ເປົ້າໝາຍປູກຕົ້ນໄມ້ປະຕິບັດ ບໍ່ໄດ້
2013.11.15
ເຈົ້າໜ້າທີ່ ກະຊວງກະສິກັມປ່າໄມ້ ຜູ້ຂໍສງວນຊື່ ເປິດເຜີຍຕໍ່ເອເຊັຍເສຣີ ເມື່ອບໍ່ດົນມານີ້ ເວົ້າວ່າ ເປັນການຍາກ ທີ່ຣັຖບານລາວ ຈະສາມາດ ບັນລຸເປົ້າໝາຍໂຄງການຟື້ນຟູ ສະພາບປ່າໄມ້ ໃຫ້ປົກຫຸ້ມໄດ້ເຖິງ 60 ເປີເຊັນ ຂອງເນື້ອທີ່ ທັງໝົດ ໃນປີ2015.
ໃນສະພາບໂຕຈິງກໍຄື ນອກຈາກມີການລັກລອບຕັດໄມ້ ທໍາຣາຍປ່າ ທີ່ເກິດຂຶ້ນຢ່າງກວ້າງຂວາງ ໃນທົ່ວປະເທດແລ້ວ ກໍມີສາເຫດສໍາຄັນອີກ ປະການນຶ່ງ ກໍຄືການລົງທຶນ ຂອງເອກຊົນ ແລະ ຕ່າງຊາດທີ່ຕ້ອງໃຊ້ ຜືນແຜ່ນດິນ ໃນລາວ ນັ້ນນັບມື້ຫລາຍຂື້ນ. ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ:
“ໂຕເລກທີ່ໄດ້ຄົ້ນຄວ້າ ສະຫນອງໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກກໍຄື 60% ໃນປີ 2015 ຍັງເປັນໂຕເລກ ສືບຕໍ່ພິຈາຣະນາ ຍົກຕົວ ຢ່າງມີບາງບໍຣິເວນ ທີ່ພວກເຮົາກໍານົດ ເປັນປ່າປ້ອງກັນເນາະ ຫຼືປ່າຟື້ນຟູ ແຕ່ວ່າການລົງທຶນ ມັນຕ້ອງມີເນື້ອທີ່ ກວ້າງຂວາງ”.
ຢ່າງໃດກໍຕາມ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທ່ານນີ້ ແມ່ນວ່າ 60% ຂອງເນື້ອທີ່ປັຈຈຸບັນນີ້ ທາງການລາວ ໄດ້ອະນຸຍາດ ສັມປະທານທີ່ດິນ ໃຫ້ແກ່ພາກເອກຊົນ ແລະຕ່າງຊາດໄປແລ້ວເຖີງ 2135 ສັນຍາ. ຊື່ງໃນນັ້ນ ແບ່ງເປັນ ສັມປະທານທີ່ດິນ ຂອງພາກເອກຊົນ 1140 ສັນຍາ ໂດຍມີເນື້ອທີ່ສັມປະທານ ຫລາຍກ່ວາ 1 ແສນເຮັກຕາ ສ່ວນທີ່ເຫລືອ ເປັນສັນຍາສໍາປະທານກັບຕ່າງຊາດ ຊື່ງມີເນື້ອທີ່ກວ້າງກວ່າ 3 ແສນ ເຮັກຕາ.