624 ຄອບຄົວ ມ.ວຽງທອງ ຕຽມໂຍກຍ້າຍ
2018.05.08
ປະຊາຊົນ 624 ຄອບຄົວ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ ທີ່ຢູ່ອາສັຍໃນເຂດ ບ້ານໃກ້ກັບໂຄງການ ເຂື່ອນນ້ໍາເທີນ 1 ກຳລັງຈະຖືກ ໂຍກຍ້າຍ ໄປຢູ່ບ້ານຈັດສັນແຫ່ງໃໝ່ ທີ່ທາງການຈັດສັນໃຫ້ ໃນທ້າຍປີນີ້. ດັ່ງເຈົ້າໜ້າທີ່ ພລັງງານແລະບໍ່ແຮ່ ແຂວງບໍລິຄຳໄຊ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ:
"ຍົກຍ້າຍນີ້ມີ 7 ບ້ານ ມີບ້ານວັງມາກ ບ້ານໂພນໂຮມ ບ້ານນໍ້າມືດ ບ້ານສົມບັດ ບ້ານກົກໂຕນ ບ້ານພຽງໂຕນ ບ້ານທ່າເດື່ອ ຕາມຄອບຄົວ ນີ້ກໍໃນເບື້ອງຕົ້ນກໍປະມານ 600 ກວ່າຄອບຄົວນີ້ແຫລະ ຍົກຍ້າຍນີ້ຈາກບ້ານເດີມມາ ກໍບໍ່ໄກປານໃດແຕ່ການ ຍົກຍ້າຍນີ້ມີແຕ່ວ່າ ກະກຽມ ສະຖານທີ່ ແລ້ວກໍ່ກຽມສະຖານທີ່ດິນ ທົດແທນກະສິກັມ."
ທ່ານ ກ່າວຕື່ມວ່າ ຜູ້ຖືກຍົກຍ້າຍນັ້ນ ປັດຈຸບັນ ທາງການໄດ້ເກັບກໍາຂໍ້ມູນລະອຽດແລ້ວ ໃນນັ້ນມີປະຊາຊົນ ບ້ານທ່າເດື່ອ 139 ຄອບຄົວ ບ້ານພຽງໂຕນ 69 ຄອບຄົວ ບ້ານສົມບັດ 35 ຄອບຄົວ ບ້ານກົກໂຕນ 59 ຄອບຄົວ ບ້ານວັງມາກ 118 ຄອບຄົວ, ບ້ານນໍ້າມືດ 79 ຄອບຄົວ ບ້ານໂພນໂຮງ 126 ຄອບຄົວ.
ໃນການໂຍກຍ້າຍ ທາງການມີແຜນຈະໃຫ້ສຳເຣັດ ໃນທ້າຍປີ 2018 ນີ້ ສ່ວນໃນໄລຍະນີ້ ກຳລັງເລັ່ງກໍ່ສ້າງເຮືອນ ໃນເຂດບ້ານຈັດສັນ ແລະກຳລັງເກັບກັມຂໍ້ມູນຊັບສີນ ຂອງປະຊາຊົນ ເພື່ອຊົດເຊີຍໃນຕໍ່ໜ້າ. ການໂຍກຍ້າຍໃນເທື່ອນີ້ ຍັງມີປະຊາຊົນ ຈຳນວນນຶ່ງບໍ່ເຫັນດີ ຍ້ອນຖືກຈັດສັນ ໄປຢູ່ກັບປະຊາຊົນຕ່າງບ້ານ. ດັ່ງທ່ານກ່າວຕື່ມວ່າ:
"ການຊົດເຊີຍນີ້ຍັງ ເພາະວ່າ ກໍ່ລົງສອບຖາມແບບວ່າຄັດຈ້ອນເຂົ້າຕື່ມ ແຕ່ວ່າເຂົາກໍ່ໄປແຈ້ງຊັບສີນແລ້ວ ແຕ່ວ່າເຮົາໂຕນີ້ເຮົາ ກໍ່ເວົ້າລວມຫັ້ນ ກໍຈຳນວນນຶ່ງ ກໍສິເຫັນດີໄປກັບໂຄງການ ຈຳນວນນຶ່ງຫັ້ນນາ ແຕ່ຈຳນວນນຶ່ງ ເຂົາກໍມີພີ່ນ້ອງ ເຂົາກໍຈິດໃຈເຂົາ ກໍຢາກໄປຢູ່ນຳພີ່ນ້ອງຫັ້ນນ່າ ກໍມີຈຳນວນນຶ່ງຫັ້ນນ່າ ມີສອງພາກສ່ວນຢູ່."
ສຳລັບການຈັດສັນບ່ອນໃໝ່ມີ 2 ແຫ່ງ ຄືຢູ່ເຂດບ້ານໂພນດູ່ ແລະ ເຂດບ້ານຫ້ວຍຫອຍ ຊຶ່ງຫ່າງຈາກບ້ານເດີມຂອງປະຊາຊົນ ປະມານ 3 ຫລັກ ຫາ 30 ຫລັກ.
ເຂື່ອນນໍ້າເທີນ 1 ກໍ່ສ້າງແລ້ວກວ່າ 20% ກຳລັງການຜລິດທັງໝົດ 640 ເມກາວັດ ເລີ້ມກໍ່ສ້າງມາຕັ້ງແຕ່ ປີ 2016 ໂດຍບໍຣິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃນນັ້ນບໍຣິສັດ EGCO Group ຂອງໄທຮ່ວມຮຸ້ນ 25% , ບໍຣິສັດພອນສັກ 60% ແລະບໍຣິສັດໄຟຟ້າ ລາວມະຫາຊົນ 15%.