ນັກວິຊາການໄທວ່າ ເຂື່ອນ ຈະຕັນ ທາງປາຜ່ານ

ຈໍາປາທອງ
2018.04.27
F-Donsahong ຊີວິດຂອງຊາວປະໂມງ ເມືອງໂຂງ ແຂວງຈໍາປາສັກ
RFA/TP

ທາງປາຜ່ານຂອງໂຄງການເຂື່ອນດອນສະໂຮງ ໃນເຂດເມືອງໂຂງ ແຂວງຈໍາປາສັກ ທີ່ກໍາລັງສ້າງຢູ່ນີ້ ຈະໃຊ້ບໍ່ໄດ້ຜົລຍ້ອນວ່າບໍ່ແມ່ນທາງ ທັມຊາດຂອງປາ. ຕາມຄໍາເວົ້າຂອງ ນາງ ຣິນ ມິຣິນດາ ນັກວິຊາການ ສະຖາບັນຊຸມຊົນ ລຸ່ມແມ່ນໍ້າຂອງ ຂອງໄທ ທີ່ສຶກສາເຖິງຜົລກະທົບ ຈາກເຂື່ອນໃນແມ່ນໍ້າຂອງ ຢູ່ຂົງເຂດເອເຊັຍ ຕາເວັນອອກສ່ຽງໃຕ້ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ:

ນາງເວົ້າວ່າ; “ມັນໄປບໍ່ໄດ້ ທາງປາຜ່ານອຸໂມງ ມັນບໍ່ຜ່ານທາງນັ້ນຢູ່ແລ້ວ ຍາກທີ່ຈະພິສູດໄດ້ວ່າ ປາມັນຜ່ານຂຶ້ນໄປແທ້ບໍ ເພາະວ່າມັນເຄີຍ ໄປທາງທັມຊາດ ມັນກໍຄືສັດປ່າ ມັນກໍຕ້ອງໄປທາງມັນເຄີຍໄປ ກວ່າວ່າປາມັນຈະປັບຕົວໄປຫາ ທາງອຸໂມງ ກໍຄົງໃຊ້ ເວລາ 2-3 ປີ. ສູນປາໂລກບອກວ່າ ຣະດູປາຜ່ານ ຊົ່ວໂມງນຶ່ງ ປາ 30 ຕັນ ຜ່ານທາງທັມຊາດ ທີ່ ຮູສະໂຮງນັ້ນ."

ຊ່ອງທາງປາຜ່ານແຫ່ງໃໝ່ ທີ່ໂຄງການເຂື່ອນດອນສະໂຮງ ຂຸດເຈາະເປັນທາງໃຫ້ປາລອຍຜ່ານ ຂຶ້ນ-ລ່ອງໄດ້ຄືເກົ່າ ແທນຮູສະໂຮງທີ່ສ້າງ ເຂື່ອນຕັນນັ້ນ ແມ່ນສ້າງຢູ່ຫ່າງຈາກ ຮູສະໂຮງປະມານ 800 ແມັດ. ມີການລະເບີດແກ້ງຫິນ ຂນາດໃຫ່ຍເພື່ອເຮັດໃຫ້ ເປັນທາງປາຜ່ານ ໄດ້ຫລາຍ.

ເຈົ້າໜ້າທີ່ປະໂມງເມືອງໂຂງ ເວົ້າວ່າ ທາງປາຜ່ານທີ່ຈະສ້າງໃໝ່ນີ້ ຈະເຮັດໃຫ້ປາຜ່ານໄດ້ສະດວກຂຶ້ນ:

"ຜ່ານໄດ້ ໄປໄດ້ ໄປໄດ້ສະດວກສະບາຍປາ ໄດ້ 100% ຢູ່ທາງອັນເຂົາເອີ້ນກ້ອງຄອນ ຫລືວ່າເທິງຄອນຂຶ້ນໄປເນາະ ແມ່ນວ່າທາງນັ້ນ ຫາກິນຍາກ ຜ່ານມານີ້ ຖືວ່າກ້ອງຄອນ ຫາກິນຫົວເຫວນໍ ເພາະວ່າປາມັນຂຶ້ນເມືອເທິງພຸ້ນຫລາຍ ປານັ້ນຂຶ້ນຫລາຍ ຂຶ້ນຫລາຍ ເພາະວ່າ ຜ່ານມາ ມາຄາຂັ້ນຫີນ ແລະຄາຊັ້ນນໍ້າໂຕນຕາດນໍ ດຽວນີ້ເຂົາໄປລຸຄັນນັ້ນອອກ ມັນເປັນເຂົາເຮັດເປັນພັກ ເປັນພັກ ຖືວ່າປາຂຶ້ນມາໆໄປໆ ຊໍ່າໃດກໍຂຶ້ນໄປເລີຍ."

ທີ່ຜ່ານມາ ທາງທັມຊາດສໍາຄັນ ທີ່ປາຜ່ານຂຶ້ນ-ລ່ອງ ຢູ່ແມ່ນໍ້າຂອງໃນເຂດເມືອງໂຂງ ມີ 3 ທາງ ຄືຜ່ານຮູສະໂຮງ, ຮູສະດໍາແລະຊ່ອງນໍ້າ ຊ້າງເຜືອກ. ແຕ່ປາບໍ່ສາມາດຜ່ານ ຊ່ອງນໍ້າຊ້າງເຜືອກໄດ້ ຕລອດປີ ຍ້ອນມັນເປັນຊ່ອງນໍ້ານ້ອຍ.

ສູນປາໂລກ ຣາຍງານວ່າ ຮູສະໂຮງກ່ອນຖືກສ້າງເຂື່ອນຕັນນັ້ນ ທັງປານ້ອຍແລະປາໃຫຍ່ ສາມາດຜ່ານຂຶ້ນ-ລ່ອງໄດ້ຕລອດປີ. ໃນຣະດູ ຂຶ້ນ-ລ່ອງ ປາຜ່ານໄດ້ ຊົ່ວໂມງນຶ່ງ 30 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.