ຂ.ຫົວພັນໄຟຟ້າຖ່ານຫີນ ຈະຊົດເຊີຍ ຊາວບ້ານ
2017.10.29
ປັດຈຸບັນ ບໍຣິສັດ CCF ຂອງຈີນ ທີ່ເປັນເຈົ້າຂອງໂຮງງານໄຟຟ້າຖ່ານຫີນ ຢູ່ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງພົວພັນ ກຳລັງລົງສຳຣວດ ຄິດໄລ່ ເຣຶ່ອງຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ປະຊາຊົນ ທີ່ ເປັນເຈົ້າຂອງດິນນາຈຳນວນ 40 ຄອບຄົວ ຊຶ່ງໄດ້ຮັບຜົບກະທົບຈາກໂຮງງານ ນັ້ນ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ແຂວງຫົວພັນ ໃນມື້ວັນທີ 27 ຕຸລາ 2017:
"ດຽວນີ້ເຂົາກະກຳລັງສຳຣວດ ແລ້ວຄົ້ນຄວ້າແນວໃດ ຮູ້ວ່າເຣຶ່ອງຣາຄາມັນຫັ້ນນະ ຍັງບໍ່ທັນໄດ້ ຕົກລົງກັນຣາຍລະອຽດ ແຕ່ວ່າຂໍ້ມູນຂະເຈົ້າ ກໍມີແລ້ວນໍ ແຕ່ວ່າຣາຍລະອຽດ ມັນມີຈຸ ຄະນະຮັບ ຜິດຊອບ ຕ່າງຫາກນໍ ດຽວສິຖາມ ຂະເຈົ້າເບິ່ງ".
ທ່ານເວົ້າວ່າ ດຽວນີ້ຍັງບໍ່ທັນຕອບໄດ້ວ່າ ທາງບໍຣິສັດນີ້ມີແຜນຊົດເຊີຍ ຄ່າເສັຍຫາຍແນວໃດແດ່ ແລະຈະໃຫ້ເມື່ອໃດ. ຮູ້ແຕ່ວ່າຄນະກັມການ ທີ່ກ່ຽວຂ້ອງຈະ ພຍາຍາມຕິດຕາມເຣຶ່ອງ ທີ່ວ່ານີ້ ຢ່າງໃກ້ຊິດ ເພື່ອໃຫ້ຄວາມເປັນທັມ ແກ່ປະຊາຊົນ ເທົ່າທີ່ຈະສາມາດເຮັດໄດ້.
ກ່ອນໜ້ານີ້ ເຈົ້າໜ້າທີ່ເມືອງຊຳເໜືອ ເວົ້າວ່າ ເຈົ້າຂອງດິນນາໄດ້ຮຽກຮ້ອງ ຂໍຄ່າຊົດເຊີຍມາສອງເທື່ອແລ້ວ ແຕ່ບໍ່ໄດ້ຮັບຄຳຕອບ ຫຍັງຈາກ ບໍຣິສັດ ແລະວ່າຈະຮ້ອງຮຽນ ຕໍ່ອຳນາດການປົກຄອງ ແຂວງຫົວພັນ ຫາກພວກເຂົາເຈົ້າ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດຈີນ ພາຍໃນ ປີນີ້.
ປັດຈຸບັນ ປະຊາຊົນຕ້ອງການເຂົ້າສານ ແລະເງິນເປັນຄ່າຊົດເຊີບ ຍ້ອນວ່າຕົ້ນເຂົ້າທີ່ ກຳລັງກຽມສິເກັບກ່ຽວນັ້ນ ໄດ້ຮັບຄວາມເສັຍຫາຍ ທັງໝົດ ປະມານ 20 ປາຍເຮັກຕາ. ທີ່ຜ່ານມາ ບໍຣິສັດຈີນ ທີ່ວ່ານີ້ ເຄີຍໄດ້ແຈ້ງໃຫ້ ທາງການ ທາງປາກເປົ່າວ່າ ຈະຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນປະມານ 1 ລ້ານກີບ ຕໍ່ເຮັກຕາ ແຕ່ກໍຍັງບໍ່ທັນໄດ້ ຈ່າຍໃຫ້ເທື່ອ ຂະນະທີ່ໂຮງໄຟຟ້າ ຖ່ານຫິນ ນີ້ມີແຜນທີ່ ຈະທໍາການຜລິດ ໃນຣະຫວ່າງ ຕົ້ນປີ 2018 ທີ່ີຈະມາເຖິງນີ້.
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງທີ່ວ່ານີ້ RFA ພຍາຍາມຕິດຕໍ່ໄປຍັງ ທາງບໍຣິສັດ ແຕ່ເຈົ້າໜ້າທີ່ ບໍຣິສັດ ບໍ່ຮູ້ເລກໂທຣະສັບ ຂອງ ຫົວໜ້າເພີ່ນ.