ທາງການລາວຈະບັງຄັບໃຊ້ ກົດໝາຍ ສັດນໍ້າ,ສັດປ່າ

ທາງການລາວ ພຍາຍາມ ເຮັດໃຫ້ກົດໝາຍ ວ່າດ້ວຍ ສັດນໍ້າ,ສັດປ່າ ຖືກບັງຄັບໃຊ້ ເພື່ອຮັກສາ ສັດປ່າ.

ອົງກອນອະນຸຮັກສັດປ່າສາກົນ ປະຈໍາ ສປປ ລາວ ພາກັນຊ່ອຍຊີວິດຂອງ ໝີແພນດາແດງ ທີ່ທາງເຈົ້າໜ້າທີ່ ຍຶດມາໄດ້ຈາກ ພວກລັກລອບ ຄ້າສັດປ່າ Photo credit: Free The Bear

ທາງການລາວ ຮ່ວມມືກັບກອງທຶນສັດປ່າໂລກ WWF ປະຈໍາ ສປປ ລາວ ພຍາຍາມເຮັດໃຫ້ ກົດໝາຍ ວ່າດ້ວຍ ສັດນໍ້າ,ສັດປ່າ ຖືກ ບັງຄັບໃຊ້ ເພື່ອຮັກສາ ເພື່ອສະກັດກັ້ນ ການລ່າ ແລະຄ້າຂາຍສັດປ່າ ປະເພດຫວງຫ້າມ ຊຶ່ງ ມີວາງຂາຍ ຢູ່ຕາມຕລາດສົດ ໃນແຂວງ ຕ່າງໆຂອງລາວ ເຖິງແມ່ນວ່າທາງການ ຈະຄຸ້ມຄອງ ໂດຍໃຊ້ຣະບຽບກົດໝາຍ ຢູ່ກໍຕາມ. ດັ່ງເຈົ້າໜ້າທີ່ ກົມປ່າໄມ້ ໜ່ວຍຄຸ້ມຄອງສັດປ່າ ກະຊວງກະສິກັມ ແລະປ່າໄມ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 16 ກຸມພາ ນີ້ວ່າ:

"ພວກເຮົາກໍມີການຄຸ້ມຄອງ ຢ່າງເຂັ້ມງວດແລ້ວດຽວນີ້ ແຕ່ພວກເຮົາກໍປະຕິເສດ ບໍ່ໄດ້ເນາະ ກໍຍັງພົບເຫັນປະຊາຊົນ ມີການລັກລອບລ່າ ແລ້ວກໍ ຊື້,ຂາຍສັດປ່າ ປະເພດຫວງຫ້າມ ຫ້າມລ່າທຸກຊນິດ ດຽວນີ້ພວກເຮົາກໍກໍາລັງ ກຽມຈັດຕັ້ງປະຕິບັດ ລົງໂຄສະນາ ປູກຈິດສໍານຶກ ຕ່າງໆ."

ທ່ານກ່າວຕື່ມວ່າ ການຈັດຕັ້ງປະຕິບັດ ມາຕການສະກັດກັ້ນ ບັນຫາດັ່ງກ່າວ ໃນລະຍະຜ່ານມາ ແຕ່ກໍຍັງມີຄວາມຫຍູ້ງຍາກ ຫລາຍຢ່າງ ໃນການແກ້ໄຂ ໂດຍສະເພາະ ການບັງຄັບໃຊ້ກົດໝາຍ ຄຸ້ມຄອງສັດປ່າ ທີ່ ຍັງບໍ່ສາມາດປະຕິບັດ ໄດ້ຢ່າງແທ້ຈິງ ຮວມທັງການກວດກາ ສັດປ່າ ຢູ່ຄາຊີໂນ ຄິ້ງສໂຣມັນ ໃນເຂດເສຖກິດພິເສດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເຂດເສຖກິດສະເພາະ ບໍ່ເຕັນ ແຂວງຫລວງນໍ້າທາ ຍ້ອນເປັນເຂດ ທີ່ມີຣະບຽບ ກົດໝາຍສະເພາະ. ດັ່ງນັ້ນຈຶ່ງເຮັດໃຫ້ ການເຂົ້າກວດກາ ຟາມເສືອ ຂອງເຈົ້າໜ້າທີ່ ມີຄວາມຫຍູ້ງຍາກ ຮວມເຖິງການເຂົ້າໄປກວດກາ ຟາມເສືອ ຂອງບໍຣິສັດເອກຊົນ ໃນແຂວງ ສາລະວັນ ແຂວງຄໍາມ່ວນ ນໍາດ້ວຍ.

ບຸຄລາກອນດ້ານວິຊາການ ໃນການ ຄຸ້ມຄອງສັດປ່າ ແລະ ການຊ່ວຍກອບກູ້ສັດປ່າ ກໍຍັງບໍ່ມີຄວາມພ້ອມ ທັງທາງດ້ານທິສດີ ແລະການ ປະຕິບັດຕົວຈິງ. ນອກຈາກການບັງຄັບໃຊ້ກົດໝາຍ ທີ່ວ່ານັ້ນແລ້ວ ເຈົ້າໜ້າທີ່ກໍໄດ້ ໄປຣະດົມປະຊາຊົນ ໃຫ້ຮູ້ຈັກ ປົກປັກຮັກສາສັດປ່າ ໄປລົງໂຄສະນາ ເຜີຍແຜ່ຣະບຽບກົດໝາຍ ຄຸ້ມຄອງສັດປ່າ ເພື່ອຫວັງບໍ່ໃຫ້ສັດປ່າ ປະເພດຫວງຫ້າມ ຖືກລ່າອີກຕໍ່ໄປ.

WWF ປະຈໍາລາວ ກໍວ່າພ້ອມສນັບສນູນຣັຖບານລາວ ໃນການປະຕິບັດວຽກງານ ໃນການບັງຄັບໃຊ້ກົດໝາຍ ເພື່ອຄຸ້ມຄອງ ຮວມທັງການ ສ້າງຄວາມເຂັ້ມແຂງ ໃຫ້ເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ສັດນໍ້າ,ສັດປ່າ ທີ່ວ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org