ແຜນຮັກສາຄວາມສງົບໃນການ ທ່ອງທ່ຽວ

ສິດນີ
2016.03.30
F-Route13 ເສັ້ນທາງເລກທີ 13 ເໜືອ
Wikipedia

ຫ້ອງການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃນລາວ ເປັນຕົ້ນ ເຈົ້າຫນ້າທີ່ ຕຳຣວດ ທະຫານ ແລະ ຂແນງການ ທ່ອງທ່ຽວ ຮ່ວມທັງ ສະມາຄົມ ຣົດໂດຍສານ ຈະປະຊຸມກັນ ໃນໄວໆນີ້ ເພື່ອ ວາງແຜນ ຄຸ້ມຄອງ ຣົດໂດຍສານ ໃນທົ່ວ ປະເທດ ຢ່າງເຂັ້ມງວດ ເພື່ອ ປ້ອງກັນ ຄວາມປອດພັຍ ໃຫ້ແກ່ ນັກທ່ອງທ່ຽວ ໃນຊ້ວງ ບຸນປີໃຫມ່ ລາວ ທີ່ ຈະມາເຖິງນີ້ ພາຍຫລັງ ທີ່ ເກີດເຫດການ ຄວາມບໍ່ສງົບ ຂຶ້ນຫຼາຍເທື່ອ ຢູ່ຕາມ ເສັ້ນທາງ ແຂວງວຽງຈັນ ແຂວງ ໄຊສົມບູນ ແລະ ແຂວງ ຫຼວງພຣະບາງ. ດັ່ງ ເຈົ້າຫນ້າທີ່ ຜແນກ ທ່ອງທ່ຽວ ແຂວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນ ມື້ວັນທີ 29 ມິນາ ນີ້ວ່າ:

"ເວົ້າລວມແລ້ວ ແມ່ນວ່າ ພວກເຮົາຊີ່ຈັດ ກອງປະຊຸມ ກ່ຽວກັບ ກຸ່ມ ສະມາຄົມ ຣົດເນາະ ຣົດໂດຍສານ ຣົດຕູ້ ຣົດທົວຕ່າງໆ ເພື່ອກະຕຽມ ຄວາມພ້ອມ ໃຫ້ມີສະຕິ ຣະວັງຕົວ ໃນການໄປມາ ຖ້າວ່າມີ ຄວາມສ່ຽງບໍ ມີອັນໃດ ຜິດ ປົກກະຕິ ກະຕ້ອງໄດ້ ຣາຍງານ ແຈ້ງ ເຈົ້າຫນ້າທີ່ ດ່ວນ".

ທ່ານກ່າວ ຕື່ມວ່າ ຕໍ່ໄປນີ້ ຣົດໂດຍສານ ທຸກຄັນ ຕ້ອງອອກ ຈາກ ສະຖານີ ຕາມກຳນົດ ແລະ ພະນັກງານ ໃນຣົດ ຕ້ອງ ປະສານງານ ກັບ ເຈົ້າຫນ້າທີ່ ຢູ່ເລື້ອຍໆວ່າ ເວລານັ້ນ ເວລານີ້ ຣົດແລ່ນ ຢູ່ເຂດໃດ ເພາະຖ້າເກີດ ເຫດຮ້າຍ ຂຶ້ນ ເຈົ້າຫນ້າທີ່ ຈະສາມາດ ລົງໄປຊ່ອຍ ທັນເວລາ ແລະ ຈະອອກ ກົດຣະບຽບ ຕ່າງໆ ເພື່ອ ຄວາມປອດພັຍ ຂອງ ຜູ້ໂດຍສານ.

ທ່ານວ່າ ເຫດການ ລັດຍິງຣົດ ຫຼາຍຄັ້ງ ຜ່ານມານັ້ນ ບໍ່ໄດ້ສົ່ງ ຜົລກະທົບ ຕໍ່ ການທ່ອງທ່ຽວ ໃນລາວ ແຕ່ຢ່າງໃດ ນັກທ່ອງທ່ຽວ ຕ່າງຊາດ ຍັງເຂົ້າມາ ແບບ ປົກກະຕິ ຢູ່ ຊືຶ່ງທາງການ ຫມັ້ນໃຈວ່າ ໃນຊ້ວງ ປີໃຫມ່ລາວ ປີນີ້ ຍັງຈະມີ ນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປລາວ ຫຼາຍຄືປີ ຜ່ານມາ.

ປັດຈຸບັນ ເຈົ້າຫນ້າທີ່ ຕຳຣວດ, ທະຫານ ແລະ ຫນ່ວຍງານ ທີ່ກ່ຽວຂ້ອງ ທັງໃນ ແຂວງວຽງຈັນ ໄຊສົມບູນ ແລະ ຫຼວງພຣະບາງ ກໍຍັງຮັກສາ ຄວາມປອດພັຍ ຕາມຈຸດຕ່າງໆ ຢ່າງເຂັ້ມງວດ ຢູ່ ໂດຍສະເພາະ ຕາມຈຸດທີ່ ປ່ຽວ ຕາມເສັ້ນທາງ ທີ່ ມີບັນຫາ ທັງ ກາງເວັນ ແລະ ກາງຄືນ ຊຶ່ງ ມີກອງຫລອນ ເຂົ້າມາຊ່ອຍ ອີກແຮງນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.