ໂຄງການພັທນາປ່າໄມ້ ແບບຍືນຍົງ
2013.05.30
ສປປລາວ ໄດ້ຮັບເງິນ ຊ່ອຍເຫລືອ ໃນໂຄງການ ພັທນາ ປ່າໄມ້ ແບບຍື່ນຍົງ.
ໂຄງການ ພັທນາ ປ່າໄມ້ ແບບຍືນຍົງ ໃນລາວ ເປັນໂຄງການ ອະນຸລັກ ປ່າໄມ້ ໃນຈຸດປະສົງ ເພື່ອຫລຸດຜ່ອນ ການປ່ອຍ ອາຍເສັຽ ຂື້ນທ້ອງຟ້າ ຈາກ ຫລາຍປະເທດ ໃນຂົງເຂດ ແລະ ໃນໂລກ. ສປປລາວ ມີໂຄງການ ດັ່ງກ່າວນີ້ ໃນເຂດ 4 ແຂວງ ພາກເຫນືອ ຂອງປະເທດ.
ໂຄງການ ດັ່ງກ່າວ ຈະມີການ ປູກຕົ້ນໄມ້ ທົດແທນ ແລະ ການປາບປາມ ກຸ່ມລັກຕັດໄມ້ ຊະຊາຍ ດ້ວຍການ ຝຶກອົບຮົມ ເຈົ້າຫນ້າທີ່ ແລະ ກຸ່ມຊາວບ້ານ ໃນເຂດ ເປົ້າຫມາຍ ແລະ ກໍເປັນພາກສ່ວນ ໃນໂຄງການ ພັທນາ ຊົນນະບົດ ໃນລາວ.
ໂຄງການນີ້ ຈະເລີ້ມຈາກ 4 ແຂວງໄປຮອດ 9 ແຂວງ ໃນຈຳນວນ ແຂວງທັງ ຫມົດ 16 ແຂວງ ຂອງລາວ ໃນພື້ນທີ່ ເປົ້າຫມາຍ 16 ປ່າ ໃນຈຳນວນ 51 ປ່າ ໃນທົ່ວປະເທດ ຫລື ປະມານ 2 ລ້ານ ກວ່າເຮັກຕາ ໃນສັດສ່ວນ 3ສ່ວນ4 ຂອງ ພື້ນທີ່ ທັງຫມົດ ໃນລາວ.
ໂຄງການທັງຫມົດ ເຫລົ່ານີ້ ຕົກເປັນມູນຄ່າ ໃນການໃຊ້ ຈ່າຍເຖິງ 39 ລ້ານ 3 ແສນ 9 ມື່ນໂດລາ ໃນນັ້ນ 19 ລ້ານ ແມ່ນໄດ້ຮັບ ການຊ່ອຍເຫລືອ ຈາກ ອົງການສາກົນ ແລະ 12 ລ້ານ 8 ແສນໂດລາ ແມ່ນການ ຊອ່ຍເຫລືອ ຂອງອົງການ ກອງທຶນ ສຳລັບ ອະນຸລັກ ປ່າໄມ້ ແລະ ການປົກປ້ອງ ອາກາດເສັຽ ແລະ ອີກ 7 ລ້ານ 5 ແສນ ແມ່ນການ ບໍຣິຈາກ ຂອງ ຣັຖບານລາວ ເອງ ຕໍ່ໂຄງການ ດັ່ງກ່າວ ຣັຖບານ ຟິນແລັນ ກໍໃຫ້ການ ຊ່ອຍເຫລືອ ທາງດ້ານ ເທກນິກ ທີ່ຄິດເປັນ ມູນຄ່າ ປະມານ 14 ລ້ານໂດລາ