ຊີວິດຜູ້ປະສົພພັຍ ເຂື່ອນແຕກ
2018.12.03
ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອວັນທີ 23 ກໍຣະກະດາ ນັ້ນໄດ້ສ້າງຄວາມເສັຍຫາຍ ຄັ້ງໃຫຍ່ ທັງຊີວິດແລະຊັພສິນ ຂອງ ປະຊາຊົນ ຊາວເມືອງສນາມໄຊ ແຂວງອັດຕະປື ເຮັດໃຫ້ບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ສັດລ້ຽງ ຖືກນໍ້າຖ້ວມເສັຽຫາຍ ໜັກໜ່ວງ.
ຄອບຄົວຂອງນ້ອງ ເສີມສະຫວັນ ວັນນະຈຳພອນ ຢູ່ບ້ານໃໝ່ ເມືອງສນາມໄຊ ກໍເປັນຄອບຄົວນຶ່ງ ທີ່ຖືກຜົນກະທົບ ແລະຕ້ອງມາອາສັຍຢູ່ ເຮືອນພັກຊົ່ວຄາວ ທີ່ທາງການຈັດສັນໃຫ້ ຊີວິດການເປັນຢູ່ຫຍຸ້ງຍາກ ລຳບາກຫຼາຍ ຍ້ອນບໍ່ມີບ່ອນທຳມາຫາກິນ, ຕ້ອງຄອຍຖ້າຂັ້ນເທິງ ເບີກຈ່າຍເງິນ ໃຫ້ຈຶ່ງໄດ້ກິນ, ເຮືອນຊານ, ດິນດອນຕ່ອນຫຍ້າ ທີ່ຄອບຄົວເຄີຍເຮັດໄຮ່ເຮັດນາ ຖືກຜົນກະທົບເສັຽຫາຍ ຍ້ອນເຂື່ອນແຕກ ນໍ້າຖ້ວມ.
ອະດີດທີ່ຫວນຄືນບໍ່ໄດ້ ອະນາຄົດທີ່ແນມບໍ່ເຫັນ ຈາກມື້ນີ້ອີກຕໍ່ໄປ ຈະເປັນແນວໃດ, 4 ເດືອນ ທີ່ອອກຈາກບ້ານ, 4 ເດືອນ ທີ່ບໍ່ມີບ້ານ ໃຫ້ກັບ, 4 ເດືອນ ທີ່ບໍ່ມີເຮືອນໃຫ້ຢູ່, 4 ເດືອນ ທີ່ເສັຍນໍ້າຕາ, 4 ເດືອນ ທີ່ກິນເຂົ້າເກືອກນໍ້າຕາ ທຸກສິ່ງທຸກຢ່າງທີ່ເຄີຍມີ ຕ້ອງເສັຍໄປ ຍ້ອນເຂື່ອນແຕກ ນີ້ແມ່ນຄວາມຝັງໃຈ ຂອງນ້ອງ ເສີມສະຫວັນ ວັນນະຈຳພອນ ຜູ້ປະສົບພັຍເຂື່ອນແຕກ.
ເຊີນທ່ານຟັງການສໍາພາດ