ນໍ້າຖ້ວມທໍາລາຍຊົລປະທານ ຢູ່ພາກໃຕ້
2014.09.15

ເຈົ້າຫນ້າທີ່ ກະສິກັມ ແລະ ປ່າໄມ້ ເວົ້າວ່າ ເຫດ ນ້ຳຖ້ວມ ເດືອນ ສິງຫາ ປີ 2014 ທີ່ ແຂວງ ຈຳປາສັກ ແລະ ແຂວງ ສາຣະວັນ ສົ່ງ ຜົລກະທົບ ຕໍ່ຣະບົບ ຊົລປະທານ ຢ່າງໜັກ ຖ້າສ້ອມແປງ ບໍ່ແລ້ວ ຈະສົ່ງ ຜົລກະທົບ ຕໍ່ການ ປູກເຂົ້າ ຣະດູແລ້ງ. ດັ່ງທ່ານ ກ່າວວ່າ:
"ຍັງຫລາຍຈຸດ ສ້ອມແປງ ບໍ່ໄດ້ ຝາຍກໍຍັງ ສ້ອມແປງ ບໍ່ໄດ້ ແກ້ ພໍ ທັມມະດາ ຊື່ໆ ຝາຍນະ ມັນຕ້ອງໄດ້ ກໍ່ສ້າງຂຶ້ນໃຫມ່ ນີ້ເຮັດ ພໍແກ້ ເອົານ້ຳ ເຂົ້ານາ ຊ່ວງຣະຍະ ນີ້ເນາະ".
ທ່ານກ່າວ ຕື່ມວ່າ ຣະບົບ ຊົລປະທານ ທີ່ ເປ່ເພ ທີ່ ແຂວງ ຈຳປາ ສັກ ແລະ ແຂວງ ສາຣະວັນ ນັ້ນ ແມ່ນເກີດ ຈາກ ນ້ຳຖ້ວມ ໃນ 71 ແຫ່ງ ຮວມມູນຄ່າ ຄວາມເສັຽຫາຍ 6 ຕື້ກີບ ທີ່ ແຂວງ ຈຳປາ ສັກ 29 ແຫ່ງ ແລະ ແຂວງ ສາຣະວັນ 42 ແຫ່ງ. ປັດຈຸບັນ ທາງ ການ ກໍໄດ້ສົ່ງ ເຈົ້າຫນ້າທີ່ ໄປສ້ອມແປງ ບາງບ່ອນ ຊົ່ວຄາວ ເພື່ອສນອງນ້ຳ ສຳລັບ ການເຮັດນາ ປີນີ້ ສ່ວນການ ແກ້ໄຂ ຣະຍະຍາວ ນັ້ນ ຍັງລໍຖ້າ ງົບປະມານ ຈາກ ຂັ້ນເທີງ ຢູ່.
ນອກຈາກນີ້ ຍັງມີ ຣາຍງານ ຄວາມ ເສັຽຫາຍ ຣະບົບ ຊົລປະທານ ໃນບ່ອນ ອື່ນໆອີກ ທາງການ ບໍ່ມີ ງົບປະມານ ໃນການ ຊ່ອຍເຫລືອ ບາງແຫ່ງ ຊາວບ້ານ ເຂົ້າເງິນກັນ ແປງເອົາເອງ. ໃນເດືອນ ສິງຫາ ຜ່ານມາ ແຂວງ ຈຳປາສັກ ໄດ້ຮັບ ຜົລກະທົບ ນ້ຳຖ້ວມ ປະມານ 11,800 ເຮັກຕາ ແລະ ແຂວງ ສາຣະວັນ ມີນ້ຳຖ້ວມ ທີ່ ເມືອງ ວາປີຄໍາທອງ ແລະ ເມືອງ ຄົງເຊໂດນ ປະມານ 8400 ເຮັກຕາ.