ທາງການຄວນໃສ່ໃຈຕໍ່ສິ່ງ ແວດລ້ອມ

ພັຍທັມມະຊາດ ທີ່ເກີດຂຶ້ນ ໃນ ປະເທດລາວ
ພັຍທັມມະຊາດ ທີ່ເກີດຂຶ້ນ ໃນ ປະເທດລາວ (Citizen journalist)

0:00 / 0:00

ຣັຖບານ ສປປລາວ ຄວນ ເອົາໃຈໃສ່ ເຣື້ອງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ຈາກ ໂຄງການ ສ້າງເຂື່ອນ ຕ່າງໆ. ເຖິງ ແມ່ນວ່າ ລາວ ຈະໄດ້ປໂຍດ ຈາກ ການລົງທຶນ ຂອງ ຕ່າງ ປະເທດ ແຕ່ ກໍຄວນ ຣະມັດ ຣະວັງ ໃຫ້ເກີດ ຜົນກະທົບ ຫນ້ອຍທີ່ສຸດ. ເຈົ້າຫນ້າທີ່ ໂຄງການ ເພື່ອ ການພັທນາ ຂອງ ສະຫະ ປະຊາຊາດ ຫຼື UNDP ໃຫ້ຄຳເຫັນ ກ່ຽວກັບ ເຣື້ອງນີ້ ໃນ ວັນທີ 23 ພຶສຈິກາ ວ່າ:

“ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ ນີ້ນະ ນຶ່ງ ມັນຕ້ອງມີ ຜົນປໂຍດ ໃຫ້ແກ່ ປະຊາຊົນ ແລະ ສອງ ມັນຕ້ອງມີ ຜົນກະທົບ ຕໍ່ ປະຊາຊົນ ຫນ້ອຍທີ່ສຸດ, ດັ່ງນັ້ນ ເຮົາຕ້ອງເຮັດ ໃຫ້ມັນໄດ້ ຫັ້ນນະ”.

ທ່ານ ກ່າວ ຕື່ມວ່າ ຖ້າ ທາງການລາວ ເຮັດການ ປະເມີນ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ຫຼື ESIA ບໍ່ ຮອບຄອບ ແລະ ມີການ ທຳລາຍ ປ່າໄມ້ ຫຼາຍເກີນໄປ ກໍຈະເກີດ ພັຍພິບັດ ທັງ ພັຍນ້ຳຖ້ວມ ແລະ ພັຍແຫ້ງແລ້ງ. ສຳລັບ ກອງປະຊຸມ ໂຕະມົນ ຣະດັບ ສູງ ທີ່ ນະຄອນຫຼວງ ວຽງຈັນ ໃນ ວັນສຸກ ທີ່ ຈະມາເຖິງ ນີ້ ຣັຖບານ ສປປລາວ ພ້ອມ ຄູ່ຮ່ວມ ພັທນາ ແລະ ບັນດາ ປະເທດ ທີ່ ໃຫ້ການ ຊ່ວຍເຫລືອ ລາວ ຈະ ໄດ້ຫາຣືກັນ ໃນຫຼາຍ ບັນຫາ ຮວມເຖິງ ການ ບໍຣິຫານ ຈັດການ ຊັພຍາກອນ ທັມມະຊາດ, ການຮັບມື ກັບ ພັຍພິບັດ ແລະ ປັນຫາ ຈາກການ ປ່ຽນແປງ ຂອງ ສະພາບ ອາກາດ ແລະ ທຸກຝ່າຍ ຈະ ລົງນາມ ໃນ ຖແລງການ ຮ່ວມ ວຽງຈັນ ເພື່ອ ສົ່ງເສີມ ການຮ່ວມມື ໃນວຽກງານ ພັທນາ, ເຮັດໃຫ້ ການຊ່ວຍເຫລືອ ຈາກ ຕ່າງ ປະເທດ ຖືກ ນຳໄປໃຊ້ ຢ່າງ ເປັນຣະບົບ, ມີ ປະສິດທິພາບ ແລະ ທົ່ວເຖິງ ທັງ ປະເທດ.