ໂຄງການ ຂຸດຄົ້ນບໍ່ແຮ່ ສ້າງຜົລກະທົບ ຫຼາຍດ້ານ
ໂຄງການຂຸດຄົ້ນບໍ່ແຮ່ ດຳເນີນກິຈການ ຢູ່ລາວຫຼາຍຮ້ອຍໂຄງການ ແລະ ຫຼາຍໆ ໂຄງການບໍ່ເອົາໃຈໃສ່ ຕໍ່ສພາບແວດລ້ອມ, ການດຳເນີນຊີວິດ ຂອງປະຊາຊົນ ເຊັ່ນ ບໍ່ສ້າງລະບົບປ້ອງກັນ ແລະຟື້ນຟູ ຫຼືການພັທນາໃດໆ ໃຫ້ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ.
-
ອຸ່ນແກ້ວ
2022-04-07 -
-
-
Your browser doesn’t support HTML5 audio
ການຂຸດຄົ້ນບໍ່ແຮ່ໃນປະເທດລາວ ໄດ້ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນໃກ້ຄຽງ. ຫຼັງຈາກທີ່ມີການຂຸດຄົ້ນແລ້ວ, ບໍຣິສັດຂຸດຄົ້ນ ສ່ວນຫຼາຍ ບໍ່ມີການຟື້ນຟູສພາບແວດລ້ອມທີ່ເສັຽໄປນັ້ນ, ໄດ້ສົ່ງຜົລກະທົບຕໍ່ການທຳມາຫາກິນຂອງປະຊາຊົນ.
ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ທ່ານນຶ່ງ ຜູ້ທີ່ເຮັດວຽກດ້ານສິ່ງແວດລ້ອມ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ທຳລາຍຊັພຍາກອນທັມຊາດເນາະ ຫຼັງຈາກເຮັດແລ້ວ, ກະບໍ່ມີການປັບປຸງ, ບໍ່ມີການບຸຣະນະຮັກສາຄືນ ອັນທີນຶ່ງຫັ້ນນະ, ອັນທີສອງລະແມ່ນ ຜົລກະທົບຕໍ່ສັດນ້ຳສັດປ່າ ແລະ ກະປະຊາຊົນ. ປະຊາຊົນ ມັນກະແຕະຕ້ອງ ການທຳມາຫາກິນຂອງເຂົາຫັ້ນລະ.”
ເຂດພື້ນທີ່ສັມປະທານຂຸດຄົ້ນບໍ່ແຮ່ ໄປກວມເອົາເນື້ອທີ່ດິນທຳກິນ ແລະ ເຮັດໃຫ້ຊາວບ້ານບໍ່ສາມາດຜລິດກະສິກັມເພື່ອລ້ຽງຊີບໄດ້.
ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ທ່ານນີ້ ກ່າວຕື່ອີກວ່າ:
“ໜໍ່ໄມ້ເຂົາກະຫາຍ ເນື້ອທີ່ທຳການຜລິດເຂົາກະຫາຍ ນ້ຳເຂົາກະເປັນພິດ ຂີ້ຫີນ ຂີ້ຫຍັງກະໄຫຼລົງມາໃສ່ໄຮ່ນາຕາກ້າເຂົ້າໝົດ ແຕ່ວ່າ ຕາມເຂົາວ່າ ເຂົາເຮັດແລ້ວຊິບຸຣະນະຫຍັງໃຫ້ຫັ້ນເຂົາເວົ້າຊື່ໆ ເຂົາບໍ່ເຮັດດອກອັນນັ້ນນະ. ເອົາໄປ, ເອົາມາ ກະແມ່ນປະຊາຊົນຫັ້ນ ຫຍຸ້ງຍາກ, ສັບສົນຫຼາຍ, ເຣື່ອງຜົລກະທົບອັນນີ້ຫັ້ນ.”
ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ທີ່ມີການຂຸດຄົ້ນຖ່ານຫີນ ແລະ ຂຸດຄົ້ນຄຳ ໄດ້ໄປກວມເອົາທີ່ດິນນາຂອງຊາວບ້ານ ແລະ ມີການຍົກຍ້າຍປະຊາຊົນ ອອກຈາກພື້ນທີ່ສັມປະທານ.
ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ຜູ້ດຽວກັນນີ້ ໄດ້ກ່າວວ່າ:
“ຢູ່ກະລຶມ, ດາກຈຶງ. ມີແທ້ແນວນີ້ນະ ຊາວບ້ານທີ່ມີໄຮ່, ມີນາ ເຂົ້າອຸດົມສົມບູນ ຖືກເຂົາມາປະມູນເອົາໝົດ. ໄຮ່ນາຕາກ້າ ຂຸດຄົ້ນບໍ່ແຮ່, ດຽວນີ້ ມັນມີແຕ່ຂີ້ຫີນພູຢູ່ຕົ່ວຫັ້ນ.”
ຢູ່ບາງແຂວງ ການຂຸດຄົ້ນບໍ່ແຮ່ ໄດ້ປ່ອຍນ້ຳເສັຽອອກຈາກອ່າງເກັບນ້ຳ ລົງມາໃສ່ເນື້ອທີ່ນາ ຂອງຊາວບ້ານ ແລະ ໜອງນ້ຳທັມມະຊາດ.
ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ທ່ານດຽວກັນນີ້ ກ່າວວ່າ:
“ມັນຊິມີທັງນ້ຳເສັຽ, ມັນຊິມີທັງທໍາລາຍເນື້ອທີ່ທັມຊາດ, ມັນຊິມີທັງບ່ອນທຳມາຫາກິນ ຂອງປະຊາຊົນ. ອັນ Negative Impact (ຜົລກະທົບທາງລົບ) ຫັ້ນນ່າ. ເຣື່ອງຂຸດຄົ້ນບໍ່ແຮ່ ຜົລກະທົບຫຼາຍໃດ ຜົລກະທົບໃສ່ລາຍໄດ້ຂອງຊາວໄຮ່, ຊາວນນາ ກະພໍແຮງແລ້ວ.”
ຕົວຢ່າງການຂຸດຄົ້ນບໍ່ແຮ່ເຫຼັກ ແລະ ຊືນ ທີ່ເປັນຂອງບໍຣິສັດຈີນ ຢູ່ເຂດເມືອງຫີນບູນ ແຂວງຄຳມ່ວນ ໄດ້ປ່ອຍນ້ຳເສັຽລົງມາໃສ່ໜອງນໍ້າທັມມະຊາດ.
ປະຊາຊົນ ເມືອງຫີນບູນ ຜູ້ທີ່ຢູ່ໃກ້ກັບເຂດຂຸດຄົ້ນບໍ່ແຮ່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ເອີກະທົບກະໃນປ່າ. ປ່າໄມ້ຫັ້ນແຫຼ ໃນອ່າງເປັນໃນອ່າງ, ອ່າງນ້ຳເສັຽເຂົາເຈົ້າ ບາງເທື່ອກະມັນດີ, ບາງເທື່ອມັນກະບໍ່ດີ ມັນລົ້ນມາ ບາງເທື່ອມັນກະລົ້ນເນາະ ມັນກະພາໃຫ້ນ້ຳຫັ້ນ ມັນອ່າງເກັບນ້ຳຫັ້ນ ບໍ່ໄດ້ວ່າຊັ້ນຊາ.”
ການມາຂຸດບໍ່ແຮ່ຢູ່ແຂວງຄຳມ່ວນ ສ່ວນຫຼາຍມີແຕ່ບໍຣິສັດຈີນ ເຂົ້າມາສັມປະທານຂຸດຄົ້ນ.
ຊາວເມືອງຫີນບູນ ທ່ານນີ້ ກ່າວຕື່ມວ່າ:
“ມີແຕ່ຄົນຈີນໝົດນ່າ, ທາງຈີນໝົດ. ກະຂຸດຄົນບໍ່ແຮ່, ແຮ່ກົ່ວ, ປົວແປງເລັກໆ ໜ້ອຍໆ.”
ນອກຈາກນີ້ ການຂຸດຄົນບໍ່ແຮ່ຢູ່ແຂວງ ໄຊສົມບູນ ໄດ້ສ້າງມົລພິດທາງສຽງ-ທາງອາກາດ ແລະ ເຮັດໃຫ້ເສັ້ນທາງເປ່ເພ.
ເຈົ້າໜ້າທີ່ ແຂວງໄຊສົມບູນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ອັນນຶ່ງແມ່ນເກີດມີພື້ນທີ່ທັບຊ້ອນ ລະຫວ່າງບໍລິສັດ, ອັນສອງແມ່ນການສ້າງມົລພິດ ທາງອາກາດ (ຂີ້ຝຸ່ນ) ແລະ ມົລພິດທາງສຽງຂອງລົດ, ອັນສາມ ເຮັດໃຫ້ເສັ້ນທາງເປ່ເພ ໄປມາຫຍຸ້ງຍາກໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດ ໃຊ້ຖນົນ ຍ້ອນເສັ້ນທາງເປ່ເພ.”
ເຈົ້າໜ້າທີ່ແຂວງໄຊສົມບູນ ຍັງກ່າວວ່າ:
“ຍາມແລ້ງມີຂີ້ຝຸ່ນ, ຍາມຝົນທາງເປັນບວກເປັນຕົມ, ການສັນຈອນໄປມາຫຍຸ້ງຍາກ ຕິດຂັດເພາະລົດແກ່ແຮ່ໃຫຍ່ຍາວ. ແຕ່ເສັ້ນທາງຄັບແຄບ, ຄົດຄ້ຽວ, ຄ້ອຍຊັນ ເຫລົ່ານີ້ເປັນຕົ້ນ.”
ບາງແຂວງກໍເດັດຂາດກັບບໍຣິສັດ ແຕ່ບາງແຂວງບໍໍ່ເດັດຂາດ ກັບບໍຣິສັດລົງທຶນ ໃນການຮັກສາສິ່ງແວດລ້ອມ.
ເຈົ້າໜ້າທີ່ແຂວງໄຊສົມບູນ ກ່າວຕື່ມອີກວ່າ:
“ທາງກະຊວງ, ທາງແຂວງ ແລະ ບໍລິສັດ ກະໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຊອກທາງອອກຊ່ວຍກັນຫລາຍໆ ຄັ້ງ, ແຕ່ເບື້ອງບໍຣິສັດ, ບາງບໍລິສັດກະບໍ່ຢາກເອົາໃຈໃສ່ ໃຫ້ຄວາມຮ່ວມມື ບາງເທື່ອທາງເບື້ອງຣັຖ ໂດຍສະເພາະທາງແຂວງ ກໍໄດ້ໃຊ້ມາດຕະການຢ່າງໜັກໜ່ວງຂ້ຽວຂາດ ບໍຣິສັດຈຶ່ງຍ້ອມເຮັດຕາມ.”
ການຂຸດຄົ້ນບໍ່ແຮ່ ສ່ວນຫຼາຍ ກະທົບຕໍ່ປ່າໄມ້ທີ່ຖືກຕັດ ແລະ ບຸກເບີກເນື້ອທີ່ດິນ ລວມທັງພູ ທີ່ຖືກຂຸດເຈະ ຫຼື ຣະເບີດ.
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ.
“ໂຕຈິງກະແມ່ນ ຊັພຍາກອນປ່າໄມ້ຫັ້ນແຫຼ ໂຕຈິງແທ້ໆ ແຫຼະ. ກະທົບແທ້ໆ ແຫຼະ ກັບໜ່ວຍພູເນາະ ພູນີ້ເປັນໜ່ວຍ, ເຂົາຈົກລົງໝົດໂລດໃດ ກະທົບແທ້ໆ ແຕ່ວ່າຈົກລົງ ຈົກລົງ ເປັນພູໂລດນະ ພູສູງໆນີ້ ບໍ່ມີຍັງໂລດ ເຂົາເຮັດ ຕົ້ນໄມ້ຕົນຕອກນີ້ ບໍ່ໄດ້ເຫຼືອໂລດນະ.”
ສ່ວນຫຼາຍການຂຸດຄົ້ນບໍ່ແຮ່ ບໍ່ມີການຟື້ນສະພາບແວດລ້ອມ ໄລຍະຍາວ ຫຼັງຈາກທີ່ມີການຂຸດຄົ້ນບໍ່ແຮ່ແລ້ວ.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານດຽວກັນນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ໂອ້ຍບໍ່ມີດອກ ເຂົ້າເວົ້າຊື່ໆ ອັນນັ້ນ ຢູ່ໃນສັນຍາການສັມປະທານ ຂຸດບໍ່ຂຸດຫຍັງນີ້ເອີ ຈາກຈົກແລ້ວເນາະ ຄືບໍ່ຖ່ານຫີນ, ບໍ່ເຫຼັກ, ບໍ່ທອງ, ບໍ່ຄຳ ບໍ່ມີຈັກເທື່ອວ່າເຂົາຊິຖົມຄືນໃຫ້ຄືເກົ່າ ມີແຕ່ເຂົາປະເລີຍ ເວົ້າລ້າໆໂຕນັ້ນນ່າ ບໍ່ມີ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ທາງການບໍ່ບັງຄັບໃຊ້ກົດໝາຍ ສ່ວນຫຼາຍຈະເຂົ້າທາງຝ່າຍບໍຣິຫານ ເຂົ້າຫາເຈົ້າແຂວງເຈົ້າເມືອງແລ້ວ ກໍປ່ອຍໄປເລີຍ.
ປັດຈຸບັນ ນັກລົງທຶນຈີນ ນິຍົມກັນເຂົ້າມາສໍຣວດ ແລະ ຂຸດຄົ້ນແຮ່ເຫຼັກ ໂດຍສະເພາະ ແຂວງທີ່ໃກ້ກັບຊາຍແດນ.
ບຸກຄົນທີ່ເຮັດວຽກຂຸດຄົ້ນແຮ່ເຫຼັກ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ແຮ່ເຫຼັກນີ້ ມັນຂຸດຄົ້ນທຸກແຂວງ ອຸດົມໄຊ ບໍ່, ຊຽງຂວາງ ເຂດໃດໃກ້ຊາຍແດນລະມີໝົດນະ ເຂົາແກ່ອອກໄປໝົດທຸກເສັ້ນ. ທາງເໜືອ, ທາງໃຕ້ນະ ທາງຊຽງຂວາງມີໝົດ ແກ່ອອກໄປທາງບໍ່ເຕັນ ນີ້ກະບໍ່ແມ່ນໜ້ອຍໆ ຫຼາຍນະ ແຮ່ເຫຼັກນີ້ ອອກໄປທຸກເສັ້ນທາງນະຢູ່ບ້ານເຮົາ.”
ບຸກຄົນທ່ານນີ້ ຍັງກ່າວຕື່ມວ່າ:
“ບໍຣິສັດຈີນ ທີ່ມາສັມປະທານຂຸດຄົ້ນແຮ່ເຫຼັກ ຈະເຊົ່າຣົຖຈົກ ຫຼື ກົນຈັກ ຄັນລະ 4,000 ໂດລາ ຕໍ່ເດືອນ ຖ້າເຊົ່າ 10 ຄັນ ກໍເປັນ 40,000 ຕໍ່ເດືອນ ເຊິ່ງບໍຣິສັດ ທີ່ມາສັມປະທານຂຸດຄົ້ນ ຍິ່ງຫາເງິນໄດ້ຫຼາຍເທົ່າ.”
ແຕ່ໃນສ່ວນຂອງຣັຖບານເຫັນວ່າ ການໃຫ້ສັມປະທານຂຸດຄົ້ນບໍ່ແຮ່ ໄດ້ສ້າງລາຍຮັບເຂົ້າງົບປະມານຫຼາຍ ລ້ານໂດລາຣ໌.
ໃນວັນທີ 4 ເມສາ 2022, ສຳນັກຂ່າວ Lao Youth Radio ໄດ້ຣາຍງານ ໂດຍ ອ້າງຂໍ້ມູນຈາກ ກະຊວງແຜນການ ແລະ ການລົງທຶນ ວ່າ: ປັດຈຸບັນ ຣັຖບານໄດ້ຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນດ້ານແຮ່ທາດທັງໝົດໃນທົ່ວປະເທດ ຈຳນວນ 308 ໂຄງການ ປະກອບມີ ໂຄງການປົກຕິ 262 ໂຄງການ, ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ 38 ໂຄງການ.
ສະເພາະ ການຂຸດຄົ້ນແຮ່ເຫຼັກ ສ້າງລາຍຮັບເຂົ້າງົບປະມານຫຼາຍລ້ານໂດລາ. Lao Youth Radio ຍັງຣາຍງານຕື່ມອີກວ່າ: ໃນນັ້ນມີແຫ່ເຫຼັກ 31 ໂຄງການ ສາມາດສ້າງລາຍຮັບມອບເຂົ້າງົປມານ 36 ລ້ານ ໂດລາຣ໌, ຫິນອ່ອນມາໂບ້ 2 ໂຄງການ, ຄຳເຄົ້າ 4 ໂຄງການ, ຄຳຕົກຂ້ອນ 1 ໂຄງການ.
ອີງຕາມຂໍ້ມູນຈາກຊາວບ້ານ, ກໍລະນີທີ່ຊາວບ້ານ ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ມີດັ່ງນີ້:
- ໃນປີ 2020, ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ແຂວງເຊກອງ ຂອງນັກລົງທຶນຈີນ ໄດ້ດຳເນີນການທົດລອງ ຂຸດຄົ້ນປຸງແຕ່ງຄຳ ແລ້ວປ່ອຍນ້ຳເສັຽ, ສິ່ງເສດເຫຼືອ ລົງສູ່ນ້ຳຫ້ວຍ ເຂດບ້ານຕະລ່ອງ, ບ້ານກະອວງ ແລະ ບ້ານອາແຕັງ ເມືອງກະລຶມ ແຂວງເຊກອງ.
- ໃນປີ 2020, ຊາວບ້ານ ເກືອບ 100 ຄອບຄົວ ໃນ 3 ບ້ານ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງ ແຮ່ຄໍາຂອງບໍຣິສັດຈີນ.
- ໃນປີ 2021, ມີຣາຍງານວ່າ ໂຄງການຂຸດຄົ້ນ-ສຳຣວດບໍ່ແຮ່ ໃນແຂວງໄຊສົມບູນ ໄດ້ທໍາລາຍທັມມະຊາດ ແລະສິ່ງແວດລ້ອມ ເຂດທີ່ຢູ່ໃກ້ຄຽງກັບບໍ່ແຮ່ ທີ່ກຳລັງຂຸດຄົ້ນ ແລະ ສຳຣວດຢູ່ ເປັນອັນຕະຣາຍ ຕໍ່ການດຳລົງຊີວິດ ຂອງຊາວບ້ານ ໂດຍສະເພາະ ຊາວບ້ານ ໄດ້ສູດດົມເອົາຝຸ່ນເຂົ້າໄປໂດຍບໍ່ຮູ້ໂຕ.
- ໃນປີ 2021, ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ສົ່ງຜົລກະທົບຕໍ່ຊາວບ້ານ. ລຳນໍ້າປາກເປັນຂີ້ຕົມ ຍ້ອນໂຮງງານໄດ້ປ່ອຍນໍ້າເສັຽທີ່ມີສານເຄມີ ລົງໃສ່ນ້ຳປາກ.
- ໃນທ້າຍປີ 2021, ໂຄງການຂຸດຄົ້ນແຮ່ປູນ ຂອງບໍຣິສັດເອກຊົນ ເຊິ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມິເນໂຣ ລິມິເຕັດ ຢູ່ບ້ານໜອງກະແດ້ງ ເມືອງວິລະບູຣີ ແຂວງສວັນນະເຂດ ເຮັດໃຫ້ດິນນາຂອງຊາວບ້ານຍຸບເປັນຂຸມຫຼາຍຂຸມ ຈົນວ່າຊາວບ້ານບໍ່ສາມາດເຮັດນາໄດ້.