ລາວ ຈີນ ວຽດນາມ ຈະປາບ ກຸ່ມ ລັກຄ້າ ສັດປ່າ

ຈໍາປາທອງ
2014.11.03
f-image ລາວ ຈີນ ວຽດນາມ ຈະປາບ ກຸ່ມ ລັກຄ້າ ສັດປ່າ
RFA

 

ລາວ ຈີນ ວຽດນາມ ຈະເພິ່ມ ການ ປະສານງານ ກັນ ໃນການ ຕ້ານ ການລັກຄ້າ ສັດປ່າ ຕາມ ແນວ ຊາຍແດນ ຮ່ວມກັນ ຫລາຍຂຶ້ນ.

ໃນຕອນຄໍ່າ ຂອງ ວັນທີ 26 ຕຸລາ 2014 ນີ້ ທາງການ ຈີນ ເມືອງ ຈຽງເສິງ ແຂວງ ຍູນນານ ປະກາດ ເຖິງ ກໍຣະນີ ການຄ້າ ແລະ ການ ບໍຣິໂພກ ສັດປ່າ ຕາມ ບໍຣິເວນ ຊາຍແດນ ແລະ ວ່າ ຈະເພິ່ມ ການ ປະສານ ກັບ ໜ່ວຍງານ ທີ່ ບັງຄັບໃຊ້ ກົດໝາຍ ທີ່ ກ່ຽວຂ້ອງ ຂອງ ລາວ ແລະ ວຽດນາມ ຫລາຍຂຶ້ນ ທັງ ຣະດັບ ແຂວງ ແລະ ເມືອງ ເພື່ອປຶກສາ ຫາລື ຮ່ວມກັນ ກ່ຽວກັບ ກົນໄກ ຄວບຄຸມ ທີ່ ໃຊ້ໄດ້ຜົລ ໃນການ ປາບປາມ ຜູ້ກະທໍາ ຄວາມຜິດ.

ເມື່ອໄວໆ ມານີ້ ກໍມີຂ່າວ ວ່າ ໃນເຂດ ເມືອງ ຈຽງເສິງ ທີ່ ບໍຣິເວນ ຫລັກໝາຍ ເຂດແດນ ເລກ 3 ຣະຫວ່າງ ຈີນ ແລະ ວຽດນາມ ມີ ແຫລ່ງ ລໍາລຽງ ຂົນ ສົ່ງ ສັດປ່າ ທີ່ນໍາໄປ ເຊື່ອງຂາຍ ແລະ ໄວ້ ບໍຣິໂພກ ຊຶ່ງ ໃນນັ້ນ ມີທັງ ສັດປ່າ ຄຸ້ມຄອງ ແລະ ສັດປ່າສງວນ ທີ່ໃກ້ຈະ ສູນພັນ ຫຼາຍຊນິດ ເຊັ່ນ ລີງກັງ ແລະ ໝີ ຊຶ່ງ ສ່ວນໃຫຍ່ ນໍາໄປ ຈາກ ວຽດນາມ ແລະ ມີການ ຄາດຄະເນ ວ່າ ສັດປ່າ ທີ່ວ່ານັ້ນ ສ່ວນນຶ່ງ ອາຈແມ່ນ ຖືກ ນໍາໄປ ຈາກ ປະເທສລາວ ທີ່ ການຄຸ້ມຄອງ ຍັງບໍ່ດີ ເທົ່າ ທີ່ຄວນ.

ເຣຶ່ອງນີ້ ຖືກ ເປີດເຜີຍ ເປັນຂ່າວ ທາງການຈີນ ກໍໄດ້ ເລັ່ງຕັ້ງ ທິມງານ ສະເພາະກິຈ ເພື່ອ ຈັດຣະບຽບ ການ ຢ່າງໄວວາ ເປັນການ ສະເພາະ ໃນຕລາດ ຢູ່ເຂດ ທີ່ວ່ານັ້ນ. ທາງການຈີນ ໄດ້ ເວົ້າວ່າ ຣັຖບາລ ຂອງຕົນ ຈະ ສນັບສນູນ ການ ແລກປ່ຽນ ຮ່ວມມື ຣະຫວ່າງ ປະເທສ ໃນຮູບແບບ ຕ່າງໆ ເພື່ອ ຢັບຢັ້ງ ການຄ້າ ສັດປ່າ ທີ່ຜິດ ກົດໝາຍ ເພື່ອ ອະນຸຮັກ ສັດປ່າ ທີ່ ໃກ້ຈະ ສູນພັນ ໂດຍການ ພັທນາ ຣະບົບ ນິເວດ.

ກ່ອນນັ້ນ ໃນ ຕົ້ນປີ 2013 ທາງ ກົມປາໄມ້ ແຫ່ງຊາດ ຈີນ ກໍໄດ້ ເວົ້າວ່າ ໄດ້ຮ່ວມມື ກັບ 22 ປະເທສ ໃນທະວີບ ເອເຊັຽ ແລະ ອາຟຣິກກາ ກ່ຽວກັບ ການປາບປາມ ການ ລັກລອບ ສັດປ່າ ໃກ້ ຈະສູນພັນ ພາຍໃຕ້ ຊື່ “ປະຕິບັດ ການ ງູເຫົ່າ” ແລະ ປາກົດວ່າ ປະສົບ ຜົນສໍາເຣັດ ເປັນທີ່ໜ້າ ພໍໃຈ. ໄດ້ ກວດສອບ 200 ຄະດີ, ຈັບກຸມ ຜູ້ຕ້ອງ ສົງສັຍ 100 ກວ່າຄົນ ໃນໂທດຖານ ລັກລອບ ຄ້າສັດປ່າ ໃກ້ ຈະສູນພັນ ແລະ ສາມາດ ຍຶດງາຊ້າງ ໄດ້ 6,500 ກິໂລ, ຍຶດຂົນມັ່ງ ທິເບດ ໄດ້ 1,550 ກິໂລ, ເກັດດິ່ນ 800 ກິໂລ ແລະ ສັດປ່າ ອີກຫລາຍ ຊນິດ.

ເວົ້າເຖິງ ການ ອະນຸຮັກ ສັດປ່າ ສໍາລັບ ສະຫະຣັຖ ອະເມຣິກາ ກໍໃຫ້ການ ສນັບສນູນ ໃນການ ປາບປາມ ການຄ້າ ສັດປ່າ ຜິດ ກົດໝາຍ ຮວມທັງ ໃຫ້ ການຊ່ວຍເຫຼືອ ອະນຸຮັກ ເສືອໂຄ່ງ ຢູ່ປ່າສງວນ ແຫ່ງຊາດ ນໍ້າແອດ ພູເລີຍ ແຂວງ ຫລວງນໍ້າທາ. ເພື່ອຢາກຮູ້ ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ຕື່ມ ວິທຍຸ ເອເຊັຽ ເສຣີ ກໍໄດ້ ໂທຣະສັບ ເຖິງຫ້ອງການ ກະຊວງ ກະສິກັມ ແລະ ປ່າໄມ້ ທີ່ ນະຄອນ ຫລວງ ວຽງຈັນ.

ແລະ ຢູ່ໃນກອງ ປະຊຸມ ພາຄີ ອະນຸ ສັນຍາ ກ່ຽວກັບ ການຄ້າ ສັດປ່າ ແລະ ພືດພັນ ທີ່ໃກ້ ຈະສູນພັນ ຄັ້ງທີ 16 ທີ່ ໄດ້ຈັດຂຶ້ນ ທີ່ ບາງກອກ ປະເທສໄທ ໃນຕົ້ນ ເດືອນ ມິນາ ຂອງປີ ທີ່ແລ້ວ ຊຶ່ງ ມີຜູ້ແທນ ຂອງ ຣັຖບາລ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນ ກັບ ຣັຖບາລ ແລະ ສ່ວນບຸກຄົນ ຈາກ 150 ກວ່າ ປະເທສ ຈໍານວນ 2,000 ກວ່າ ຄົນ ເຂົ້າຮ່ວມ ນັ້ນ ກໍໄດ້ເວົ້າ ເຖິງ ທັງແນວ ທາງແກ້ ໄຂບັນຫາ ທີ່ ວ່ານັ້ນ.

ເວົ້າ ສະເພາະ ຢູ່ ສປປລາວ ສັດປ່າ ແລະ ຊີ້ນ ສັດປ່າ ກໍມີຂາຍ ຢູ່ຕາມ ທ້ອງ ຕລາດ ຫລື ຕາມການສັ່ງ ໃນແຂວງ ຕ່າງໆ ຂອງລາວ ດັ່ງ ຊາວລາວ ທ່ານນຶ່ງ ເວົ້າເຖິງ ເຣື່ອງ ນີ້ ໃນວັນທີ 27 ຕຸລາ 2014 ນີ້ຕອນ ນຶ່ງວ່າ: ..ສຽງ..

ເຖິງວ່າ ການຄຸ້ມຄອງ ບໍ່ດີ ເທົ່າ ທີ່ຄວນ ກໍຕາມ ແຕ່ ທາງການ ລາວ ກໍສາມາດ ຍຶດ ສັດປ່າ ໄດ້ ຄັ້ງໃຫຍ່ ຢູ່ແຂວງ ຜົ້ງສາລີ ເມື່ອທ້າຍປີ ທີ່ແລ້ວ ໃນເດືອນ ພຶສຈິກາ ຊຶ່ງ ມີທັງ ກວາງ ແລະ ຟານ 40 ກວ່າ ໂຕ ເໝັ້ນ ອີກ ຈໍານວນ ຫຼາຍ. ນອກນັ້ນ ຍັງມີ ຊີ້ນ ສັດປ່າ ອີກໜັກ 100 ກວ່າ ກິໂລ.

ສັດປ່າ ທັງໝົດ ທີ່ ຍຶດໄດ້ ນີ້ແມ່ນ ຢູ່ໃນ ຣະຫວ່າງ ທີ່ ຜົວເມັຽລາວ ກໍາລັງ ຂົນ ຈາກລາວ ໄປສົ່ງໃຫ້ ພວກພໍ່ຄ້າ ທີ່ ປະເທສຈີນ ຊຶ່ງ ເປັນບ່ອນ ທີ່ ນິຍົມ ກັນກິນ ຊີ້ນ ສັດປ່າ ແລະ ເອົາ ຊິ້ນສ່ວນ ສັດປ່າ ເປັນສ່ວນ ປະກອບ ປຸງຢາ ພື້ນເມືອງ ຈີນ ເປັນຕົ້ນ ກໍແມ່ນ ຢາ ຊູ ກໍາລັງ ບໍ່ວ່າສັດ ນັ້ນ ຈະເປັນສັດ ທີ່ ຫາຍາກ ແລະ ໃກ້ຈະ ສູນພັນ ກໍຕາມ.

ເຈົ້າໜ້າທີ່ ລາວ ວ່າ ສັດປ່າ ທີ່ ຖືກຂ້າ ແລ້ວ ຊຶ່ງ ຍຶດໄດ້ ຫລາຍຊນິດ ທີ່ວ່ານັ້ນ ໃນຂນະທີ່ ກໍາລັງ ຢູ່ໃນຣົດ ບັນທຸກ ທີ່ ຈະຂົນໄປ ຊາຍແດນ ຈີນ ເພື່ອ ນໍາໄປສົ່ງ ໃຫ້ ພໍ່ຄ້າ ຢູ່ ປະເທສຈີນ. ການຍຶດ ສັດປ່າ ໄດ້ ຄັ້ງນີ້ ເປັນການຍຶດ ຄັ້ງໃຫຍ່ ທີ່ສຸດ ໃນ ຮອບປີ ຫລັງຈາກ ທີ່ ປີກ່ອນ ນັ້ນ ເຈົ້າໜ້າທີ່ ໄດ້ຍຶດ ສັດປ່າ ແລະ ຊິ້ນສ່ວນ ສັດປ່າ ຮວມນໍ້າໜັກ ກວ່າ ເຄິ່ງຕັນ. ສ່ວນວ່າ ສັດປ່າ ທີ່ ຍັງມີ ຊີວິດ ຢູ່ ກໍເອົາໄປ ຢູ່ສູນ ຟຶ້ນຟູ ກ່ອນ ຈະ ເອົາໄປ ປ່ອຍເຂົ້າປ່າ ທັມຊາດ.

ການຍຶດ ສັດປ່າ ໄດ້ຄັ້ງນີ້ ຜູ້ຕ້ອງຫາ ຄູ່ຜົວເມັຽ ນັ້ນ ຮັບ ສາຣະພາບ ວ່າ ໄດ້ຮັບຊື້ ສັດປ່າ ທັງໝົດ ຈາກ ປະຊາຊົນ ທົ່ວໄປ ເພື່ອນໍາໄປ ຈໍາໜ່າຍ ໃຫ້ ພໍ່ຄ້າຈີນ ທີ່ ຊາຍແດນ. ແຕ່ ເຈົ້າໜ້າທີ່ ລາວ ກໍຍັງບໍ່ ເຊື່ອ ແລະ ບໍ່ເຊື່ອວ່າ ການລັກລອບ ຄ້າ ສັດປ່າ ທີ່ ຍຶດໄດ້ນັ້ນ ຈະເປັນການ ລັກຄ້າ ຕາມລໍາພັງ ຂອງ ຄູ່ຜົວເມັຽ ເທົ່ານັ້ນ.

ສື່ມວນຊົນ ຂອງ ທາງການລາວ ຣາຍງານ ວ່າ ຫຼາຍປີ ມານີ້ ທາງການລາວ ສາມາດ ຍຶດ ສັດປ່າ ທີ່ ຖືກຂ້າ ແລ້ວ ແລະ ຊີ້ນ ສັດປ່າ ຫລາຍຊນິດ ທັງໃນ ນະຄອນ ຫລວງ ວຽງຈັນ ແລະ ຢູ່ແຂວງ ຕ່າງໆ. ໃນນັ້ນ ຮວມທັງ ສັດປ່າ, ຊິ້ນສ່ວນ ສັດປ່າ ທີ່ໃກ້ຈະ ສູນພັນ ແລະ ໄດ້ຮັບການ ຄຸ້ມຄອງ ຕາມ ກົດໝາຍ. ແຕ່ຂະບວນ ການຄ້າ ສັດປ່າ ກໍຍັງມີ ຢູ່ຕໍ່ໆມາ.

ຢູ່ ລາວ ສັດປ່າ ທີ່ຖືວ່າ ເປັນສັດ ຫວງຫ້າມ ແລະ ສັດຄຸ້ມຄອງ ນັ້ນ ບໍ່ໄດ້ ກໍານົດ ເອົາໄວ້ ຢູ່ໃນ ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ມາດຕຣາ 10, 11 ແລະ 12 ທີ່ ເວົ້າເຖິງ ປະເພດ ສັດປ່າ ມີແຕ່ ກໍານົດ ເອົາໄວ້ ແບບ ລວມໆ ຢູ່ ໃນ ມາດຕຣາ 2 ສັດປ່າ ແມ່ນສັດ ທຸກຊນິດ ທີ່ເກີດ ແລະ ຂຍາຍ ຕົວ ຢູ່ໃນປ່າ ທັມຊາດ ຫລື ຖືກນໍາເອົາ ຈາກ ທັມຊາດ ມາລ້ຽງ ເຊັ່ນ:ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະ ອື່ນໆ ແຕ່ບໍ່ໄດ້ ບົ່ງເຖິງ ໂອງ ແລະ ມັ່ງ ທີ່ ອົງການ ອະນຸຮັກ ສັດປ່າ ໂລກ ຫລື ກອງທຶນ ສັດປ່າໂລກ WWF ພຍາຍາມ ຮ່ວມກັບ ທາງ ການລາວ ໃນການ ຊອກ ຊ່ອງທາງ ອະນຸຮັກ ສັດ ທີ່ວ່ານີ້ ໄວ້ ຢູ່ພາກ ກາງ ຂອງ ລາວ ມາຕັ້ງແຕ່ ປີ 2002 ຄືໄດ້ 12 ປີ ມາແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.