ທາງການເຕືອນຜູ້ຢູ່ ໃຕ້ເຂື່ອນ ໃຫ້ຣະວັງ


2018.07.27
F-Namtheun ເຂື່ອນນໍ້າເທີນ ສອງ ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ
AFP

ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີກະຊວງພລັງງານແລະບໍ່ແຮ່ ກ່າວເຕືອນປະຊາຊົນລາວ ທີ່ຢູ່ໃຕ້ເຂື່ອນທຸກແຫ່ງ ໃນທົ່ວປະເທດ ໃຫ້ຣະມັດຣະວັງ:

“ຂໍສເນີໃຫ້ພໍ່ແມ່ພີ່ນ້ອງໃນທົ່ວປະເທດ ທີ່ຢູ່ລຸ່ມກ້ອງເຂື່ອນ ໃຫ້ຣະມັດຣະວັງ ບາງເທື່ອກໍຈະມີການປ່ອຍນ້ຳ ອອກຈາກເຂື່ອນ ເພື່ອຮອງຮັບ ໃຫ້ແກ່ຄວາມສາມາດຮັບນ້ຳຂອງເຂື່ອນ ເຮົາຈະລະບາຍນ້ຳອອກກ່ອນ.”

ທ່ານຣັຖມົນຕຣີ ຄຳມະນີ ອິນທິລາດ ຍັງໄດ້ກ່າວເຕືອນສະເພາະເຂື່ອນນ້ຳເທີນສອງວ່າ:

“ນ້ຳເທີນສອງ ປັດຈຸບັນນີ້ ຫລຸດການຜລິດລົງ ເນື່ອງຈາກວ່າ ນ້ຳເຊບັ້ງໄຟຂຶ້ນສູງ ໃນຣະດັບ 15 ແມັດ 56 ຢູ່ເມືອງມະຫາໄຊ ຖືວ່າສູງ; ສະນັ້ນ ພວກເຮົາຫລຸດການຜລິດ ປ່ອຍນ້ຳອອກທາງເບື້ອງນ້ຳເທີນ.”

ນອກຈາກນັ້ນ ທ່ານ ຄຳມະນີ ອິນທິລາດ ຍັງກ່າວເຕືອນໃຫ້ຣະມັດຣະວັງ ພະຍຸຢ່າງໜ້ອຍຫ້າລູກ ຈະພັດຜ່ານມາເຖິງ ປະເທດລາວ ໃນຣະຍະນີ້:

“ຕໍ່ໄປນີ້ ພະຍຸທີ່ເກີດຂື້ນຢູ່ມະຫາສມຸດປາຊີຟິກ ມີເຖິງຫ້າລູກ ໃນຣະຍະນັບຕັ້ງແຕ່ ມື້ນີ້ວັນທີ 26 ຈົນຮອດວັນທີ 29 ຈະມີພະຍຸ ອອກມາສູ່ ປະເທດເຮົາ ຝົນກໍຕົກຢູ່ປະຈຳ ໃນປັດຈຸບັນນີ້.”

ຢູ່ແຂວງອັດຕະປື ເຈົ້າໜ້າທີ່ແຂວງ ກໍເຕືອນປະຊາຊົນ ທີ່ຈະເດີນທາງໄປເມືອງສນາມໄຊ ຊຶ່ງບ່ອນຊ່ວຍເຫລືອຜູ້ປະສົບພັຍພິບັດ ເຂື່ອນ ແຕກ ຢູ່ໃນຂະນະນີ້ ໃຫ້ຂີ່ຣົດກະບະ ຟໍບາຍຟໍ (4X4) ເທົ່ານັ້ນ ຣົດໃຫຍ່ ຫລືຣົດນ້ອຍ ເກີນໄປ ກໍໄປບໍ່ໄດ້ ເພາະຖນົນຫົນທາງມື່ນ ມີແຕ່ຂີ້ຕົມ ແລະຂົວກໍແຕກຫັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.