ຣັຖມົນຕຣີ ໂຈະໃບສັ່ງ ໃຊ້ດິນ ປ່າສງວນຊົ່ວຄາວ
2021.03.30
ຣັຖມົນຕຣີກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມຂອງລາວ ໄດ້ສັ່ງໂຈະເປັນການຊົ່ວຄາວ ການອອກໜັງສືຢັ້ງຢືນ ນໍາໃຊ້ທີ່ດິນປ່າໄມ້ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໃນເຂດທີ່ດິນປ່າສງວນ, ທີ່ດິນປ່າປ້ອງກັນ ແລະທີ່ດິນປ່າຜລິດ ໃນ ຂອບເຂດທົ່ວປະເທດ, ອີງຕາມແຈ້ງການເລກທີ 1428 ລົງວັນທີ 25 ມິນາ 2021 ຂອງກະຊວງ ດັ່ງກ່າວເພື່ອປ້ອງກັນບໍ່ໃຫ້ປ່າ ໄມ້ຖືກທໍາລາຍ ແລະບໍ່ໃຫ້ເນື້ອທີ່ປ່າໄມ້ຫຼຸດລົງ, ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງບໍລິຄໍາໄຊ ກ່າວວ່າ, ປັດຈຸບັນ ປ່າສງວນແຫ່ງຊາດ ນໍ້າກະດິງ ຖືກຊາວບ້ານບຸກລຸກ ເພື່ອປູກມັນຕົ້ນ, ຢາງພາຣາ ແລະໄມ້ກະຍູງ ຮວມເນື້ອທີ່ທັງໝົດ 6,500 ເຮັກຕາ ແລະວ່າ ໃນເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ຈະເປີດກອງປະຊຸມປຶກສາຫາລື ເພື່ອເອົາດິນນັ້ນຄືນ, ແຕ່ບ່ອນໃດ ເໝາະ ແກ່ການກະສິກັມ ກໍຈະຈັດສັນໃຫ້ ດັ່ງທີ່ທ່ານກ່າວ ໃນມື້ວັນທີ 30 ມິນາ ນີ້ວ່າ:
“ກໍສິໄດ້ເກັບຄືນຫັ້ນແຫລະ ຖືວ່າບ່ອນໃດມັນເໝາະສົມ ແກ່ການກະສິກັມ ເຮົາກໍຕ້ອງໄດ້ຈັດສັນໃຫ້ເຂົາ. ໂຕທີ່ມັນບໍ່ເໝາະສົມ ຄື ໂຕມັນເປັນເນີນພູສູງເນາະ ຕິດກັບພູໃຫຍ່ເນາະ ດຽວນີ້ເຂົາເຈົ້າຖາງເນາະ ຮອດຣະດັບທີ 220-230 ແມັດ ພາຍຫລັງປີ ໃໝ່ບໍ໋ ຫລືວ່າກ່ອນປີໃໝ່ ສິມາເວົ້າເຣື່ອງກອງປະຊຸມ ສິປຶກສາກັບຜແນກ ຊັພຍາກອນທັມຊາດ ແລະສິ່ງ ແວດລ້ອມ ວ່າສິເຮັດຈັ່ງໃດ ເຣື່ອງການລົງໄປຈັດສັນທີ່ດິນ.”
ທ່ານກ່າວຕື່ມວ່າ ອີງຕາມຂໍ້ມູນທີ່ບໍ່ເປັນທາງການ, ແຕ່ປີ 2011ມາ ທີ່ດິນປ່າສງວນແຫ່ງຊາດ ນໍ້າກະດິງ ຖືກຊາວບ້ານ 500 ຄອບຄົວ ບຸກລຸກ.
ແລະຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງນີ້ເວົ້າວ່າປ່າສງວນແຫ່ງຊາດເຊປຽນ-ເຊນໍ້ານ້ອຍ ດົງຫົວສາວ ແລະພູຊຽງທອງ ຖືກຊາວບ້ານບຸກລຸກ 3,000 ປາຍເຮັກຕາ. ເພື່ອແກ້ໄຂບັນຫາດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ມີແຜນທີ່ຈະປຶກສາ ຫາລືກັນ ໃນ 3 ເດືອນຂ້າງໜ້າ, ຫາກຊາວບ້ານຜູ້ໃດປູກມັນຕົ້ນຢູ່ດິນ ໃນເຂດປ່າສງວນ ທີ່ໄດ້ຈັດສັນໃຫ້ ກໍອະນຸຍາດໃຫ້ປູກໄດ້ ດັ່ງທີ່ທ່ານກ່າວວ່າ:
“ຖ້າວ່າຢູ່ໃນເຂດໃດ ເພິ່ນຈັດສັນວ່າສ່ວນນີ້ ແມ່ນເປັນສ່ວນທີ່ສາມາດເຂົ້າທໍາການຜລິດໄດ້ ຕ້ອງຢູ່ໃນໂຊນຂອງເພິ່ນຈັດສັນໄວ້ ເທົ່ານັ້ນຈັ່ງໄດ້. ສ່ວນຫລາຍເຂົາກໍບໍ່ຢຸດ ໃນເຂດ ຈັດສັນດອກ ເອົາຕາມທີ່ເຂົາບໍ່ສາມາດເຮັດໄດ້ ວ່າຊັ້ນສະ. ລໍໄປຈັກ 3 ເດືອນເນາະ 3 ເດືອນ ເຮົາຈະຮູ້ຜົລວ່າ ເຮົາສາມາດຈັດຕັ້ງ ປະຕິບັດໄດ້ ດິນທີ່ໄດ້ອອກໄປ ໄດ້ສົ່ງຄືນແນວໃດ ມອບຄືນແນວໃດ ມີການຊົດເຊີຍ ແນວໃດ ມີການປະຕິບັດຕໍ່ຜູ້ຣະເມີດແນວໃດ.”
ແຕ່ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ແຂວງນີ້ເວົ້າວ່າ ປັດຈຸບັນ ປ່າສງວນແຫ່ງຊາດນໍ້າຫ້າມ ບໍ່ຄ່ອຍ ຈະຖືກບຸກລຸກຫລາຍແລ້ວ ຄືຕັ້ງແຕ່ຕົ້ນປີນີ້ມາ ກວດພົບຊາວບ້ານ ເຂົ້າໄປປູກຫຍ້າລ້ຽງສັດ ພຽງ 2-3 ເຮັກຕາ ເທົ່ານັ້ນ ເນື່ອງຈາກເຈົ້າແຂວງ ອອກຂໍ້ຕົກລົງ ຫ້າມທະຫານ ແລະ ພະນັກງານຣັຖ ພາປະຊາຊົນເຮັດ, ດັ່ງທີ່ທ່ານກ່າວ ວ່າ:
“ສໍາລັບປີນີ້ ບໍ່ຫລາຍປານໃດ໋ ອ້າຍນ້ອງເຂົາໄປກວດກໍ ປະມານ 2-3 ເຮັກຕາ ນີ້ແຫລະ ພໍດີໄປເຈີນີ໋ ເຂົາອະນາມັຍພື້ນທີ່ມັນຊື່ໆ ແລ້ວກໍເຮັດບັນທຶກໝົດ ທາງເຮົານີ໋ກໍບັນດາພາກສ່ວນ ໃຫ້ການຮ່ວມມືເພາະວ່າ ໄທເຮົານີ້ມັນຈະມີຂໍ້ຕົກລົງ ຂອງເຈົ້າແຂວງ. ຖ້າແມ່ນທະຫານ ພະນັກງານ ປະຊາຊົນເຮັດ ສິຢຸດຂັ້ນ ຂັ້ນເງິນເດືອນ 3-6 ເດືອນ ໂຍກຍ້າຍໜ້າທີ່ ມັນມີຂໍ້ໂຕນີ້ ອອກຜົລດີ ຂອງໄທເຮົາຫັ້ນນ່າ.”
ສໍາລັບແຂວງບໍ່ແກ້ວ ເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ເມືອງຫ້ວຍຊາຍ ເວົ້າວ່າປັດຈຸບັນປ່າສງວນແຫ່ງຊາດນໍ້າກ້ານ ກໍບໍ່ຄ່ອຍ ມີຊາວບ້ານບຸກລຸກ ເນື່ອງຈາກວ່າ ທີ່ຜ່ານມາ ໄດ້ຈັດສັນ ແລະເຮັດໃບມອບດິນ ມອບປ່າໃຫ້ຊາວບ້ານນໍາໃຊ້ ເພື່ອທໍາການຜລິດ ຊົ່ວຄາວ:
“ເຂົາເຈົ້າບຸກເຂົ້າໄປ ໃນເຂດຫວງຫ້າມ ອັນນີ້ນີ໋ ພວກເຮົາທວງເອົາຄືນ ອັນນີ້ນີ໋ຄັນຖ້າມັນນອນ ຢູ່ໃນຂອບເຂດປ່າສງວນ ໃນເຂດ ຫວງຫ້າມ ພວກເຮົາຈະບໍ່ຈັດ ຄືບໍ່ມີກໍຄືບໍ່ມີ ສະນັ້ນເອກສານສິດ ພວກເຮົາຈະບໍ່ມອບໃຫ້.”
ທ່ານກ່າວຕື່ມອີກວ່າ ເມືອງຫ້ວຍຊາຍ ມີນັກທຸຣະກິດມາລົງທຶນປູກຢາງ ຢູ່ເຂດປ່າສງວນແຫ່ງຊາດນໍ້າກ້ານ ໃນເນື້ອທີ່ 200- 300 ເຮັກຕາ ທີ່ທາງຂັ້ນເທິງອະນຸຍາດໃຫ້ ຢ່າງຖືກຕ້ອງ. ນອກຈາກນັ້ນ ເມືອງຫ້ວຍຊາຍ ຍັງໄດ້ຮັບການຊ່ວຍເຫຼືອ ດ້ານງົບປະມານຈາກ ອົງການ ຈັດຕັ້ງຕ່າງປະເທດ ໃຫ້ຈັດຕັ້ງທິມເຈົ້າໜ້າທີ່ປ່າໄມ້ລາດຕະເວນ ໃນເຂດປ່າສງວນແຫ່ງຊາດ ເພື່ອປ້ອງກັນບໍ່ໃຫ້ມີຄົນເຂົ້າ ມາທໍາການຜລິດ.
ໃນຂໍ້ທີ 2 ຂອງແຈ້ງການຂອງຣັຖມົນຕຣີ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເລກທີ 1428 ນັ້ນເວົ້າວ່າ ສໍາລັບ ການອອກໜັງສືຢັ້ງຢືນ ການນໍາໃຊ້ທີ່ດິນປ່າໄມ້ ໃຫ້ປະຊາຊົນ ທີ່ໄດ້ອາສັຍ ແລະທໍາການຜລິດຢູ່ໃນຂອບເຂດ ທີ່ດິນປ່າໄມ້ກ່ອນການ ກໍານົດເຂດດັ່ງກ່າວເປັນທີ່ດິນປ່າໄມ້ ແມ່ນໃຫ້ສືບຕໍ່ດໍາເນີນໃນໂຄງການເຂດ ທີ່ໄດ້ຕົກລົງໃຫ້ ທົດລອງປະຕິບັດໂຄງການ ຮັບຮູ້ສິດ ນໍາໃຊ້ທີ່ດິນປ່າໄມ້ໃຫ້ແກ່ປະຊາຊົນ.
ແຕ່ການປະຕິບັດນັ້ນ ຕ້ອງໃຫ້ສອດຄ່ອງກັບມາດຕຣາ 44 ຂອງກົດໝາຍວ່າດ້ວຍ ທີ່ດິນ ສະບັບປັບປຸງປີ 2019 ທີ່ໄດ້ກໍານົດໄວ້ວ່າ:
“ຣັຖຮັບຮູ້ການນໍາໃຊ້ ທີ່ດິນຂອງປະຊາຊົນ ທີ່ໄດ້ອາສັຍ ແລະທໍາການຜລິດ ຢູ່ໃນເຂດທີ່ດິນປ່າໄມ້ ກ່ອນການກໍານົດເຂດ ດັ່ງກ່າວ ເປັນທີ່ດິນປ່າໄມ້”
ປັດຈຸບັນ ທົ່ວປະເທດລາວ ມີປ່າສງວນແຫ່ງຊາດປະມານ 20 ປາຍແຫ່ງ.