ຊາວບ້ານ ຈົ່ມ ທາງດົງໂດກ ມີແຕ່ ຂີ້ຝຸ່ນ
2018.02.28
ປະຊາຊົນຈົ່ມວ່າ ເສັ້ນທາງໜອງບຶກ-ດົງໂດກ ມີແຕ່ຂີ້ຝຸ່ນເຮັດໃຫ້ເດັກນ້ອຍລູກຫຼານ ເຈັບປ່ວຍ ລະບົບທາງເດີນ ຫາຍໃຈ, ທາງເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ທາງການໄດ້ຮັບຊາບ ເຖິງການຮຽກຮ້ອງ ຈາກປະຊາຊົນແລ້ວ ແລະ ກໍ່ໄດ້ໄປ ຫົດນໍ້າແດ່ແລ້ວ. ດັ່ງທ່ານກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
"ທາງຣັຖບານເພິ່ນກໍ່ເລັ່ງດ່ວນຢູ່ ເຮັດສ້ອມແປງແຕ່ວ່າເລື່ອງຫົດ ຂະເຈົ້າກໍ່ຫົດນໍ້າຢູ່ແຕ່ວ່າມື້ນຶ່ງ ຄັນວ່າອາກາດບໍ່ດີ ບຶດນຶ່ງມັນກໍ່ແຫ້ງ ແຕ່ວ່າ ເລື່ອງຫົດເພີ່ນ ກໍ່ຫົດຢູ່."
ການສ້ອມແປງທາງເສັ້ນທາງດັ່ງກ່າວນີ້ ແບ່ງອອກເປັນສອງໄລຍະ, ໄລຍະທຳອິດຈາກດົງໂດກ ຫາ ຕານມີໄຊ ແລະ ໄລຍະຕໍ່ມາ ອອກຈາກ ຕານມີໄຊ ຫາ ໜອງບຶກ ຊຶ່ງທາງເຈົ້າໜ້າທີ່ ກຳລັງເລັ່ງສ້ອມແປງ ແລະ ຄາດວ່າຈະໃຫ້ແລ້ວພາຍໃນ ທ້າຍປີນີ້ ດັ່ງທ່ານກ່າວ:
"ໜອງບຶກນີ້ໝາຍຄວາມວ່າລະບົບເສັ້ນທາງ ເຮົາກຳລັງສອ້ມແປງເນາະ ເພິ່ນເລັ່ງດ່ວນໃສ່ໃຫ້ແລ້ວ ທ້າຍໆ ປີນີ້ແຫຼະ ເຂົາສ້ອມແປງໃສ່ ສາມແຍກດົງໂດກ ມັນມີສອງໄລຍະ ໄລຍະນຶ່ງນີ້ ໄດ້ດົງໂດກຫາຕານມີໄຊ ອອກຕານມີໄຊ ໄປຫາໜອງບຶກ ທ້າຍປີນີ້ແຫຼະ ເພີ່ນຈະໃຫ້ ສຳເຣັດ ແຕ່ເພິ່ນເທກະແລ້ວ ຫຼາຍເຕີບແລ້ວ ເພິ່ນປັບແປງດິນແລ້ວ ມີ່ແຕ່ປັດຈຸບັນເພິ່ນລີດທາງ ເພີ່ນເອົາປ້າຍໄປໃສ່ເພິ່ນກາເທລະ ເພິ່ນກາເທທຸກມື້ຢູ່ນະ."
ຢ່າງໃດກໍ່ຕາມເມື່ອກາງປີ 2017 ທ່ານບູນມາຄອງ ສຸລິຍະໄທ ຫົວໜ້າພາກສນາມ ໂຄງການກໍ່ສ້າງເສັ້ນທາງ ໄດ້ໃຫ້ສຳພາດສື່ມວນຊົນວ່າ ການກໍ່ສ້າງທາງດັ່ງກ່າວ ຫລ້າຊ້າໃນລະດູຝົນ ຜ່ານມາ ແຕ່ທ່ານກໍຢືນຢັນວ່າ ຈະພຍາຍາມສ້າງໃຫ້ສຳເຣັດ ຕາມແຜນການກຳນົດໄວ້ໃນທ້າຍ ປີ 2018.
ນອກຈາກກໍຣະນີ້ ຍັງມີອີກເສັ້ນທາງບ້ານໂພນສະຫວັນເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນເສັ້ນທາງທີ່ເຕັມໄປດ້ວຍ ຂີ້ຝຸ່ນ ມາໄດ້ສອງປີກວ່າແລ້ວ ຊຶ່ງເລີ້ມຕົ້ນເປັນເສັ້ນທາງປູຢາງ ແລະ ເນື່ອງຈາກເສັ້ນທາງຊຸດໂຊມເປັນຂຸມ ທາງການ ຈຶ່ງເລີກໜ້າທາງແລ້ວ ເອົາດິນແດງ ມາຖົມໃສ່.