ສາເຫດໄຟໄໝ້ຕລາດຈີນ ຍັງຄຸມເຄືອ

ໄມຊູລີ
2019.04.24
F-Bokeo ເຈົ້າໜ້າທີ່ ແຂວງບໍ່ແກ້ວ ຍັງບໍ່ຮູ້ສາເຫດ ໄຟໄໝ້ຕລາດຈີນ ຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ຍັງບໍ່ສາມາດສລຸບສາເຫດໄຟໄໝ້ ຕລາດຈີນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ເກິດຂຶ້ນ ໃນຣະຫວ່າງບ່າຍສອງໂມງ ຂອງວັນທີ 13 ເມສາ ຜ່ານມານັ້ນເທື່ອ ວ່າເກິດຈາກຫຍັງກັນແທ້ ໃນຂນະທີ່ຕລາດດັ່ງກ່າວ ຍັງຄ້າຂາຍຕາມ ປົກກະຕິ. ອິງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 23 ເມສາ ນີ້:

“ບໍ່ເຫັນເຂົາເຈົ້າເຮັດບົດຣາຍງານ ບົດສລຸບມາເທື່ອນະ ເຫັນບອກວ່າ ເຂົາເຈົ້າຕັ້ງຄນະກັມມະການ ບໍ່ເຫັນບົດຣາຍງານ ມາຮອດເທື່ອເນາະ ຮູ້ແຕ່ວ່າ ມີໄຟອອກມາ ຫ້ອງນຶ່ງເນາະ ຣາຍລະອຽດແທ້ ຍັງບໍ່ໄດ້ເທື່ອ ມີແຕ່ບົດຣາຍງານຫຍໍ້ຊື່ໆ.”

ທ່ານເວົ້າວ່າ ເຈົ້າໜ້າທີ່ຮູ້ພຽງແຕ່ວ່າ ມີໄຟໄໝ້ອອກຈາກ ຮ້ານຄ້າຫຼັງນຶ່ງ ແລ້ວກໍໄໝ້ລາມຢ່າງວ່ອງວາ ແລະໃຊ້ເວລາ 2 ຊົ່ວໂມງປາຍ ຈຶ່ງສາມາດມອດໄຟໄດ້ ຫລັງຈາກມອດໝົດແລ້ວ ປະກົດວ່າຮ້ານຄ້າທີ່ຖືກໄຟໄໝ໊ມີ 12 ຮ້ານ ຈາກຮ້ານຄ້າທັງໝົດ 36 ຮ້ານ.

ເຫດການໄຟໄໝ້ຢູ່ຕລາດຈີນເທື່ອນີ້ ເຈົ້າໜ້າທີ່ ປະເມີນມູລຄ່າຄວາມເສັຽຫາຍເບື້ອງຕົ້ນ ປະມານ 100 ລ້ານກິບ ສ່ວນເງິນຊົດເຊີຍນັ້ນ ຂນະນີ້ ຍັງກວດເບິ່ງເຣື້ອງເອກກະສານ ສັນຍາປະກັນອັຄຄີໄຟ ຂອງແຕ່ລະຮ້ານຄ້າ ແລະ ຍັງບໍ່ສລຸບໄດ້ວ່າ ຮ້ານຄ້າໃດແດ່ ຈະໄດ້ຮັບ ເງິນຄ່າຊົດເຊີຍ.

ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕລາດຈີນທີ່ຖືກໄຟໄໝ້ນັ້ນ ເປັນ ທຸຣະກິດຂນາດນ້ອຍ ຂອງນັກລົງທຶນຈີນ ເຂົ້າມາລົງທຶນເປີດຕລາດຄ້າຂາຍ ເຄື່ອງຍ່ອຍເປັນຕົ້ນ: ເຄື່ອງໃຊ້ໄຟຟ້າ, ໂທຣະສັບມືຖື, ເຄື່ອງນຸ່ງຮວມເຖິງ ອຸປກອນກໍ່ສ້າງ ແລະວ່າ ສິນຄ້າສ່ວນໃຫຍ່ ໃນຕລາດ ເປັນສິນຄ້າ ທີ່ນໍາເຂົ້າ ຈາກປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.