ຂໍ້ມູນເຂື່ອນແຕກ ຊ່ຽວຊານ ບໍ່ແປກໃຈ

ໄຊຍາ
2019.03.20
ເດັກນ້ອຍ ພາຍໃນສູນ ພັກເຊົາຊົ່ວຄາວ ເມືອງສະໜາມໄຊ
RFA

ອະດີດອາຈານສອນ ທີ່ມະຫາວິທຍາລັຍ Stanford, ທ່ານ Richard L. Meehan (ຣິຊາດ ເອລ ມີຮານ) ໄດ້ໃຫ້ສຳພາດ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 20 ມິນາ ນີ້ວ່າ ການທີ່ຮອງນາຍົກຂອງລາວ ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ເຖິງຄວາມຄືບໜ້າ ໃນການຊອກຫາສາເຫຕ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເມື່ອປີກາຍ ທີ່ໄດ້ເຜີຍແຜ່ ຜ່ານສື່ມວນຊົນ ທ້ອງຖິ່ນລາວ ເມື່ອຕົ້ນເດືອນມີນາ ທີ່ຜ່ານມານັ້ນ, ບໍ່ແມ່ນເຣື້ອງ ທີ່ທ່ານແປກໃຈເລີຍ ເພາະສິ່ງທີ່ທ່ານຮອງນາຍົກ ໄດ້ກ່າວ ແມ່ນກົງກັບສິ່ງທີ່ທ່ານ ໄດ້ສຶກສາ ແລະ ເຜີຍແຜ່ມາກ່ອນໜ້ານີ້ແລ້ວ. ດັ່ງທ່ານໄດ້ ກ່າວຕອນນຶ່ງວ່າ:

"ທ່ານວ່າ ຮອງນາຍົກເວົ້າວ່າ ເຂື່ອນແຕກພັງລົງ ຍ້ອນສະພາບຂອງດິນ ບໍ່ມີຄວາມຄົງທີ່ ຢູ່ບ່ອນສ້າງເຂື່ອນຫັ້ນ. ຮອງນາຍົກຍັງເວົ້າ ອີກວ່າ ຖ້າຫາກມີການກວດສອບສະພາບທາງພູມສັນຖານ ແລະ ດິນຢ່າງເໝາະສົມກ່ອນສ້າງເຂື່ອນ, ມັນຄົງເປັນສິ່ງທີ່ ສາມາດຮັບຮູ້ໄດ້ຢ່າງຈະ ແຈ້ງວ່າ ການອອກແບບສັນເຂື່ອນມີບັນຫາ ແລະຈະບໍ່ປອດພັຍ. ສະນັ້ນ, ນີ້ແມ່ນບົດສລຸບຄືກັນກັບສິ່ງ ທີ່ຂ້າພະເຈົ້າໄດ້ຂຽນ ເມື່ອປີກາຍນີ້ ຫຼືໃນເວລາທີ່ຂ້າພະເຈົ້າ ສຶກສາຂໍ້ມູນຈາກຮູບຖ່າຍ ທາງດາວທຽມ ເພາະວ່າຂໍ້ມູນ ຈາກຮູບຖ່າຍທາງດາວທຽມ ໄດ້ບົ່ງບອກ ຕໍ່ຂ້າພະເຈົ້າ ແນວນັ້ນ."

ໃນຂນະດຽວກັນ, ທ່ານ ດຣ. ອ່ຽນ ແບ່, ສາສດາຈານປະຈຳ ມະຫາວິທຍາລັຍວິສຄອນຊິ້ນ ເມດິສັນ ແລະ ເປັນນັກຊ່ຽວຊານດ້ານການ ສ້າງເຂື່ອນ, ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄວາມເວົ້າຂອງຮອງນາຍົກລາວ ທີ່ເປີດເຜີຍຂໍ້ມູນ ເບື້ອງຕົ້ນເຖິງຄວາມ ຄືບໜ້າ ໃນການຊອກຫາສາເຫຕ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນຄັ້ງນີ້ ຖືເປັນເປັນສັນຍານ ບົ່ງບອກວ່າ ຣັຖບານລາວມີຄວາມຈິງໃຈ ໃນການແກ້ໄຂບັນຫາແທ້ ແລະ ເປັນທ່າທີ ທີ່ຄວນໄດ້ຮັບການສນັບສນູນ.

“ແຕ່ວ່າຕ້ອງຍ້ອງຮອງນາຍົກທີ່ອອກມາເວົ້າໂຕຈິງໃນເວລານີ້, ດີກວ່າບໍ່ເວົ້າ. ຄືວ່າ ຖ້າສົມມຸດເຫັນບັນຫາແລ້ວບໍ່ເວົ້າ, ມັນກະບັນຫາຍັງຕໍ່ ໄປອີກ. ແຕ່ວ່າຢ່າງທີ່ເພິ່ນອອກໄປເວົ້ານີ້ ສະແດງວ່າເພິ່ນກະມີຄວາມຈິງໃຈ ວ່າຢາກຮູ້ບັນຫາແທ້ ລະຮູ້ແລ້ວກະຍັງ ເວົ້າໃຫ້ຟັງ. ແມ້ກະທັ້ງ ມັນເຮັດໃຫ້ຣັຖບານລາວ ເບິ່ງບໍ່ດີ, ເພິ່ນກະຍັງເວົ້າ. ກະຖືວ່າຕ້ອງໄດ້ຍົກຍ້ອງ ເພິ່ນໄດ໋ເຣື້ອງໂຕນີ້ນ່າ.”

ເມື່ອຕົ້ນເດືອນມີນານີ້, ທ່ານ ບຸນທອງ ຈິຕມະນີ, ສະມາຊິກ ຄນະກັມມະການກົມການ ເມືອງສູນກາງພັກ, ຮອງນາຍົກຣັຖມົນຕຣີລາວ ແລະ ທັງເປັນປະທານຄນະຮັບຜິດຊອບ ສືບສວນສອບສວນສາເຫຕ ຂອງຄູກັນນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກພັງ ໄດ້ເປີດເຜີຍຄວາມຄືບໜ້າ ຫຼ້າສຸດຂອງການສືບສວນສອບສວນ ຫາສາເຫຕຄູກັນນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກພັງ ຕໍ່ກອງປະຊຸມວຽກງານ ສິ່ງແວດລ້ອມ ໃນນະ ຄອນຫຼວງວຽງຈັນ ທີ່ເຜີຍແຜ່ຜ່ານສື່ມວນຊົນ ທ້ອງຖິ່ນວ່າ ສາມາດຊອກເຫັນ ສາເຫຕ ໃນເບື້ອງຕົ້ນຂອງເຂື່ອນແຕກ ຍ້ອນບັນຫາສະພາບ ແວດລ້ອມ ແລະ ການວິຈັຍດິນ ໃນບໍຣິເວນທີ່ເຂື່ອນຖືກສ້າງຂຶ້ນ ບໍ່ເລິກເຊິ່ງຮອບດ້ານພຽງພໍ.

“ສະນັ້ນມາດຽວນີ້, ເຣື້ອງການແຕກພັງຄູກັນນ້ຳ D ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ເວົ້າກັນ ບໍ່ຕົກບໍ່ແຕກກັນ. ຝ່າຍບໍຣິສັດ ກັບຝ່າຍຊ່ຽວຊານ ເອກກະຣາດ ເວົ້າກັນ, ຕ່າງຝ່າຍກະຕ່າງມີທິສດີ ຕ່າງຝ່າຍກະຕ່າງມີເຫຕມີຜົລ. ແຕ່ວ່າສລຸບແລ້ວ, ລະແມ່ນວ່າ ມັນແມ່ນບັນຫາເຣື້ອງການ ກວດກາວິຈັຍ ກ່ຽວກັບທີ່ດິນ ສະພາບແວດລ້ອມ ຂອງທີ່ດິນໃນເມື່ອກ່ອນຫັ້ນ ຄືແນວໃດ ມັນບໍ່ເລິກ.”

ທ່ານກ່າວຕື່ມອີກວ່າ ຕາມເຕັກນິກທີ່ສາກົນນຳໃຊ້ແລ້ວ, ການກໍ່ສ້າງເຂື່ອນ ຕ້ອງມີການສຳຣວຈດ້ານທໍຣະນີສາຕ ແລະ ສິ່ງແວດລ້ອມ ໄປ ຄຽງຄູ່ກັນ ເພື່ອຮັບປະກັນວ່າ ສພາບດິນຢູ່ໃຕ້ພື້ນນ້ຳ ສາມາດຮັບຮອງຮູບແບບການກໍ່ສ້າງໄດ້ ຫຼືບໍ່, ແລະຮັບປະກັນການດູດຊຶມຂອງນ້ຳ ໄດ້ສ່ຳໃດ, ສະເພາະເຂື່ອນເຊປຽນ-ເຊນ້ຳນ້ອຍ ແລ້ວ, ຜ່ານການກວດກາພົບວ່າ ໄດ້ເຈາະພຽງ 3 ຮູ ແລະ ບໍ່ເຖິງມາຕຖານກຳນົດໄວ້ ຈຶ່ງຖືວ່າການອອກແບບບໍ່ຖືກຕ້ອງ.

ຢ່າງໃດກໍຕາມ, ມາຮອດປະຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ອີກດົນປານໃດ ທາງການລາວ ຈຶ່ງຈະມີການສລຸບ ແລະ ເປີດເຜີຍຜົລຂອງ ການສືບສວນສອບສວນ ເພື່ອໃຫ້ສາທາຣະນະໄດ້ຮັບຮູ້ ເຖິງສາເຫຕອັນແທ້ຈິງຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເມື່ອປີກາຍນີ້ ແມ່ນເກີດ ຈາກອັນໃດ, ແຕ່ສິ່ງນຶ່ງທີ່ເກີດຂຶ້ນແນ່ນອນ ກໍແມ່ນວ່າ, ມີຄວາມເຄື່ອນໄຫວໃນການກໍ່ສ້າງ ໃນຂອບເຂດເຂື່ອນ ເຊປຽນ-ເຊນ້ຳນ້ອຍແລ້ວ, ເຊິ່ງອາຈເປັນການກໍ່ສ້າງອີກຄັ້ງນຶ່ງ, ອີງຕາມຄວາມເວົ້າຂອງ ທ່ານ ຣິຊາດ ເອລ ມີຮານ ທີ່ໄດ້ອ້າງອີງຈາກການສຶກສາພາບຖ່າຍທາງດາວ ທຽມເມື່ອສັປດາທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.