ຜູ້ຖືກໄພນໍ້າຖ້ວມຍັງຖ້າການ ຊ່ອຍເຫຼືອ
2015.08.11

ເຖິງແມ່ນວ່າ ສະພາບການ ນໍ້າຖ້ວມ ໃນຫຼາຍແຂວງ ຂອງລາວ ຈະຫຼຸດຜ່ອນ ລົງແດ່ແລ້ວ ກໍຕາມ, ແຕ່ ຜູ້ປະສົບ ໄພ ໃນບາງແຂວງ ກໍຍັງລໍຖ້າ ການ ຊ່ອຍເຫລືອ ຈາກ ທາງການ ຢູ່, ເປັນຕົ້ນ ຢູ່ ເມືອງລອງ ແຂວງ ຫລວງນໍ້າທາ ທີ່ ກໍາລັງ ປະສົບກັບ ຄວາມ ເດືອດຮ້ອນ ຫຼາຍ ຈາກເຫດ ນໍ້າຖ້ວມ, ຫຼາຍຄົນ ບໍ່ມີບ່ອນຢູ່ ອາໄສ, ເຮືອນ ຫຼາຍຫຼັງ ໄດ້ຖືກ ນໍ້າພັດໄປ. ການຊ່ອຍເຫຼືອ ທີ່ ປະຊາຊົນ ໄດ້ຮັບ ມີພຽງແຕ່ ອາຫານ ແລະ ນໍ້າດື່ມ ທີ່ ບໍ່ພຽພໍ. ດັ່ງ ເຈົ້າໜ້າທີ່ ເມືອງລອງ ທ່ານນຶ່ງ ເວົ້າວ່າ:
"ຄວາມ ເດືອດຮ້ອນ ຂອງ ຊາວບ້ານ ນີ້ມັນກໍ ຫຼາຍຢ່າງ, ອະນຸ ກັມມະການ ແກ້ໄຂ ໄພພິບັດ ຂັ້ນເມືອງ ນີ້ກໍໄດ້ ແກ້ໄຂ ຂັ້ນ ສຸກເສີນ ຊື່ໆ, ພວກເພິ່ນ ໄດ້ ໄປມອບ ເຄື່ອງ ບັນເທົາທຸກ ພວກເຮົາ ໄດ້ເອົາ ເຂົ້າສານ ໄປໃຫ້ ຄອບຄົວລະ 20 ກິໂລ ຊື່ໆ, ປັດຈຸບັນ ນີ້ ນໍ້າກິນ ນໍ້າໃຊ້ ກະຍັງ ຂາດ".
ທ່ານກ່າວ ອີກວ່າ ຢູ່ ເມືອງລອງ ເກີດ ນໍ້າຖ້ວມ ໜັກ ຢູ່ 2 ບ້ານ, ປະຊາຊົນ ຫຼາຍຮ້ອຍ ຄອບຄົວ ກໍາລັງ ເດືອດຮ້ອນ. ໃນນັ້ນ ມີ 30 ຄົນ ບໍ່ມີບ່ອນ ຢູ່ອາໄສ ຍ້ອນ ນໍ້າພັດ ເຮືອນ ໄປ 7 ຫລັງ, ຈໍາຕ້ອງ ໄດ້ຍ້າຍ ໄປຢູ່ນໍາ ຍາດພີ່ນ້ອງ, ແລະ ຫວັງວ່າ ຈະໄດ້ຮັບ ການຊ່ອຍເຫຼືອ ຈາກ ທາງການ ດ້ວຍການ ຊ່ອຍສ້າງ ເຮືອນ ຫຼັງໃໝ່ ໃຫ້.
ໃນຂນະ ດຽວກັນ ປະຊາຊົນ 700 ກວ່າ ຄອບຄົວ ຢູ່ເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ກໍກໍາລັງ ພົບກັບ ຄວາມ ເດືອດຮ້ອນ ຫຼັງນໍ້າຖ້ວມ ເຊັ່ນ ດຽວກັນ. ຫຼາຍຄົນ ຂາດທັງ ອາຫານ ເຄື່ອງນຸ່ງ ເຄື່ອງນອນ, ເຖິງແມ່ນ ຈະໄດ້ຮັບ ການຊ່ອຍເຫຼືອ ໃນເບື້ອງຕົ້ນ ແລ້ວ ແຕ່ ບໍ່ພຽງພໍ. ດັ່ງ ເຈົ້າໜ້າທີ່ ບໍຣິຄຳໄຊ ເວົ້າວ່າ:
"ໃນຣະຍະ ຜ່ານມາ ໄທເຮົາ ບໍ່ທັນໄດ້ ສະເພາະ ເຈາະຈົງ ດອກເນາະ, ຖືວ່າເພິ່ນ ຊ່ອຍເຫລືອ ບັນເທົາທຸກ ກະມີແຕ່ ໝີ່ ກັບ ປ໊ອງປາ ນໍ້າດື່ມ ໄປແນວນັ້ນ ແລ້ວ ສຸກເສີນ ເດ໊ ກະຍາກ ຊິມີແຜນ ຟື້ນຟູ ເດ".
ທ່ານ ກ່າວ ຕໍ່ໄປວ່າ ປັດຈຸບັນ ເຈົ້າໜ້າທີ່ ກໍາລັງ ລົງ ສໍາຣວດ ຄວາມ ເສັຽຫາຍ ວ່າເນື້ອທີ່ ປູກຝັງ ແລະ ສິ່ງ ປຸກສ້າງ ເສັຽຫາຍ ຫຼາຍໜ້ອຍ ຊໍ່າໃດ. ຫລັງຈາກ ນັ້ນ ກໍຈະ ຣາຍງານ ໄປຫາທາງ ແຂວງ ເພື່ອ ຂໍການ ຊ່ວຍເຫລືອ ຈາກ ທາງສູນກາງ.