ເຂື່ອນຈີນກັກນໍ້າ, ລຸ່ມນໍ້າຂອງ ເດືອດຮ້ອນ

ໄຊຍາ
2020.01.03
F-MK-DRY ສະພາບຂອງ ທາງພາກເໜືອ ຂອງລາວ ປະຈຸບັນ
Citizen Journalist/TP

ພາຍຫຼັງທີ່ເຂື່ອນໄຟຟ້າຈິງຫົງ ຕັ້ງຢູ່ມົນທົນຢູ່ນານ ຂອງ ຈີນໄດ້ປະກາດຫຼຸດການປ່ອຍປະຣິມານນໍ້າ ອອກຈາກເຂື່ອນ ໃນຣະຫວ່າງວັນທີ 01 ຫາ 10 ມົກກະຣາ 2020 ນີ້. ປະຊາຊົນທີ່ອາສັຍຢູ່ຕາມແຄມຝັ່ງແມ່ນໍ້າຂອງ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ຕ່າງກໍ່ເປັນກັງວົນ ຕໍ່ ຜົລກະທົບທີ່ຕາມມາ.

ປັດຈຸບັນປະຊາຊົນບ້ານສາມຫຼ່ຽມຄຳ, ບ້ານສີບູນເຮືອງ, ບ້ານສີເມືອງງາມ ແລະ ບ້ານປາກທາ ທີ່ຂຶ້ນກັບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແມ່ນ ໄດ້ຮັບຜົລກະທົບແລ້ວ. ດັ່ງປະຊາຊົນ ເຂດໄດ້ຮັບຜົລກະທົບໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີໃນວັນທີ 3 ມົກກະຣາ ວ່າ:

"ນໍ້າຂອງຫຼຸດລົງຊໍ່າໜ້າແລ້ງ ຄົນແຖວນີ້ໃຊ້ນໍ້າຂອງ ຢ້ານວ່ານໍ້າຈະຂາດບໍ່ພໍໃຊ້. ເອີ! ເຣີ້ມຫຼຸດໂອ ນໍ້າບໍ່ນອງເລີຍນ່າ ມັນກໍຫຼຸດລົງຊໍ່າໜ້າແລ້ງ ຫັ້ນແຫຼະ ເຂົາຫຼຸດຣະດັບນໍ້າຫັ້ນແຫຼະ ເຂົາກໍແຈ້ງມາຢູ່ນ່າມັນຄືໜ້າແລ້ງນ່າ ບໍ່ມີນໍ້ານ່າ ນໍ້າຂອງກໍຫຼຸດລົງຫຼາຍຢູ່ເດີ້ ມັນຖືວ່ານໍ້າບໍ່ຂຶ້ນເລີຍ ແຖວນີ້ມັນໃຊ້ນໍ້າຂອງນ່າ ກໍເຮັດໃຫ້ຕໍ່ໄປນີ້ຢ້ານມັນຈະຂາດບໍ່ພໍໃຊ້ ໄປຫັ້ນແຫຼະ."

ໃນຂນະທີ່ ປະຊາຊົນອີກທ່ານນຶ່ງໄດ້ກ່າວຕໍ່ ນັກຂ່າວເອເຊັຽເສຣີວ່າ ການເດີນເຮືອໃນແມ່ນໍ້າຂອງ ໃນເຂດນີ້ ກໍພົບກັບຄວາມລຳບາກ ເຮືອ ໃຫຍ່ ບໍ່ສາມາດແລ່ນໄດ້. ປັດຈຸບັນໄດ້ໃຊ້ແຕ່ເຮືອນ້ອຍ ໃນການສັນຈອນໄປມາ ຂອງປະຊະຊາຊົນ:

"ຊາວບ້ານຂະເຈົ້າກໍຍາກໂອ້ ທາງເຮືອນີ້ຖືວ່ານໍ້າມັນເອົາເຮືອໄປບໍ່ໄດ້ໂອ້ ຈະໄປກໍນ້ອຍຄົນຫັ້ນແຫຼະ ຊ່ວງນີ້ຂະເຈົ້າກໍງົດຍ້ອນ ຂະເຈົ້າຕັນນໍ້າ ຫັ້ນແຫຼະ ໄປບໍ່ຍາກປານໃດກໍມີແຕ່ເຮືອນ້ອຍ ຂະເຈົ້າເມືອໄປຫຍຸ້ງຍາກ ທາງເຮືອນີ້ຖືວ່ານໍ້າເອົາເຮືອໄປບໍ່ໄດ້ ໄປຍາກ."

ສ່ວນປະຊາຊົນໃນໄທ ຊາວປະມົງ ທີ່ຫາປາຢູ່ໃນເຂດແມ່ນໍ້າຂອງ ຢູ່ເມືອງຊຽງຂອງ, ແຂວງຊຽງຮາຍ ຂອງໄທ ກໍ່ໄດ້ກ່າວຕໍ່ນັກຂ່າວ ເອເຊັຽ ເສຣີວ່າ ການຫຼຸດຣະດັບນໍ້າຂອງລົງ ເຊິ່ງມັນໄປກະທົບຕໍ່ໄຄຫີນ ແລະ ຣະດູການຂອງປາ ຕື່ມອີ:

"ເຂົາເຈົ້າບອກວ່າເຂົາເຈົ້າມີການຄວບຄຸມນໍ້າ ແລະ ບອກວ່າຈະມີການປັບປຸງ ຫຼືວ່າສ້າງຫຍັງແລ້ວເຂົາກໍປິດຣະດັບນໍ້າຈະຫຼຸດລົງ ຖ້າເວົ້າເຖິງ ຊາວບ້ານເນາະ ແຄມນໍ້າຂອງກໍແມ່ນພື້ນທີ່ ກະເສດປະເພດພືດຜັກສວນຄົວ ແລ້ວກໍມັນສັມປະຫຼັງ ອີຫຍັງຕ່າງໆ ນ່າກໍຈະໄດ້ຮັບຄວາມ ເສັຽຫາຍ ຫຼາຍຢູ່ ແລະພໍຫຼັງທີ່ເຂົາເຮັດແລ້ວ ຄິດວ່າຈະມີປັນຫາແນ່ນອນ."

ກ່ຽວກັບການຫຼຸດການປ່ອຍນໍ້າຂອງຈີນນັ້ນ ກະຊວງຊັພຍາກອນນໍ້າຂອງຈີນ ໄດ້ອອກແຈ້ງການເຖິງທາງການ ໄທ ແລະ ລາວ ເມື່ອວັນທີ 31 ທັນວ່າ ຜ່ານມາ. ເຂື່ອນຈິງຫົງໃນຈີນ ຈະຫຼຸດການປ່ອຍປະຣິມານນໍ້າ ຈາກ 1500 ແມັດກ້ອນ ຕໍ່ວິນາທີ ເຫຼືອ 800-1000 ແມັດກ້ອນ ຕໍ່ ວິນາທີ ຕັ້ງແຕ່ວັນທີ 1 – 3 ມົກກະຣາ ແລະ ຫຼັງຈາກນັ້ນເປັນຕົ້ນໄປກໍຈະຫຼຸດປະຣິມານ ປ່ອຍນໍ້າລົງອີກເຫຼືອພຽງ 500 ແມັດກ້ອນ.

ຕໍ່ບັນຫາດັ່ງກ່າວ ຄະນະກຳມະການ ແມ່ນໍ້າຂອງ ໄດ້ອອກຣາຍງານວ່າ ຈະມີສາມປະເທດ ເຊັ່ນ ລາວ ໄທ ກັມພູຊາ ທີ່ນໍ້າຂອງຈະບົກແຫ້ງ ລົງສະເລັ່ຽ ປະມານ 0,02-0,70 ຊັງຕີແມັດ ທຸກມື້ ນັບຕັ້ງແຕ່ວັນທີ 01-10 ມົກຣາ 2019 ໃນຣະຫວ່າງການກັກ ເກັບນໍ້າ ເພື່ອທົດລອງ ເຄື່ອງຈັກ ຜລິດກະແສໄຟຟ້າ ຂອງ ເຂື່ອນໄຟຟ້າພລັງນໍ້າຈິງຫົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.