ໂຮງກັ່ນນໍ້າມັນຕ້ອງໄດ້ ປະເມີນ ຜົລກະທົບ
ຣັຖບານລາວ ສັ່ງໃຫ້ ໂຮງກັ່ນນໍ້າມັນ ຂອງຈີນ ປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ຄືນໃໝ່.
-
ໄຊຍາ
2019-01-23 -
-
-
Your browser doesn’t support HTML5 audio
ຣັຖບານລາວ ສັ່ງໃຫ້ໂຮງກັ່ນນໍ້າມັນຂອງຈີນ ຢູ່ເຂດເສຖກິຈ ພັທນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ ປະເມີນຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມຕື່ມອີກຈົນກວ່າ ໂຮງກັ່ນນໍ້າມັນນັ້ນ ຈະບໍ່ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ດັ່ງ ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ມົກກະຣາ ຜ່ານມາວ່າ:
“ໂຕນີ້ ກໍຍັງບໍ່ທັນຣະອຽດເທື່ອ ບໍ່ທັນຊັດເຈັນເທື່ອ ວ່າສິເປີດມື້ໃດ ຖືວ່າມັນຢູ່ໃນໄລຍະທົດລອງ ວ່າມັນໄດ້ບໍ່ຮັບປະກັນບໍ່ບັນຫາເພາະວ່າຍັງ ຄວບຄຸມເຣື່ອງບັນຫາ ສິ່ງແວດລ້ອມນີ້ແຫຼະສຳຄັນ ຖ້າວ່າທາງໂຮງງານບໍ່ສາມາດຈຳກັດ ໂຕນີ້ໄດ້ກໍຖືວ່າ ອາດຈະບໍ່ສາມາດໃຫ້ດຳເນີນ ໄດ້, ແກ້ໝົດຄວາມສາມາດແລ້ວ ກໍຕ້ອງຖືກຢຸດ.”
ທ່ານກ່າວຕື່ມວ່າ ໂຮງກັ່ນນໍ້າມັນ ນັກລົງທືນຈີນ ໄດ້ທົດລອງກັ່ນນໍ້າມັນ ຕລອດປີຜ່ານມາ. ແຕ່ໃນໄລຍະ ທີ່ມີການທົດລອງນັ້ນ ກໍພົບວ່າ ຖັງນໍ້າມັນຍັງມີຄວັນດຳ ແລະສົ່ງກິ່ນເໝັນຂິວອອກມາ ຈຶ່ງຈຳເປັນຕ້ອງທົດລອງ ເພື່ອປະເມີນຕໍ່ໄປເພື່ອໃຫ້ໄດ້ມາຕຖານ ຄວາມປອດພັຍ ISO ເຊິ່ງໃນຂນະນີ້ ຍັງບໍ່ຜ່ານມາຕຖານນັ້ນເທື່ອ ທັງທາງດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ມາຕຖານຄວາມປອດພັຍ.
ໂຮງກັ່ນນໍ້າມັນແຫ່ງນີ້ ຖືເປັນໂຮງກັ່ນນໍ້າມັນແຫ່ງທຳອິດ ຂອງລາວ ທີ່ລົງທຶນ ໂດຍບໍຣິສັດ ອຸດສາຫະກັມ ຕົນຢຽນ ຢູນານຂອງຈີນ ກໍສ້າງ ແລ້ວ ໃນປີ 2016 ຜ່ານມາ ມູນຄ່າການກໍ່ສ້າງ 179 ລ້ານໂດລາສະຫະຣັຖ ເຊີ່ງມີຖັງບັນຈຸນໍ້າມັນ ທັງໝົດ 16 ຖັງ ແຕ່ຣະຖັງບັນຈຸໄດ້ 5 ລ້ານລິດ.
ສຳຫຼັບ ນໍ້າມັນ ທີ່ກັ່ນຢູ່ໂຮງກັ່ນນໍ້າມັນ ແຫ່ງນີ້ມີ 3 ຊນິດຄື: ນໍ້າມັນແອັດຊັງ, ກາຊວນ ແລະ ແກັສໂຊຮໍ ເຊິ່ງກັ່ນຂາຍ ພາຍໃນປະເທດ ເພື່ອຫຼຸດຜ່ອນ ການນໍາເຂົ້ານໍ້າມັນ ຈາກຕ່າງປະເທດ.