ເຂື່ອນກັກນໍ້າ ເລີຍໄຫຼຖ້ວມ ໄຮ່ນາ
2018.11.01
ປະຊາຊົນ ໃນຫຼາຍບ້ານ ຢູ່ເຂດເມືອງໂຂງ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ເຂື່ອນດອນສະໂຮງ ແລ້ວ, ປັດຈຸບັນ ເຂື່ອນຢູ່ໃນຂັ້ນຕອນ ການກັ້ນນໍ້າ ເຮັດໃຫ້ພື້ນທີ່ນາ ຂອງປະຊາຊົນ ຢູ່ເຂດອ້ອມແອ້ມ ເຂື່ອນ ຖືກນໍ້າຖ້ວມເສັຽຫາຍຫຼາຍ ເຮັກຕ້າ. ດັ່ງ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ພຶສຈິກາ ນີ້ວ່າ:
"ໂອ 70% 70ປາຍເຊັນແລ້ວ ກະທົບນີ້ີ້ຣະດັບນໍ້າ ມັນກະທົບນ້ອຍນຶ່ງເນາະ ທີ່ຫົວສະດຳ ເດືອນ 9 ເດືອນ 10 ຫັ້ນແບບມາຖ້ວມນາເຂົ້າ 2 – 3 ເຮັກຕ້າ ເພາະວ່າຫຼາຍປີດີດັກ ນໍ້າບໍ່ເຄີຍຖ້ວມ ຫຼັງຈາກທີ່ມີເຂື່ອນ ກໍມາຖ້ວມນາເຂົ້າ ບ່ອນອື່ນມັນກໍຖ້ວມຫຼາຍ ເວົ້າຖ້ວມ ມັນຖ້ວມທີ່ ເປັນແຫຼ່ງ ຫຼັງຈາກທີ່ເຂົາກັ້ນ."
ທ່ານກ່າວຕື່ມວ່າເຂດທີ່ເຮັດນາປະຊາຊົນຖືກນໍ້າຖ້ວມນໍ້ານັ້ນ ມີຫຼາຍບ້ານເປັນຕົນ ບ້ານຫົວສະດຳ, ບ້ານຫາງສະດຳ, ບ້ານຫາງຄອນ ແລະ ບ້ານຫົວຄອນ ນໍ້າມີີຣະດັບສູງຂຶ້ນ ນັບຕັ້ງແຕ່ທີ່ມີການກັ້ນນໍ້າ ໃນເຂື່ອນດອນສະໂຮງ ໄລຍະເດືອນ ກັນຍາ ແລະ ຕຸລາ ຜ່ານມາ.
ສ່ວນເນື້ອທີ່ຄວາມເສັຽຫາຍຂອງນາເຂົ້າ ທີ່ຖືກນໍ້າຖ້ວມນັ້ນ ເຈົ້າໜ້າທີ່ບອກວ່າ ບ້ານຫົວສະດຳ ມີປະມານ 3 ເຮັກຕ້າ ບ້ານຫາງສະດຳ 2 ເຮັກຕ້າ, ບ້ານຫາງຄອນ ແລະບ້ານຫົວຄອນກໍຖ້ວມຢູ່ ແຕ່ຍັງບໍ່ທັນໄດ້ເກັບກໍາຂໍ້ມູນ ສ່ວນໃຫຍ່ນາເຂົ້າທີ່ຖືກນໍ້າຖ້ວມ ແມ່ນຢູ່ໃກ້ໂຄງການ ເຂື່ອນ ນອກຈາກນີ້ເຂດບ້ານໃຕ້ເຂື່ອນ ກໍປະສົບບັນນໍ້າແຫ້ງ, ດັ່ງເຈົ້າໜ້າ ທີ່ກ່າວຕື່ມວ່າ:
"ນໍ້າມັນລົງແລ້ວເດ້ ລົງ ລົງ ລົງ ແຕ່ຍັງຍັງ ໂຕນີ້ຍັງບໍ່ທັນມີການຊົດເຊີຍຫຍັງເທື່ອ ແຕ່ບ່ອນອື່ນກ່ຽວກັບ ຜົລກະທົບ ກໍກ່ຽວກັບບໍ່ມີນໍ້າ ຫຼັງຈາກທີ່ເຂົາສ້າງເຂື່ອນ."
ເຈົ້າໜ້າທີ່ກ່າວຕື່ມວ່າ ກ່ຽວກັບສອງບັນຫານີ້ ຍັງບໍ່ທັນໄດ້ມີພາກສ່ວນໃດ ເຂົ້າມາແກ້ໄຂເທື່ອ ປັດຈຸບັນ ທາງຜູ້ປົກຄອງບ້ານ ທີ່ໄດ້ຮັບ ຜົລກະທົບ ກຳລັງເກັບກໍາຂໍ້ມູນ ເພື່ອຣາຍງານ ໄປຍັງແຜນກພລັງງານ ແລະບໍ່ແຮ່ ໃນໄວໆນີ້.
ໃນເດືອນພຶສພາຜ່ານມາ ສຳນັກຂ່າວສານປະເທດລາວ ໄດ້ອ້າງຄຳໃຫ້ສຳພາດ ຂອງ ທ່ານ Zim See Seng ຫົວໜ້າ ວິສະວະກອນ ປະຈຳພາກສະໜາມ ກ່າວວ່າ: ໂຄງການກໍ່ສ້າງ ເຂື່ອນດອນສະໂຮງ ສຳເຣັດແລ້ວ 60% ຄາດວ່າຈະໃຫ້ສຳເຣັດ 100% ແລະ ສາມາດ ເປີດຜລິດຂາຍໄຟ ຢ່າງເປັນທາງການ ໃນທ້າຍປີ 2019 ນີ້.