາຍງານວ່າເມື່ອເດືອນກັນຍາປີ 2013 ສປປລາວໄດ້ແຈ້ງການຕັດສີນໃຈສ້າງເຂື່ອນດອນສະໂຮງຕໍ່ ກັມມາທິການແມ່ນໍ້າຂອງ MRC ໂດຍບໍ່ໄດ້ສົນທະນາກັບປະເທດສະມາຊິກ 3 ປະເທດ ຊຶ່ງປະເທດສະມາຊິກເຫັນວ່າສປປລາວ ຂາດຄວາມ ຮັບຜິດຊອບໃນຂັ້ນຕອນ ການແຈ້ງ ການປຶກສາຫາລື ລ່ວງໜ້າກ່ອນ ຈະຕັດສີນໃຈສ້າງ. ເອກກະສານໂຄງການທີ່ ຝ່າຍລາວແຈ້ງຕໍ່ MRC ລົງວັນທີ່ 30 ກັນຍາປີ 2013 ນັ້ນປະກອບດ້ວຍ ການສຶກສາ ຄວາມເປັນໄປໄດ້ທາງເທັກນິກ ຮ່ວມທັງ ການປະເມີນ ຜົນກະທົບ ຕໍ່ສັງຄົມ ແລະສິ່ງແວດລ້ອມ ແລະການປະໂມງ ຊຶ່ງ ປະເທດສະມາຊິກ ມີສ່ວນຮ່ວມຢູ່ນໍາ.

ທາງການລາວວ່າ ວຽກງານກໍ່ສ້າງເຂື່ອນນີ້ ຄາດວ່າຈະເລີ້ມລົງມືໃນເດືອນຕຸລາປີ 2013 ແລະສໍາເຣັດ ໃນເດືອນພຶສພາ ປີ 2018. ນັບແຕ່ ສປປລາວໄດ້ແຈ້ງຕໍ່ MRC ວ່າຈະສ້າງເຂື່ອນດອນສະໂຮງ 3 ປະເທດລຸ່ມແມ່ນໍ້າຂອງ ໄທ ກໍາພູຊາ ແລະວຽດນາມ ແຕ່ລະປະເທດໄດ້ສົ່ງ ຈົດໝາຍ ຢ່າງເປັນທາງການ ໄປຫາຣັຖບານລາວ ເພື່ອຂໍໃຫ້ໂຄງການ ເຂື່ອນດອນສະໂຮງ ຜ່ານຂັ້ນຕອນ ປຶກສາຫາລືກັນ ລ່ວງໜ້າ ກ່ອນ ລົງມືສ້າງ. ຜ່ານມາ ຝ່າຍລາວ ໃຫ້ເຫດຜົນວ່າຮູສະໂຮງ ບໍ່ໄດ້ຢູ່ໃນ ສາຍນໍ້າຫລັກຂອງແມ່ນໍ້າຂອງ ແລະບໍ່ຈໍາເປັນຕ້ອງຜ່ານ ຂັ້ນຕອນການ ປຶກສາຫາລື ລ່ວງໜ້າກ່ອນການລົງມືສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.