ເຫຕປາຕາຍຢູ່ນ້ຳຕອນ
ເຫຕການ ປາຕາຍ ຕາມສາຍນ້ຳຕອນ, ເມືອງສັງທອງ ນະຄອນຫຼວງວຽງຈັນ ເກືອບ 2 ສັປດາ ຜ່ານມານັ້ນ ມີທີ່ມາທີ່ໄປ ແນວໃດ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຮັດຫຍັງແດ່ແລ້ວ.
-
ພູວົງສ໌
2018-11-21 -
-
-
Your browser doesn’t support HTML5 audio
ຖືເປັນເຫຕການໃຫຍ່ ທີ່ມີການວິພາກວິຈານກັນຢ່າງກວ້າງຂວາງ ພາຍຫຼັງເກີດເຫຕການກັມມະກອນ ຈາກສວນກ້ວຍຂອງນັກລົງທຶນຈີນ ໄດ້ລັກລອບປ່ອຍ ສານເຄມີ ຫຼື ນ້ຳຢາລ້າງກ້ວຍ ລົງສາຍນ້ຳຕອນ, ເຂດບ້ານໃຫຍ່ນາຈະເຣີນ, ບ້ານກົ້ວ ແລະ ບ້ານເຕົາໄຫ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນຣະຫວ່າງວັນທີ 7 ຫາ 9 ພຶສຈິກາ ທີ່ຜ່ານມາ ແລ້ວເຮັດໃຫ້ມີປາຕາຍ ເປັນຈຳນວນຫຼວງຫຼາຍເຖິງ 300 ປາຍກິໂລ, ຈົນເຮັດໃຫ້ຊາວບ້ານຜູ້ໄປພົບເຫັນ ຕ່າງກໍຮູ້ສຶກຕື່ນຕົກໃຈ ເມື່ອໄດ້ພົບເຫັນປາຕາຍ ແລະ ກຳລັງຈະຂາດໃຈຕາຍເຕັມສາຍນ້ຳ. ດັ່ງປະຊາຊົນນາງນຶ່ງ ໄດ້ກ່າວໃນທຳນອງຕົກໃຈ ຜ່ານເຟສບຸກຂອງນາງຕອນນຶ່ງວ່າ:
“ສຽງປະຊາຊົນກ່າວເຖິງເຫຕການປາຕາຍຢ່າງໜ້າຕົກໃຈ”.
ຫຼັງຈາກເກີດເຫຕໄດ້ບໍ່ດົນ, ເຈົ້າໜ້າທີ່ຈາກພາກສ່ວນກ່ຽວຂ້ອງຕ່າງໆ, ໂດຍສະເພາະຜແນກກະສິກັມ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກໍໄດ້ລົງພື້ນທີ່ ເພື່ອໄປສຳຣວດ ແລະ ຊອກຫາສາເຫຕ ແລະ ຊອກຫາຜູ້ຮັບຜິດຊອບຕໍ່ເຫຕການດັ່ງກ່າວ ພ້ອມທັງໄດ້ມີການແຈ້ງການ ໃຫ້ປະຊາຊົນຫ້າມນຳປາຕາຍ ຕາມສາຍນ້ຳຕອນ ມາປຸງແຕ່ງເປັນອາຫານ ແລະ ຫ້າມໃຊ້ນ້ຳຕອນ ຈົນກວ່າຈະມີແຈ້ງການຕື່ມ ເມື່ອຮູ້ຜົລວິຈັຍນ້ຳ ແລະ ປາທີ່ຕາຍວ່າມີຈາກສາເຫຕໃດກັນແທ້. ດັ່ງເຈົ້າໜ້າທີ່ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງສັງທອງ ໄດ້ຢືນຢັນຕໍ່ວິທຍຸເອເຊັຽເສຣີໃນມື້ວານນີ້ວ່າ:
“ເຈົ້າໜ້າທີ່ກ່າວວ່າ ພາກສ່ວນກ່ຽວຂ້ອງລົງມາເບິ່ງແລ້ວ ກຳລັງເອົານ້ຳ ແລະ ປາໄປວິຈັຍ ແລະ ໄດ້ແຈ້ງການໂຈະຊົ່ວຄາວ ບໍ່ໃຫ້ກິນປາ ແລະ ໃຊ້ນ້ຳ ຈົນກວ່າຜົລວິຈັຍອອກມາ ຈຶ່ງມີແຈ້ງການຄືນ”.
ເຈົ້າໜ້າທີ່ທ່ານນີ້ຊີ້ແຈງວ່າ ໃນເບື້ອງຕົ້ນ ບໍຣິສັດປູກກ້ວຍຈີນ ທີ່ໄດ້ຮັບສັມປທານ ໃຫ້ປູກກ້ວຍຕາມສາຍນ້ຳຕອນ ຣະຫວ່າງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຈຳນວນ 250 ເຮັກຕ້ານີ້ ຍິນຍອມຮັບໃຊ້ທຸກຢ່າງ ແລະ ບໍຣິສັດກໍໄດ້ມາເຊັນບົດບັນທຶກໃນການຟື້ນຟູສາຍນ້ຳຕອນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ, ໂດຍວາງແຜນຈະປ່ອຍປາລົງສາຍນ້ຳຕອນ ປີລະ ປະມານ 100,000 ປາຍໂຕ ເປັນເວລາ 3-5 ປີ.
“ມັນມີ 2 ບໍຣິສັດ, ຢູ່ນະຄອນຫຼວງ ແລະ ແຂວງວຽງຈັນ, ແລ້ວປີ 2019 ຣະດູປ່ອຍປາຈະມີການປ່ອຍປາຄືນ 3-5 ປີ, ປີລະຫຼາຍໂຕຂຶ້ນໄປ”.
ສ່ວນວ່າ ເມື່ອກວດພົບຮູ້ແລ້ວວ່າບໍຣິສັດປູກກ້ວຍຈີນໄດ້ ທຳການຣະເມີດກົດໝາຍ ແລ້ວຈະນຳໄປສູ່ການຖອນໃບອະນຸຍາດ ສັມປທານ ຫຼືບໍ່ນັ້ນ, ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ທາງສູນກາງຈະເປັນຜູ້ພິຈາຣະນາ ເຖິງວ່າຈະມີການກຳນົດໂທສໄວ້ ໃນຣະບຽບກົດໝາຍແລ້ວກໍ່ຕາມ, ແຕ່ກໍຕ້ອງລໍຖ້າຜົລວິຈັຍນ້ຳ ແລະ ປາທີ່ຕາຍກ່ອນ ເພື່ອຈະຫາສາເຫຕທີ່ແທ້ຈິງວ່າຜິດຖືກແນວໃດ.
“ເພິ່ນຈະສເນີສູນກາງ ເພື່ອແກ້ໄຂພິຈາຣະນາວ່າຈະໃຫ້ຖອນໃບອະນຸຍາດຫຼືບໍ່? ມີຣະບຽບແລ້ວຍັງຣະເມີດ, ການນຳໃຊ້ປຸ໋ຍກະມີກຳນົດແລ້ວ. ແຕ່ກໍຍັງຢືນຢັນບໍ່ໄດ້ເທື່ອວ່າ ເປັນຍ້ອນຫຍັງກັນແທ້ ລໍຖ້າຜົລວິຈັຍກ່ອນ”.
ໃນເວລາດຽວກັນ, ຊາວລາວນາງນຶ່ງ ທີ່ຕິດຕາມບັນຫາສະພາບແວດລ້ອມ ແລະ ການລົງທຶນຂອງຕ່າງປະເທສຢູ່ລາວ ກໍໄດ້ໃຫ້ທັສນະ ຕໍ່ເຫຕການ ການລັກລອບຖອກສານເຄມີຈາກສວນກ້ວຍ ລົງສູ່ສາຍນ້ຳຕອນທີ່ເກີດຂຶ້ນຫຼ້າສຸດນີ້ວ່າ ພາກສ່ວນກ່ຽວຂ້ອງ ຄວນຮັກສາຜົລປໂຍດ ຂອງປະຊາຊົນເປັນບູຣິມະສິທ ແລະ ຖ້າຫາກກວດພົບເຫັນວ່ານັກລົງທຶນ ຣະເມີດຣະບຽບກົດໝາຍບ້ານເມືອງ ກໍຄວນໃຫ້ໃບອະນຸຍາດ ດຳເນີນທຸຣະກິຈ ຫຼືສັມປທານ ເປັນໂມຄະ.
“ຖ້າຢາກຮັກສາຜົລປໂຍດປະຊາຊົນ ຄວນມີບົດບັນທຶກ ຖ້າຜິດພາດເທື່ອທີ 2 ຄວນໂມຄະ ຖືວ່າຜູ້ລົງທຶນຜິດສັນຍາ ເຈົ້າຕ້ອງຍຸຕິການປູກ້ວຍຢູ່ເຂດນີ້ ເອົາຜູ້ໄດ້ຄຸນນະພາບມາເຮັດ”.
ຍານາງກ່າວຕື່ມວ່າ ຖ້າກຸ່ມນັກລົງທຶນຊາດໃດ ຫາກມີທ່າທີມັກລະເລີຍຕໍ່ການຮັກສາສິ່ງແວດລ້ອມ ຖືເປັນພຶຕກັມທີ່ອັນຕະຣາຍ ແລະ ເຈຕນາອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມໃນທ້ອງຖິ່ນນັ້ນ, ທາງການທ້ອງຖິ່ນ ກໍຄວນຫຼີກລ້ຽງ ແລະ ຫາທາງເລືອກອື່ນໃນການດຶງດູດ ການລົງທຶນ ເພື່ອຫຼີກລ້ຽງບັນຫາເດີມໆ ທີ່ເຄີຍເກີດຂຶ້ນກັບທ້ອງຖິ່ນອື່ນໆແລ້ວ.
“ຖ້າບໍຣິສັດມາລົງທຶນ ມີນິໄສບໍ່ຮັກສາສິ່ງແວດລ້ອມ ໃຫ້ໂອກາດ ບັນຫາກໍຈະກັບຄືນມາ. ນັກລົງທຶນແບບນີ້ ທຳຣາຍສິ່ງແວດລ້ອມ ກະຄືຂ້າສັດ ສົ່ງຜົລກະທົບຕໍ່ຄົນ ມັນຄືມີເຈຕນາຂ້າ”.
ປະຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງກຳລັງຢູ່ໃນຂັ້ນຕອນວິຈັຍໂຕຢ່າງນ້ຳ ແລະ ປາຕາຍ ຈາກສາຍນ້ຳຕອນ ເພື່ອຫາສາເຫຕທີ່ແທ້ຈິງວ່າ ເຫຕການປາຕາຍໃນຄັ້ງນີ້ເກີດ ມາຈາກການນຳໃຊ້ສານເຄມີຊນິດໃດ ແລະ ມີຄວາມຮຸນແຮງ ທຳຣາຍສະພາບແວດລ້ອມ, ປາ ແລະ ມີຄວາມສ່ຽງຕໍ່ສຸຂພາບຂອງປະຊາຊົນ ທີ່ອາໃສຢູ່ໝູ່ບ້ານໃກ້ຄຽງ ຫຼາຍໜ້ອຍພຽງໃດ ເພື່ອເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເອົາຜົລວິຈັຍເປັນບ່ອນອີງ ໃນກຳນົດມາຕການຕໍ່ຜູ້ຣະເມີດໃນຄັ້ງນີ້.