ສວນກ້ວຍຈີນໃຊ້ເຄມີ ແບບ ຊະຊາຍ

ຈໍາປາທອງ
2018.11.16
ສວນປູກກ້ວຍ ຂອງນັກລົງທຶນຈີນ ທີ່ ຕິດກັບເຂດໂຮງຮຽນປະຖົມ ແຂວງຫຼວງນໍ້າທາ ເວລາໃດທີ່ສວນກ້ວຍ ສີດຢາ ເດັກນ້ອຍນັກຮຽນ ກໍເກີດອາການວິນຫົວ ປວດອາຈຽນ
RFA/VD

ປັດຈຸບັນສວນກ້ວຍຈີນຫຼາຍແຫ່ງ ຢູ່ ສປປລາວ ຍັງໃຊ້ສານເຄມີຫຼາຍຢູ່ ເຖິງແມ່ນວ່າກະຊວງກະສິກັມແລະປ່າໄມ້ ແລະກະຊວງ ຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ຈະພຍາຍາມຈໍາກັດ ແລະຄວບຄຸມການໃຊ້ນັ້ນຢູ່ກໍຕາມ ຍ້ອນເຈົ້າຂອງສວນກ້ວຍ ຍັງເຂົ້າໃຈວ່າ ສານເຄມີທີ່ໃຊ້ ໃນສວນກ້ວຍນັ້ນ ບໍ່ເປັນອັນຕະລາຍ ຕໍ່ສຸຂພາບຂອງຜູ້ຄົນ ແລະສິ່ງແວດລ້ອມ ທາງຝ່າຍເຈົ້າໜ້າທີ່ ກໍບໍ່ຮູ້ວ່າ ສານເຄມີນັ້ນ ເປັນອັນຕະລາຍ ແນວໃດກັນແທ້; ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 16 ພຶສຈິກາ ນີ້ວ່າ:

"ບໍ່ຮູ້ວ່າສານໂຕນີ້ມັນອັນຕະຣາຍພໍເທົ່າໃດ ໂຕລ້າງກ້ວຍນີ້ ມັນມີຢາໂຕນຶ່ງອີກ ເຂົາໄປຈີນເຂົາວ່າ ລ້າງແລ້ວບໍ່ເປັນຫຍັງ ຊັ້ນລ້າງອອກໄດ້ ຫັ້ນນະ ບໍ່ເປັນພິດແຕ່ຄົນຈີນກະກິນເດ ເພິ່ນວ່າຂໍ້ຕົກລົງໃໝ່ ຂອງຣັຖບາລຫັ້ນແຫຼະ ເພິ່ນວ່າຫຼຸດຜ່ອນເຄມີ ຫັນໄປ ເຮັດກະສິກັມສະອາດ."

ທ່ານກ່າວວ່າ ກ່ຽວກັບບັນຫາການໃຊ້ສານເຄມີ ໃນສວນກ້ວຍທີ່ວ່ານີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໄປກວດກາ ເພື່ອສະກັດກັ້ນ ບໍ່ໃຫ້ມີຜົລ ກະທົບ ຕໍ່ຜູ້ຄົນແລະສິ່ງແວດລ້ອມ ຈົນກວ່າວ່າ ສວນກ້ວຍຈະໝົດອາຍຸ ສໍາປະທານ.

ສວນກ້ວຍຈີນແຫ່ງນຶ່ງ ຢູ່ຣະຫວ່າງເມືອງສັງທອງ ນະຄອນຫຼວງວຽງຈັນ ກັບເມືອງຫິນເຫີບ ແຂວງວຽງຈັນ ໄດ້ປ່ອຍສານເມີທີ່ໃຊ້ລ້າງກ້ວຍ ລົງໃສ່ນໍ້າຕອນ ເຮັດໃຫ້ປາຕາຍ 300 ປາຍກິໂລ ໂດຍບໍ່ຟັງຄໍາແນະນໍາ ຂອງທາງການ ແຕ່ເຈົ້າໜ້າທີ່ ຫ້ອງການ ກະສິກັມແລະປ່າໄມ້ ເມືອງສັງທອງ ເວົ້າວ່າບໍ່ໄດ້ມີການລະເມີດ ແຕ່ມີການຜິດພາດໜ້ອຍນຶ່ງ:

"ບໍ່ ບໍ່ລະເມີດ ທາງຂແນງເພິ່ນກະໄດ້ຝຶກອົບຮົມ ວິທີໃຊ້ແລ້ວ ບໍ່ໄດ້ຖິ້ມລົງນໍ້າ ມັນຜະສົມຢູ່ເທິງພຸ້ນ ມັນມີອ່າງຢູ່ ຜະສົມແລ້ວມັນຜິດພາດ ໜ້ອຍນຶ່ງຕິບໍ ກະຊວງເພິ່ນລົງມາແລ້ວເດ."

ທ່ານ ບົວຄໍາ ສີສົງຄາມ ຮອງເຈົ້າເມືອງສັງທອງ ກ່າວຜ່ານສື່ຂອງທາງການວ່າ ປັດຈຸບັນ ໄດ້ສັ່ງໃຫ້ສວນກ້ວຍ ແຫ່ງດັ່ງກ່າວ ບໍ່ໃຫ້ໃຊ້ ສານເຄມີ ນັ້ນແລ້ວ. ຖ້າຫາກຈໍາເປັນໃຊ້ ກໍຕ້ອງໄດ້ຂໍອະນຸຍາດ ຈາກທາງການທີ່ກ່ຽວຂ້ອງກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.