ລາວ ຂາຍຊ້າງໄປຕ່າງປະເທດ

ຈໍາປາທອງ
2017.07.26
F-elephants ບຸນຊ້າງປະຈໍາປີ ທີ່ ແຂວງໄຊຍະບູຣີ
RFA/PN

ໃນລະຍະ 2 ປີ ຜ່ານມານີ້ ສປປລາວ ຂາຍຊ້າງ ໃຫ້ຕ່າງປະເທດ 100 ປາຍໂຕ, ໜັງສືພິມ The Guardian ຂອງອັງກິດ ສະບັບວັນທີ 25 ກໍຣະກະດາ ນີ້ຣາຍງານວ່າ ຊ້າງຈາກລາວ ຈໍານວນ 88 ໂຕ ຢູ່ໃນສວນສັດ ຊາຟາຣີ 2 ແຫ່ງ ໃນປະເທດຈີນ. ຊ້າງທີ່ວ່ານີ້ ຖືກຂາຍ ໃຫ້ຈີນແບບບໍ່ຖືກຕ້ອງ ຕາມກົດໝາຍ ໃນຣາຄາໂຕລະ 30 ສິບພັນ ໂດລາ ສະຫະຣັຖ.

ປັດຈຸບັນ ສປປລາວ ມີກົດໝາຍຄຸ້ມຄອງຊ້າງ, ຫ້າມຊື້ຂາຍ ໂດຍບໍ່ໄດ້ຮັບ ອະນຸຍາດ, ແຕ່ເຈົ້າໜ້າທີ່ ກວດກາປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ເວົ້າວ່າ ຫ້າມຊື້, ຫ້າມຂາຍ ຊ້າງ ແຕ່ແລກປ່ຽນ ກັບ ຕ່າງປະເທສໄດ້. ດັ່ງທ່ານກ່າວວ່າ:

"ບໍ່,ບໍ່ມີແຕ່ ດູບາຍ ບໍ່ໄດ້ຂາຍບໍ່ໄດ້ສົ່ງອອກ ບໍ່ໄດ້ໃຫ້ບໍ່ໄດ້ຂາຍ ເຂົາເຊົ່າໄປຊື່ໆ ມັນກໍວ່າ ຫ້າມຊື້້້ຫ້າມຂາຍ ແຕ່ຄັນວ່າ ແລກປ່ຽນ ຕ່າງຊາດ ຫັ້ນໄດ້ ຄວາມຈິງເປັນຊ້າງຂອງ ປະຊາຊົນ ບໍ່ແມ່ນຊ້າງ ຂອງຣັຖບາລ".

ທ່ານກ່າວອີກວ່າແຕ່ກ່ອນ ສປປລາວ ບໍ່ມີກົດໝາຍ ຄຸ້ມຄອງຊ້າງ ເຮັດໃຫ້ກຸ່ມນາຍທຶນ ຕ່າງປະເທສ ເຂົ້າມາຊື້ຊ້າງ ໃນລາວ ໂດຍສະເພາະ ນາຍທຶນຈີນ ທີ່ເຂົ້າມາຊື້ ຢູ່ແຂວງ ໄຊຍະບູລີ ເປັນຈໍານວນຫຼວງຫຼາຍ ແລ້ວຂົນຜ່ານ ເຂດເສຖກິດ ສະເພາະ ບໍ່ເຕັນ ໄປ.

ເມື່ອປີ 2012 ຣັຖບາລ ສປປລາວ ໄດ້ມອບຊ້າງໃຫ້ ຍີ່ປຸ່ນ ເຊົ່າ 8 ໂຕ ແລະໃນຕົ້ນປີ ຜ່ານມາ ກໍມີນາຍທຶນຈາກ ດູບາຍ ໄດ້ຕິດຕໍ່ຜ່ານ ເຈົ້າໜ້າທີ່ ທ້ອງຖິ່ນ ຜູ້ນຶ່ງ ຢູ່ແຂວງ ໄຊຍະບູລີ ເຂົ້າມາຊື້ຊ້າງ 17 ໂຕ, ແຕ່ຖືກທາງການລາວ ຈັບໄດ້ ຂນະທີ່ກໍາລັງ ຂົນຊ້າງອອກນອກ ປະເທສ ແລະ ໄດ້ຈັບນາຍໜ້າ ທີ່ເປັນຄົນ ຕ່າງປະເທສ 2 ຄົນ. ດັ່ງ ເຈົ້າໜ້າທີ່ ກອງທຶນ ເພື່ອສັດປ່າໂລກ ປະຈໍາລາວ ເວົ້າວ່າ:

"ຊື້ຊ້າງຈາກໄຊຍະບູລີ 16 ຫລື 17 ເຊືອກນີ້ແຫລະ ທີ່ເອາໄປ ດູບາຍ ແລ້ວໄປຢູ່ໃນ ຊາຟາຣີ ຫລັງຈາກ ທີ່ທາງການ ໄດ້ຮູ້ເຣຶ່ອງແລ້ວ ກໍດໍາເນີນການ ໃຫ້ຢຸດເນາະ ແລະ ດໍາເນີນການ ຈັດສົ່ງຊ້າງຄືນ ແຂວງໄຊຍະບູລີ ຖ້າວົງເງິນນີ້ບໍ່ແນ່ ແຕ່ວ່າມີເງິນ ມັດຈໍາຕ່າງໆຜ່ານມາ".

ແລະເຈົ້າໜ້າທີ່ ອົງການອະນຸຮັກ ພັນຊ້າງ ໃນຂົງເຂດອາຊຽນ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGO ປະຈໍາລາວ ເວົ້າວ່າ ປັດຈຸບັນ ຊ້າງຢູ່ລາວ ເຫລືອໜ້ອຍເຕັມທີ ຍ້ອນປະຊາຊົນ ຂາຍໃຫ້ ຕ່າງປະເທສຫຼາຍ ໃນຣະຍະຜ່ານມາ ແລະ ເລືອກຂາຍແຕ່ ຊ້າງໜຸ່ມ ເພາະໄດ້ຣາຄາດີ ດັ່ງ ທີ່ທ່ານກ່າວວ່າ:

"ສະເພາະຊ້າງ ຊ້າງຢູ່ລາວຍັງມີແຕ່ ສະເພາະຊ້າງບ້ານບໍ່ຮອດ 600 ໂຕມີແຕ່ 600 ໂຕຕ້ອງຮັກສາໄວ້ດີໆ ອະນຸຮັກດີໆ ໂດຍສະເພາະ ເອົາຊ້າງໄປ ຕ່າງປະເທສ ຂ້າພະເຈົ້າ ບໍ່ສ່າງເວົ້າ ເພາະວ່າສ່ວນຫລາຍ ເປັນຊ້າງ ເອກກະຊົນ ຊ້າງສ່ວນຕົວ ແຕ່ວ່າມາຮອດນີ້ ຖ້າສົ່ງ ສະເພາະ ຊ້າງຕົວແມ່ ອາຍຸໜຸ່ມ ໄປຕ່າງປະເທສ ອີກປະມານ 10ຫລື20 ປີ ແມ່ນຊນິດນີ້ ສູນພັນຢູ່ລາວ ແນ່ນອນ".

ສະຖິຕິຂອງກົມກວດກາ ປ່າໄມ້ລາວ ປີ 2016 ຣະບຸວ່າ ໃນທົ່ວປະເທສ ລາວມີຊ້າງປ່າ 400 ໂຕ ແລະ ຊ້າງບ້ານ 450 ໂຕ ແລະຂນະນີ້ ທາງການຕ້ອງການ ງົບປະມານ ຈາກ ຕ່າງປະເທສ ມາໃຊ້ຈ່າຍ ເຂົ້າໃນການຂຍາຍພັນ ຊ້າງປ່າ ບໍ່ໃຫ້ ສູນພັນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.